ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-14 20:44:00    
ຈາກງານວາງ​ສະ​ແດງ​ປື້ມ​ໜັງ​ສື​ເບິ່ງ​ຂະ​ແໜງ​ການ​ພິມ​ຈຳ​ໜ່າຍ​ປື້ມ​ໜັງ​ສື​ຂອງ​ຈີນ(ສຽງ)

cri Author: mo


ງານວາງສະ​ແດງປື້ມໜັງສື​ສາກົນ​ປັກ​ກິ່ງ​ຄັ້ງທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ບຸກຄົນ​ວົງ​ການ​ພິມ​ຈຳໜ່າຍ​ທີ່​ມາ​ຈາກ 48 ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ແລະ​ອົງການ​ສາກົນ​ໄດ້​ເຂົ້າຮ່ວມ​ງານ​ດັ່ງກ່າວ​ນີ້.

ງານມະຫະກຳ​ຄັ້ງນີ້ມີ​ຮ້ານ​ວາງສະ​ແດງ 1099 ​ຮ້ານ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ​ກາຍນີ້10%. ບຸກຄົນ​ພາຍ​ໃນວົງ​ການ​ເຫັນ​ວ່າ, ງານ​ວາງສະ​ແດງ​ປື້​ມໜັງສືສາກົນ​ປັກ​ກິ່ງ​ແມ່ນ​ເຄື່ອງໝາຍ​ທີ່​ສັງ​ເກດ​ທ່ວງທ່າ​ຂະຫຍາຍຕົວ​ຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ປື້​ມໜັງສື​ຂອງ​ຈີນ.

ຂະ​​ແໜງ​ການ​ພິມ​ຈຳໜ່າຍ​ແລະ​ອຸດສາຫະກຳ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຖືກ​ຖື​ເປັນ​ຂົງ​ເຂດ​ທີ່​ລະດັບ​ໄຂປະຕູ​ບໍ່​ສູງ​ປານ​ໃດ. ປັດຈຸບັນ, ຈີນ​ມີ​ສຳນັກງານ​ພິມ​ຈຳໜ່າຍ 570 ກວ່າ​ແຫ່ງ, ​ແຕ່ລະ​ປີ​ພິມ​ຈຳໜ່າຍ​ປຶ້ມໜັງສື​ໃໝ່ 2 ​ແສນ​ຊະນິດ, ​ແຕ່​ໃນຕົ້ນຊຸມ​ປີ 80 ສະຕະວັດ​ທີ່​ແລ້ວ, ​ແຕ່ລະ​ປີ​ພິມ​ຈຳໜ່າຍ​ປື້​ມ​ໃໝ່​ພຽງ​ແຕ່ 10 ພັນ​ກວ່າ​ຊະນິດ. ນອກ​ນັ້ນ, ປັດຈຸບັນ, ປີໃດ, ຈີນກໍ​ຍັງ​ພິມ​ຈຳ​ໜ່າຍ​ໜັງສືພິມເກືອບ 2 ພັນຊະນິດ, ວາລະສານ 8 ພັນຊະນິດ.

ທ່ານສືຈົ່ງຢວນ ຫົວໜ້າສຳນັກງານໃຫຍ່ຖະແຫລງຂ່າວແລະພິມຈຳໜ່າຍຈີນ​ເຫັນ​ວ່າ, ​ເມື່ອ​ສັງ​ເກດ​ຈາກ​ຕົວ​ເລກ​​ເຫຼົ່າ​ນີ້​ແລ້ວ​ເຫັນ​ວ່າ, ຈີນ​ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ມະຫາ​ປະ​ເທດ​ພິມ​ຈຳໜ່າຍ​ຂອງ​ໂລກ. ​ແຕ່​ຄວາມ​ຈິງ​ແລ້ວ, ຂະ​ແໜງ​ການ​ພິມ​ຈຳ​ໜ່າຍ​ຂອງ​ຈີນ​ຍັງ​ປະ​ເຊີນ​ບັນຫາ​ບໍ່​ໜ້ອຍ. ທ່ານ​ເວົ້າວ່າ:
​ເມື່ອ​ໄດ້​ພັດທະນາມາຫຼາຍສິບ​ປິ, ​ໂດຍ​ສະ​ເພາະ​ແມ່ນ​ການພັດທະນາ​ເກືອບ 20ມາ​ນີ້, ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຂອງ​ຈີນ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​​ໃຫຍ່ຫລວງ, ກາຍ​ເປັນປະ​ເທດ​​ໃຫຍ່​ດ້ານ​ພິມ​ຈຳໜ່າຍ​ຂອງ​ໂລກ, ​​ແລະຍັງ​ມີກຳລັງ​ບົ່ມ​ຊ້ອນ​​ໃນການພັດທະນາອັນ​ມະຫາສານ. ກຳລັງ​ກວມ​ລວມ​ແລະ​ຄວາມ​ສາມາດ​​ແກ່ງ​ແຍ່ງ​ສັງ​ລວມຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຂອງຈີນບໍ່​ແຂງ​ແຮງ​ປານ​ໃດ, ມີ​ຄວາມ​ຫຍຸ້ງຍາກ​ແລະ​ມີບັນຫາ​ຫລວງຫລາຍ. ສະນັ້ນ, ວົງ​ການ​ພິມ​ຈຳໜ່າຍ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​​ເພີ່ມ​ທະວີ​ການ​ແລກປ່ຽນ​ກັນ, ຮ່ວມ​ມືກັນ, ຈະມີ​ຜົນ​ດີ​ຫລາຍ​ຕໍ່ການ​ພັດທະນາ​ຂະ​ແໜງການ​ພິມ​ຈຳໜ່າຍ​ຂອງ​ຈີນ​ແລະ​ຂອງ​ໂລກ.

ການ​ຄ້າ​ລິ​ຂະ​ສິດ​ຂອງ​ຈີນກັບຕ່າງປະ​ເທດ​ຍັງ​ຂາດ​ດຸນຫລາຍ. ຕາມ​ສະຖິຕິ​ຂອງ​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ, ​ແຕ່​ປີ 1995 ຮອດ​ປີ 2004, ອັດຕາສົ່ງ​ອອກ​ແລະ​ນຳ​ເຂົ້າລິ​ຂະ​ສິດ​ຂອງ​ຈີນ​ສະ​ເລ່ຍ​ແລ້ວ​ແມ່ນ​ປະມານ 1ຕໍ່10. ລິຂະສິດທີ່​ສົ່ງ​ອອກ ສ່ວນຫລາຍ​ແມ່ນ​​ໄດ້ສົ່ງເຂົ້າຮົງ​ກົງ​ໄຕ້​ຫວັນຂອງ​ຈີນ​ແລະ​ຕະຫລາດ​ຊາວ​ຈີນ​ອາຊີ​ອາຄະ​ເນ, ​ແຕ່​ໜັງ​ສື​ທີ່​ນຳ​ເຂົ້າສ່ວນ​ຫລາຍ​ມາ​ຈາກ​ປະ​ເທດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ. ສະນັ້ນ, ການ​ຄ້າ​ລິ​ຂະ​ສິດ​ລະຫວ່າງ​ຈີນ​ກັບປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ມີ​ຄວາມ​ບໍ່​ສົມ​ດຸນ​ກັນ​ທີ່​ສຸດ. ທ່ານ​ນາງ​ອູ​ເວີຍ ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ຫ້ອງການ​ຖະ​ແຫລ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ເຫັນ​ວ່າ, ສະພາບ​ແນວ​ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ການ​ໃຫ້ໂລກ​ຊອກ​ຮູ້​ຈີນ. ນາງ​ເວົ້າວ່າ:

ມີ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈຳນວນ​ຂໍ້​ມູນ​ຂ່າວສານ​ທີ່​ປະ​ເທດ​ພັດທະນາ​ຝ່າຍ​ຕາ​ເວັນ​ຕົກ​ສົ່ງ​​​ໃຫ້​ປະ​ເທດ​ພວມ​ພັດທະນານັ້ນ, ​ແມ່ນ 100 ​ເທົ່າ​ຂອງ​ປະ​ເທດ​ພວມ​ພັດທະນາ​ສົ່ງ​ໄປ​​ໃຫ້ປະ​ເທດ​ພັດທະນາ. ຄວາມ​ໂຕນ​ກັນ​ແນວ​ນີ້​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​​ໃນ​ດ້ານ​ການ​ຄ້າ​ຜະລິດ​ຕະພັນ​ວັດທະນາ​ທຳ​ຄື​ກັນ. ໜັງສືພິມ​ວາລະສານ​ແລະ​ເຄື່ອງພິມ​ສຽງ​ແລະ​ພາບ​ຂອງ​ຈີນ​ແມ່ນຂາດ​ດຸນ​ຫລາຍ​ໃນ​ກາ​ນຄ້າ​ລະຫວ່າງ​ຊາດ. ການ​ຂາດ​ດຸນ​ຢ່າງຫລວງຫລາຍ​ໃນ​ດ້ານ​ຂອງ​ການ​ຄ້າ​ຜະລິດ​ຕະພັນ​ວັດທະນະທຳ​ໄດ້​ຂັດຂວາງ​ໂລກ​ຊອກ​ຮູ້​ຈີນ.

ເພື່ອ​ປ່ຽນ​ແປງ​ສະພາບ​ດັ່ງກ່າວ, ​ໃນ​ເດືອນ​ກໍລະ​ກົດ​ປີນີ້, ລັດຖະບານ​ຈີນ​ໄດ້​ຖອດ​ຖອນ​ເອົາ​ບົດຮຽນ​ຂອງ​ປະ​ເທດ​ອື່ນ, ປະຕິບັດແຜນການ​ເຜີຍ​ແຜ່​ໜັງສືຈີນ​ຕໍ່​ຕ່າງປະ​​ເທດ, ​ແລະ​ໄດ້​ໃຊ້​ຮູບ​ການ​ເກື້ອກູນຄ່າ​ແປ​ພາສາ, ສົ່ງ​ເສີມ​​ໃຫ້ນັກທຸລະກິດ​ພິມ​ຈຳໜ່າຍ​​ແລະ​ອົງການ​ພິມ​ຈຳໜ່າຍ​ຂອງ​ຕ່າງປະ​ເທດຈຳໜ່າຍ​ໜັງສືຂອງ​ຈີນ. ງານ​ວາງສະ​ແດງປື້​ມ​ໜັງສືຄັ້ງນີ້​ໄດ້​ຈັດ​ບ່ອນ​ວາງສ​ະ​ແດງ​ຈຳ​ເພາະ, ວາງສະ​ແດງ​ສາລະ​ບານໜັງສື​ທີ່​ບັນຈຸ​ແຜນການ​ເຜີຍ​ແຜ່​ປື້​ມໜັງສື​ຕໍ່​ຕ່າງປະ​ເທດ​ຂອງ​ຈີນງວດ​ໜຶ່ງ, ​ໄດ້​ພາ​ໃຫ້​ພໍ່ຄ້າ​ພິມ​ຈຳໜ່າຍ​ຂອງ​ຕ່າງປະ​ເທດ​ສົນ​ໃຈ​ນຳ.

ທ່ານ​ນາງ​ແອນ​ນາ ມາ​ເລຍ ປະທານ​ສະມາຄົມ​ນັກທຸລະກິດ​ພິມ​ຈຳໜ່າຍ​ສາກົນ​​ເຫັນ​ວ່າ, ຄຽງ​ຄູ່​ກັບ​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຈີນ​​ໄຂ​ປະຕູ​ກວ້າງ​ອອກ, ການ​ຮ່ວມ​ມື​ຂອງ​ນັກທຸລະກິດພິມ​ຈຳໜ່າຍ​ຈີນ​ແລະ​ຕ່າງປະ​ເທດ​ນັບ​ມື້​ນັບ​ກວ້າງຂວາງ. ​​ເພີ່ນ​ເວົ້າຢູ່​​ເທິງເວທີ​ປາ​ໄສ​ພິມ​ຈຳໜ່າຍ​ສາກົນ​ຂອງ​ງານ​ວາງສະ​ແດງຄັ້ງນີ້​ວ່າ:

ນັກ​ພິມ​ຈຳໜ່າຍ​ຂອງ​ບັນດາ​ປະ​ເທດ​ບໍ່​ແມ່ນ​ໂດດດ່ຽວ, ຕ້ອງ​ແບ່ງປັນບົດຮຽນ​ແລະ​ຄວາມ​ຄິດ​ຂອງ​ໃຜລາວ, ຂ້າພະ​ເຈົ້າຢາກ​​ຮູ້​ວ່ານັກ​ພິມ​ຈຳໜ່າຍ​ຂອງ​ຈີນ​ມີ​ຄວາມ​ຄິດ​ແນວ​ໃດ.

ທ່ານ​ນາງ​ແອນ​ນາ​ເວົ້າວ່າ, ຂະ​ແໜງ​ການ​ພິມ​ຈຳໜ່າຍ​ຂອງ​ຈີນ​ພວມ​ເລັ່ງລັດ​​ເຊື່ອມ​ໂຍງ​ເຂົ້າ​ໃນລະບົບພິມ​ຈຳໜ່າຍ​ຂອງ​ໂລກ. ຜູ້​ອ່ານ​ຫລວງຫລາຍ​ຂອງ​ຈີນ​ໄດ້​ສະ​ໜອງ​ອະນາຄົດ​ພັດທະນາ​ອັນ​ຮຸ່ງ​ເຮືອງ​ໃຫ້​ຂະ​ແໜງ​ການ​ພິມ​ຈຳໜ່າຍ​ປື້ມຂອງ​ໂລກ.

ງານວາງສະ​ແດງ​ປື້​ມໜັງສືສາກົນ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ​ບໍ່​ພຽງ​ແຕ່​ໄດ້​ກາຍ​ເປັນສະຖານ​ທີ່​ສຳຄັນ​ຂອງ​ການ​ຄ້າ​ລິ​ຂະ​ສິດທໍ່​ນັ້ນ, ​ແລະ​ກໍ​ແມ່ນ​ສະຖານ​ທີ່​ຊອກ​ຮູ້​ສະພາບໃໝ່​ສຸດ​ຂອງ​ຂະ​ແໜງ​ການ​ພິມ​ຈຳໜ່າຍຂອງ​ຈີນ​ຢ່າງຮອບດ້ານ, ສະນັ້ນ, ​ຈຶ່ງໄດ້​ດຶງ​ດູດ​​ເອົາກຸ່ມ​ພິມ​ຈຳໜ່າຍ​ທີ່​ສຳຄັນ​ເກືອບ​ທັງ​ໝົດ​ໃນ​ໂລກມາ​ເຂົ້າຮ່ວມ. ຫວ່າງກ່ອນ​ນີ້​ບໍ່​ດົນ, ຈີນ​ໄດ້​ປະກາດ​ເອກະສານ​ສາມ​ສະບັບ​​ເຊັ່ນ"ບາງກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ທຶນທີ່ບໍ່​ແມ່ນ​ຂອງສ່ວນ​ລວມ​ເຂົ້າຮ່ວມຜະລິດ​ຕະກຳວັດທະນະທຳ", "ວິທີ​ການ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຄຸ້ມ​ຄອງ​ຜະລິດ​ຕະພັນ​ວັດທະນະທຳຂາ​ເຂົ້າ", ​ແລະ"​ຄວາມ​ເຫັນບາງ​ຢ່າງກ່ຽວ​ກັບການ​ນຳ​ທຶນ​ຕ່າງປະ​ເທດ​ເຂົ້າ​ໃນຂົງ​ເຂດ​ວັດ​ທະ​ນະ​ທຳ​ ​", ​​ໄດ້​ມີ​ການ​ກຳນົດ​ຢ່າງຈະ​ແຈ້ງ​​​ກ່ຽວກັບບັນຫາ​ທີ່​ກ່ຽວຂ້ອງ​ກັບ​ການ​ລົງ​ເລີກປະຕິ​ຮູບ​ໂຄງ​ປະກອບ​ພິມ​ຈຳໜ່າຍ​ໃນ​ສະ​ເພາະ​ໜ້າ​ຕື່ມ​ອີກ. ບຸກຄົນ​ພາຍ​ໃນ​ຂະ​ແໜງ​ການ​ເຫັນ​​ໂດຍ​ທົ່ວ​​ໄປ​ວ່າ, ຂະ​ແໜງ​ການ​ພິມ​ຈຳໜ່າຍ​ປື້​ມໜັງສື​ຂອງຈີນ​ມີ​ອະນາຄົດ​ອັນ​ດີງາມ.