ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 18:38:24    
ຈີນ​ໃຊ້​ມາດ​ຕະ​ການ​ທີ່​ສົມ​ບູນ​ກວ່າ​ເກົ່າ​ຊ່ອຍ​ເຫຼືອ​ນັກ​ສຶກສາ​ຜູ້​ທຸກ​ຍາກ​ເຂົ້າ​ຮຽນ(ສຽງ)

cri Author: da


ພາຍຫຼັງ​ກ້າວ​ເຂົ້າສູ່​ເດືອນ​ກັນຍາ​ເປັນຕົ້ນມາ,ນັກ​ສຶກສາຊຸດ​ໃໝ່​ຂອງ​ຈີນ​ເລີ່​ມທະຍອຍ​ກັນ​ໄປ​ສະ​ໜີ​ຕົວ​ຢູ່​ໂຮງຮຽນ.ປີ​ນີ້ ມີ​ນັກ​ສຶກສາຊຸດ​ໃໝ່​ 4 ລ້ານ​ກວ່າ​ຄົນ​​ເຂົ້າຮຽນ​ໂຮງຮຽນ​ຊັ້ນສູງ.

ປະຈຸ​ບັນ ການ​ສຶກສາ​ຊັ້ນສູງ​ຂອງ​ຈີນ​ແມ່ນ​ການ​ສຶກສາ​ແບບ​ບໍ່​ບັງ​ຄັບ.ນັກ​ສຶກສາ​ຜູ້​ໜຶ່ງ​ຕ້ອງ​ຈ່າຍ​ຄ່າ​ຮຽນ 6 ພັນ​ຢວນຕໍ່​ປີ,ບວກ​ກັບ​ຄ່າ​ຫ້ອງ​ນອນ​ແລະ​ຄ່າ​ກິນ​ຄ່າ​ໃຊ້,ປີ​ໜຶ່ງ​ຕ້ອງການ​ຈ່າຍ​ເງິນ 1 ໝື່ນ​ຢວນ,​ເວົ້າສຳລັບ​ຄອບຄົວຜູ້​ທຸກຍາກ ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວ​ໃນ​ຊົນນະບົດ​ສ່ວນ​ໜຶ່ງ​ແລ້ວ ຈະ​​ເປັນ​ພາລະຫາບ​ແບກ​ບໍ່​ໄດ້.

ປີ​ນີ້ ນາງ​ລິວ​ອີ້ ທີ່​ຢູ່​ຊົນນະບົດ​ແຂວງ​ອ່ານ​ຫຸ່ຍ​ໄດ້​ເສັງ​​ເຂົ້າມະຫາວິທະຍາ​ໄລ​ຄົມມະນາຄົມ​ປັກ​ກິ່ງ.​ໃນ​ເວລາ​ຮັບ​ໃບ​​ແຈ້ງເຂົ້າຮຽນມະຫາວິທະຍາ​ໄລ ນາງ​ທັງ​ດີ​ໃຈ ທັງ​ກະວົນກະວາຍ,ຍ້ອນ​ວ່າ ​​ຄອບຄົວ​ລາວ​ທຸກ​ຍາກຫຼາຍ,ມີ​​ເອື້ອຍອ້າຍ​ນ້ອງ​ 4 ຄົນກຳລັງ​ຮຽນ​ຢູ່,ພໍ່​ແມ່ບໍ່​ມີ​ເງິນອັນ​ພຽງພໍ​ໄປ​ຈ່າຍ​ຄ່າ​ຮຽນ​ອີກ.
​ແຕ່​ໃນ​ເວລາ​ຮັບ​ໃບ​ແຈ້ງ​ເຂົ້າ​ຮຽນມະຫາວິທະຍາ​ໄລ,​ໃນ​ຊອງ​ຈົດໝາຍ​ຍັງ​ມີ​ໃບ​ໜຶ່ງ​ບອກ​ລາວ​ວ່າ,ສາມາດ​ກູ້​ຢືມ​ເງິນ​ນຳ​ລັດຖະບານ ແກ້​ໄຂ​ບັນຫາ​ຄ່າ​ຮຽນ​.ນາງ​ເວົ້າວ່າ:

"​​ເວລາ​ໄປສະ​ເໜີ​ຕົວ​ຢູ່​ໂຮງຮຽນ ຂ້ອຍ​ບອກ​ອາຈານ​ວ່າ​ບໍ່​ມີ​ຄ່າ​ຮຽນ,​ໂຮງຮຽນ​ກໍ​ໃຫ້​ຂ້ອຍ​ໄປ​ຕາມ​"ຊ່ອງທາງ​ສີຂຽວ"ໝາຍຄວາມວ່າ ບໍ່​ຕ້ອງ​ເສຍ​ຄ່າ​ຮຽນ​ຄ່າ​ຫ້ອງ​ນອນ ​ແຕ່​ຈົດທຳ​ນຽນ​ແລະ​ເຂົ້າຮຽນ​ກ່ອນ,​ແລ້ວ​ຮ້ອງ​ຂໍ​ເງິນ​ກູ້​ຢືມນຳລັດ​ໄດ້."

ຄ່າ​ຮຽນກູ້​ຢືມ​​ນຳລັດ,ຈະ​ມີ 6 ພັນ​ຢວນຕໍ່​ປີ.ນອກ​ນີ້,ນັກ​ສຶກສາ​ຜູ້​ທຸກ​ຍາກຍັງ​ສາມາດ​ຮ້ອງ​ຂໍ​ຕຳ​ແໜ່​ງທັງ​ຮຽນ​ທັງ​ເຮັດ​ວຽກຢູ່​ໃນໂຮງຮຽນ,​ໄປ​ອອກ​ແຮງ​ງານຢູ່​ຫ້ອງ​ອາຫານ ຫໍສະໝຸດ​ແລະ​ຊູ​ເປີ​ມາ​ເກັດ​ຂອງ​ໂຮງຮຽນ​ເປັນຕົ້ນ,​​​ເພື່ອ​ມີ​ລາຍ​ຮັບ ຈ່າຍ​ຄ່າກິນ​ຄ່າ​ຢູ່​ ​ເປັນຕົ້ນ.ນອກ​ນີ້, ​ແຕ່ລະ​ເດືອນ ລັດຖະບານ​ຍັງ​​ເອົາ​ຄ່າ​​ເກື້ອກູນ 150 ຢວນ​ໃຫ້​ນັກ​ສຶກສາ​ຜູ້​ທຸກ​ຍາກ.

ຕາມ​ສະຖິຕິ,ປະຈຸ​ບັນ ​ຈີນ​ມີ​ນັກ​ສຶກສາ 13 ລ້ານ 5 ​ແສນ​ຄົນກຳລັງ​ຮຽນ​ຢູ່​ໃນ​ໂຮງຮຽນ,​ໃນ​ນັ້ນ ມີ​ນັກ​ສຶກສາ​ຜູ້​ທຸກ​ຍາກ​ທີ່​ເໝືອນ​ກັບ​ນາງ​ລິວ​ອີ້ປະມານ 2 ລ້ານ 6 ​ແສ​ນຄົນ,ກວມ 19%.​ເພື່ອ​ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້າສຳ​ເລັດ​ການຮຽນ​ຢ່າງ​ສະດວກ,ລັດຖະບານ​ຈີນ​ແລະ​ໂຮງຮຽນ​ຊັ້ນສູງ​ໄດ້​ໃຊ້​ວິທີ​ຕ່າງໆ​ຄື ​​ເບີກເງິນ​ກູ້​ຢືມແຫ່ງ​ລັດ ທຶນ​ຮຽນແຫ່ງ​ລັດ ​​ທັງ​ຮຽນ​ທັງ​ເຮັດ​ວຽກ​ເພື່ອ​ໄດ້​​ເບີກ​ຄ່າ​ຮຽນ ຫຼຸດ​ແລະຍົກ​ເວັ້ນຄ່າ​ຮຽນ ​ແລະ​ເບີກ​ເງິນ​​ເກື້ອກູນ,ຊ່ອຍ​ເຫຼືອ​ນັກ​ສຶກສາ​ຜູ້​ທຸກ​ຍາກ.

​ເຊັ່ນ:​ແຕ່​ລະ​ປີ ລັດຖະບານ​ຈີນ​ເອົາ​ທຶນ​ຮຽນ​ແຫ່ງ​ລັດ 200 ລ້ານ​ຢວນ​ເພື່ອ​ອຸປະຖຳນັກ​ສຶກສາ​ຜູ້​ທຸກ​ຍາກ​ທີ່​ມີ​ຄຸນສົມບັດ​ແລະ​ການ​ຮຽນ​ໄດ້​ດີ 5 ໝື່ນ​ຄົນ,​ແລະ​ເອົາ​ຄ່າ​ຊ່ອຍ​ຮຽນ​ແຫ່ງ​ລັດ 150 ຢວນຕໍ່​ເດືອນ​ເປັນ​ຄ່າ​ກິນ​ຄ່າ​ຢູ່​ໃຫ້​ນັກ​ສຶກສາ​ຜູ້​ທຸກຍາກ,ອັນ​ໄດ້​ເຮັດ​ໃຫ້​ນັກ​ສຶກສາ 5 ​ແສນ 3 ໝື່ນ​ກວ່າ​ຄົນ​ໄດ້ຜົນ​ປະ​ໂຫຍ​ດຕໍ່​ປີ.

​ເພື່ອ​ຮັບປະກັນ​ໃຫ້​ປະ​ຕິ​ບັດ​ນະ​ໂຍບາຍ​ເກື້ອກູນນັກ​ສຶກສາ​ຜູ້​ທຸກ​ຍາກທຸກ​ລາຍຂອງ​ລັດ​ຢ່າງ​ສະ​ດວກ,ກະຊວງ​ສຶກສາທິການ​​ຈີນ​ຍັງ​ເພີ່ມ​ທະວີ​ການ​ສຳ​ຫຼວດ.ທ່ານ​ຊູ່ຍປ່າງອຽນ ​ເຈົ້າໜ້າ​ທີ່​ກະຊວງ​​ສຶກສາທິການ​ຈີນ​ແນະນຳ​ວ່າ:

"ໃນ​ເດືອນ​ກໍລະກົດ ກະຊວງ​​ສຶກສາທິການ​ໄດ້​ປະກາດ​ໜັງສື​ວຽນ​ໄປ​ແຫ່ງ​ຕ່າງໆ​ ບັນດາພະ​ແນ​ກທີ່​ກ່ຽວຂ້ອງ​ແລະ​ໂຮງຮຽນ​ຊັ້ນສູງ​ອີກ​ຄັ້ງໜຶ່ງ,ທວງ​ໃຫ້ບັນດາ​​ໂຮງຮຽນ​ຊັ້ນສູງຕ້ອງ​ປະຕິບັດ​ບັນດານະ​ໂຍບາຍ​ທີ່​ອຸປະຖຳນັກ​ສຶກສາ​ຜູ້​ທຸກ​ຍາກຢ່າງຮອບດ້ານ ກ່ອນ​ເປີດ​ສົກຮຽນ​ໃໝ່​ປີ​ນີ້,ຮັບປະກັນ​ໃຫ້​ນັກ​ສຶກສາ​ຜູ້​ທຸກ​ຍາກທີ່​ເສັງ​ເຂົ້າ​ໂຮງຮຽນ​ຊັ້ນສູງ​ສາມາດ​ເຂົ້າຮຽນ​ຢ່າງ​ສະດວກ."

​ໂດຍ​ຜ່ານ​ການ​ປະສົບ​ການຂອງ​ນາງ​ລິວອີ້,ນັກ​ຂ່າວ​ປະກົດເຫັນ​ວ່າ,ການ​ຊ່ອຍ​ເຫຼືອ​ລູກ​ຫຼານຂອງ​ຄອບຄົວ​ທຸກ​ຈົນ​ເຂົ້າຮຽນມະຫາວິທະຍາ​ໄລ​ແນວ​ໃດ​ນັ້ນ ​ໄດ້​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ລັດຖະບານ​ຈີນ,ນະ​ໂຍບ​າຍ​ແລະມາດ​ຕະການທຸກ​ລາຍ​ກ່ຽວ​ກັບ​ການ​ອຸປະຖຳນັກ​ສຶກສາ​ຜູ້​ທຸກ​ຍາກ​ເຂົ້າຮຽນ​ນັ້ນກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ແລະ​ບັງ​ເກີດ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.