|
 |
(GMT+08:00)
2005-09-15 12:30:46
|
 |
ກົດໝາຍວ່າດ້ວຍການສົ່ງເສີມການສຶກສາເອກະຊົນໄດ້ຊຸກຍູ້ພາລະກິດການສຶກສາເອກະຊົນຂະຫຍາຍຕົວ
cri
ຕາມຂ່າວcri, ຈີນປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການສຶກສາເອກະຊົນເປັນເວລາສອງປີມານີ້, ໄດ້ຮັບໝາກຜົນອັນເດັ່ນຊັດໃນການຊຸກຍູ້ພາລະກິດສຶກສາເອກະຊົນຂະຫຍາຍຕົວ, ສະພາບແວດລ້ອມດ້ານກົດໝາຍ ນະໂຍບາຍໄດ້ມີຜົນດີຕໍ່ການພັດທະນາການສຶກສາເອກະຊົນນັ້ນກໍ່ພວມເປັນຮູບເປັນຮ່າງຂຶ້ນເທື່ອລະກ້າວ.
ວັນທີ14ກັນຍາ, ງານສຳມະນານິຕິບັນຍັດທ້ອງຖິ່ນກ່ຽວກັບການສຶກສາເອກະຊົນທີ່ກຳມາທິການການສຶກສາວິທະຍາສາດວັດທະນະທຳອະ ນາໄມແຫ່ງສະພາປະຊາຊົນແຫ່ງຊາດຈີນ ກະຊວງສຶກສາທິການຈີນຮ່ວມກັນຈັດຂຶ້ນນັ້ນໄດ້ໄຂຂຶ້ນຢູ່ນະຄອນຊີອານ ແຂວງສານຊີ. ທ່ານຊີນ ຊີຈົງ, ຮອງຫົວໜ້າກຳມາທິການການສຶກສາວິທະຍາສາດວັດທະນະທຳອະນາໄມແຫ່ງສະພາປະຊາຊົນແຫ່ງຊາດຈີນກ່າວວ່າ, ການປະກາດໃຊ້ຂອງກົດໝາຍວ່າດ້ວຍການສົ່ງເສີມການສຶກສາເອກະຊົນໄດ້ເປັນຂີດໝາຍ ສະແດງໃຫ້ເຫັນວ່າ, ພາລະກິດການສຶກສາເອກະຊົນຂອງຈີນເລີ່ມກ້າວຂຶ້ນເສັ້ນທາງຫັນເປັນລະບອບກົດໝາຍ, ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ພາລະກິດການສຶກສາເອກະຊົນຂະຫຍາຍຕົວຢ່າງປອດໃສແລະຊຸກຍູ້ການປະຕິຮູບພາລະກິດການສຶກສາທິການ.
|
|
|