ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-15 14:47:23    
ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​2​ຈະ​ຈັດ​ຂຶ້ນ​ໃ​ນ​ເດືອນ​ຕຸລາ​ຢູ່​ເມື​ອງ​ນານ​ນິງ​ເຂດ​ກວງ​ຊີ

cri
ຕາມ​ຂ່າວ​cri, ວັນ​ທີ15​ກັນ​ຍາ, ​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ, ທ່ານ​ຟູ​ຈື້​ຢີງ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​​ກະຊວງ​ການ​ຄ້າ​​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ2​ຈະຈັດ​ຂຶ້ນ​ແຕ່​ວັນ​ທີ19​ຫາ​ວັນ​ທີ22​ຕຸລາ​ຢູ່​ນະ​ຄອນ​ນານ​ນິງ ​ເມືອງ​ເອກ​​ເຂ​ດກວງ​ຊີ​ຊົນ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​​ເອງ​ຂອງ​ຈີນ, ພ້ອມ​ກັນ​ນັ້ນ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນຄັ້ງ​ທີ2.

ທ່ານ ຟູ​ຈື້ຢີງ​ກ່າວ​ວ່າ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ2ຈະ​ປະສານ​ສົມທົບ​ກັບ​ແຜນ​ການ​ຫຼຸດ​ພາສີ​ແຫ່ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ຢ່າງ​ຮອບ ດ້ານ, ​ເປີດ​ກວ້າງ​ຂະ​ໜາດ​ຢ່າງພໍ​ດ້າມ​ພໍດີ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ວົງ​ການ​ກາ​ນຄ້າ​​ບັນ​ດາ​ປະ​ເທດ​ທີ່​ເປີດ​ກວ້າງ​ຕະ​ຫຼາດ​ຕື່ມ​ອີກ​​ເນື່ອງ​ໃນ​ໂອກາດ​ຫຼຸດ​ພາສິ.