ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-15 18:19:49    
4 ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ເລີ່ມ​ບິນ​ລາດ​ຕະ​ເວນ​ເທິງ​ອາ​ກາດ​ຂອງ​ຊ່ອງ​ແຄບ​ມາ​​ລັກ​ກາ(ສຽງ)

cri Author: da


ເພື່ອ​ໃຫ້ການ​ເດີນ​ເຮືອ​ຢູ່​ຊ່ອງ​ແຄບ​ມາລັກກາມີ​ຄວາມ​ປອດ​ໄພຕື່ມ​ອີກ,​ໂຈມ​ຕີ​ໂຈນ​ທະ​ເລ ການ​​ປຸ້ນສະດົມ​ດ້ວຍ​ກຳລັງ​ອາວຸດ​ແລະການເຄື່ອນ​ໄຫວກໍ່​ການ​ຮ້າຍ,ວັນ​ທີ 13 ກັນຍາ ອິນ​ໂດ​ເນ​ເຊຍ ສິງກະ​ໂປ ມາ​ເລ​ເຊຍ​ ປະ​ເທດ​ແຄມ​ຝັ່ງຊ່ອງ​​ແຄບ​ແລະ​ໄທ ປະ​ເທດ​ໃກ້​ຄຽງ​ໄດ້​ເລີ່​ມບິນ​ລາດຕະ​ເວນ​ເທິງອາກາດ​ຮ່ວມ​ຊ່ອງ​ແຄບ​ມາລັກກາ.ນີ້​ແມ່ນ​ມາດ​ຕະການ​ໃໝ່​ຂອງປະ​ເທດ​ເຫຼົ່າ​ນີ້​ເພື່ອ​ເຮັດ​ໃຫ້ການ​ເດີນ​ເຮືອຢູ່​ຊ່ອງ​ແຄບມີ​ຄວາມ​ປອດ​ໄພຕື່ມ​ອີກ ພາຍຫຼັງ​ສາມ​ປະ​ເທດ​ແຄມຝັ່ງ​ຊ່ອງ​ແຄບ​ຮ່ວມ​ກັນລາດຕະ​ເວນ​​ເທິງ​ທະ​ເລ​ໃນ​ເດືອນ​ກໍລະກົດ​ປີ​ກາຍ​ນີ້​ເປັນຕົ້ນມາ.

​ໂດຍ​ແນ​ໃສ່​ການ​ລາດຕະ​ເວນທາງ​ອາກາດ​ທີ່​ຊາວ​ໂລກ​ສົນ​ໃຈ​ນຳ​ເທື່ອ​ນີ້,ຫວ່າງ​ມໍ່ໆ​ນີ້ ນັກ​ຂ່າວ​​ຊິນ​ຮວາ​ໄດ້​ສຳພາດ​ທ່ານພັນ​ເອກຊູ​ຢາ ວີ​ລັນ​ໂຕ ຜູ້​ຊ່ວຍ​ວຽກ​ພະ​ແນ​ກ​ວຽກ​ງານ​ສູ້​ລົບ​ຂອງ​ກອງ​ບັນຊາ​ການກອງ​ກ່ຳ​ປັ່ນລົບ​ພາກ​ຕາ​ເວັນ​ຕົກ​ກອງທັບ​ເຮືອອິນ​ໂດ​ເນ​ເຊຍ.ທ່ານຊູ​ຢາ​ເວົ້າວ່າ, 4 ປະ​ເທດ​ຮ່ວມ​ກັນ​ລາດຕະ​ເວນ​ເທິງ​ອາກາດ​ແມ່ນ​ມາ​ເລ​ເຊຍ​ສະ​ເໜີ​ອອກມາ​ກ່ອນ​ເພິ່ນ​ໃນ​ເດືອນ​ສິງຫາ​ປີ​ນີ້,​ແລະ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ປະ​ເທດ​ທີ່​ກ່ຽວຂ້ອງ,ຈຸດປະສົງ​ຕົ້ນຕໍ​ແມ່ນ​ເພື່ອ​ຊອກ​ຮູ້​ສະພາບ​ຊ່ອງ​ແຄບ​ມາ​ລັກກາ​ຈາກອາກາດ,ກຳ​ຂ່າວ​ຄາວ​ໂດຍ​ໄວ​,​ເພື່ອຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຊ່ອງ​​ແຄບ.ນີ້​ແມ່ນ​ການກະທຳ​ທີ່​ສຳຄັນສຳຄັນ​ທີ່​ຫຼາຍ​ປະ​ເທດ​ຮ່ວມ​ກັນ​ລາດຕະ​ເວນ​ຢູ່​ຊ່ອງ​ແຄບ​ມາ​ລັກກາ,​ການລາດຕະ​ເວນໃນ​ເມື່ອ​ກ່ອນ​ ແມ່ນ​ບັນດາ​ປະ​ເທດ​​ຈັດ​ວາງ​​ແລະ​ບັນຊາກອງ​ກ່ຳ​ປັ່ນລົບ​ແລະ​ຍົນຂອງ​​ໃຜ​ຂອງ​ລາວ.

ທ່ານຊູ​ຢາແນະນຳ​ວ່າ,ກອງ​ຍົນ​ລາດ​ຕະ​ເວນ​ທີ່​ປະກອບ​ດ້ວຍ​ກອງທັບ​ອາກາດ​ຂອງ 4 ປະ​ເທດ​ດັ່ງກ່າວ​ນີ້ ຈະ​ປະຕິບັດ​ໜ້າ​ທີ່​ລາດ​ຕະ​ເວນ​ຂ້າມ​ຊາຍ​ແດນຢູ່​ນ່ານຟ້າ​ຊ່ອງ​ແຄບ​ມາ​ລັກກາ​ແລະ​ສິງກະ​ໂປ​ທຸກມື້.ກອງ​ລາດຕະ​ເວນ​ຈະ​ໄດ້​ຮັບ​ການສະໜັບສະໜູນ​ທາງ​ອາກາດ​ຂອງຍົນ​ສອດ​ແນ​ມທີ່​ນຳ​ໂດຍຜູ້​ບັນຊາ​ການ 4 ປະ​ເທດ. ບົດບາດ​ລາດຕະ​ເວນ​ເທິງອາກາດ​ແມ່ນ​ຢູ່​ບ່ອນ​ວ່າ ສາມາດ​ພົບ​ເຫັນ​ເຫດການ​ກະທັນຫັນ​​ເທິງ​ທະ​ເລ​ໄວ​ກວ່າ​ເກົ່າ​ແລະ​ໃຊ້​ມາດ​ຕະການ​ຮັບ​ມື​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.ທຸກປະ​ເທດ​ກໍ​ເຫັນ​ດີ​ແຕ່ງ​ກອງ​ກ່ຳ​ປັ່ນ​ລົບ 5 ລຳ​ແລະ​ຍົນ​ສອດ​ແນມ 2 ລຳ​ເຂົ້າຮ່ວມ​ໜ້າ​ທີ່​​ລາດຕະ​ເວນ, ໃນແຕ່​ລະອາ​ທິດ ທຸກ​ປະ​ເທດ​ຕ້ອງ​ລາດຕະ​ເວນ​ສອງ​ມື້​​​.

ທ່ານ​ຍົກຕົວຢ່າງ​ວ່າ,ຖ້າເກີດ​ເຫດການ​ສຸ​ເສີນ​ຢູ່​ນ່ານນ້ຳອິນ​ໂດ​ເນ​ເຊຍ,ຍົນ​ສອດ​ແນມຈະລາ​ຍງານ​ຕໍ່​ກອງ​ບັນຊາ​ສູ້​ລົບ​ກອງ​ທັງອາກາດ​ທີ່ຢູ່​ຢາ​ກາກ​ຕາ,​ແລ້ວ​ລາຍ​ງານ​ໃຫ້​ກອງທະຫານພິ​ເສດ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ທີ່ຢູ່​ເກາະປາ​ຕຳຊາບ,​ຖັດມາ ກອງທະຫານ​ພິ​ເສດ​ກອງ​ນີ້ ຈະຕິດ​ຕໍ່​ກັບ​ກອງ​ກ່ຳ​ປັ່ນ​ລາດຕະ​ເວນ​ທີ່ຢູ່​​ເຂດ​ນ້ຳມໍ່​ກັບ​ບ່ອນ​ເກີດ​ເຫດ ​ເພື່ອ​ຕິດຕາມ​​ແລະ​ໃຊ້​ການ​ເຄື່ອນ​ໄຫວ​ອັນ​ຈຳ​ເປັນ.ຍ້ອນ​ວ່າການ​ລາດຕະ​ເວນ​​ທາງນ້ຳ​ແລະ​ທາງ​ອາກາດ​ປະສານ​ສົມທົບ​ກັນ​ເປັນ​ຢ່າງ​ດີ,​ກ່ຳ​ປັ່ນ​ຂອງ​ໂຈນ​ທະ​ເລ​ຢາກຈະ​​ໜີ​ຈາກ​ສາຍຕາ​ຂອງ​ທະຫານລາດຕະ​ເວນກໍຍາກ.

​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ການຊ່ອຍ​ເຫຼືອ​ຂອງ​ຕ່າງປະ​ເທດ​ຕໍ່​ການ​ລາດຕະ​ເວນຢູ່​ຊ່ອງ​ແຄບນັ້ນ,ທ່ານຊູ​ຢາ​ເວົ້າວ່າ,ປະ​ເທດ​ຢູ່​ແຄມ​ຝັ່ງຊ່ອງ​ແຄບ​ຫວັງ​ໃຫ້​ຕ່າງປະ​ເທດ​ສະໜອງ​ການ​ຊ່ອຍ​ເຫຼືອ​ໃນ​ດ້ານ​ອົບ​ຮົບພະນັກງານແລະ​ເຕັກນິກ,ຈີນ​ແລະ​ຍີ່​ປຸ່ນກໍ​ໄດ້​ສະ​ແດງ​ວ່າ​ ຍິນ​ດີ​​ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ດ້ານ​ນີ້.​ ແຕ່​ທ່ານ​ກ່າວ​ເນັ້ນວ່າ,ໜ້າ​ທີ່​ລາດຕະ​ເວນ​ປະຈຳ​ວັນ​ຢູ່​ຊ່ອງ​ແຄບ​ ຄວນ​ໃຫ້​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ສິງກະ​ໂປ​ແລະ​ໄທ​ຮັບຜິດຊອບນຳ​ກັນ.

ຊ່ອງ​​ແຄບ​ມາ​ລັກກາ​ຍາວ​ປະມານ 900 ກິ​ໂລ​ແມັດ,ກວ້າງ 5,4 ກິ​ໂລ​ແມັດ,ສະ​ເລ່ຍ​ແລ້ວ ນ້ຳ​ທະ​ເລເລິກ 25 ຫາ 27 ​ແມັດ,ທິດຕາ​ເວັນ​ອອກ​​ຕິດ​ກັບ​ທະ​ເລ​ຈີນ,ທິດຕາ​ເວັນ​ຕົກ​ຕິດກັບ​ທະ​ເລອັນ​ດາ​ມັນ,​ເຊື່ອມ​ຕໍ່​ກັບມະຫາ​ສະໝຸດ​ປາຊິ​ຟິກ​ກັບ​ມະຫາ​ສະໝຸດ​ອິນ​ເດຍ.ປະຈຸ​ບັນ,ການ​ຂົນ​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ຜ່ານ​ຊ່ອງ​ແຄບມາ​ລັກກາ ​ໄດ້​ກວມ​ການ​ຂົນ​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ທົ່ວ​ໂລກ​ເຄິ່ງໜຶ່ງ,ການ​ຂົນ​ສິນຄ້າ​ກວມ​ 1 ສ່ວນ 3 ຂອງ​ທົ່ວ​ໂລກ.ຕາມ​ຂ່າວ​ແຈ້ງວ່າ,​ແຕ່ລະ​ປີ ມີ​​ເຮືອພຽງ 8 ໝື່ນ​ກວ່າ​ລຳ​​ຜ່ານ​ຊ່ອງ​ແຄບ​ດັ່ງກ່າວ,​ແຕ່ລະ​ມື້​ມີ 220 ລຳ.​ພ້ອມ​ກັນນັ້ນ ​ແຕ່​ໃດ​ມາ ຊ່ອງ​ແຄບ​ມາ​ລັກກາ​ກໍ​ແມ່ນພູມ​ທະ​ເລທີ່​ໂຈນ​ທະ​ເລ​ເຄື່ອນ​ໄຫວ​ຢ່າງ​ປ່ວງ​ບ້າ​ທີ່​ສຸດ​ແລະ​ເກີດ​ເຫດການ​ເທິງ​ທະ​ເລ​​ຫຼາຍ​ທີ່​ສຸດ,ຕາມ​ເວົ້າ​ວ່າ ​ເຫດການ​ໂຈນ​ທະ​ເລຫຼອນ​ໂຈມ​ຕີ​​​ໃນທົ່ວ​ໂລກ ມີ 60% ​ແມ່ນ​ເກີດ​ຂຶ້ນ​ຢູ່​ແຫ່ງ​ນີ້.​ໃນ​ຫຼາຍ​ປີ​ມາ​ນີ້,ໂຈນ​ທະ​ເລ​ຕ້ອງ​ໂທດຢ່າງ​ເນື່ອງນິດ​ທີ່​ສຸດ ການ​ຄ້າ​ຢາ​ເສບ​ຕິດ​ແລະ​ຂົນ​ສົ່ງອາວຸດ​ທີ່​ບໍ່​ຖືກຕ້ອງຕາ​ມ​ກົດໝາຍ​ຢູ່​ຊ່ອງ​ແຄບ​ແຫ່ງ​ນີ້​ ກໍໜັກໜ່ວງ​ກວ່າ​​ເກົ່າ,ອັນ​ໄດ້​​ຂົ່ມຂູ່​ຄວາມ​ປອດ​ໄພ​ຂອງການ​ຂົນ​ສົ່ງ​ທາງ​ທະ​ເລ ການ​ພັດທະນາ​ເສດຖະກິດ ​ແລະ​ສະຖຽນ​ລະ​ພາບ​​ສັງຄົມຢູ່​ແຄມ​ຝັ່ງ​ທະ​ເລ​ຢ່າງ​ໜັກໜ່ວງ.

ອີງ​ຕາມ"ສົນທິສັນຍາ​ກົດໝາຍທະ​ເລ​ຂອງ​ສະຫະ​ປະຊາ​ຊາດ",ຊ່ອງ​ແຄບ​ມາລັກກາ​ແລະ​ສິງກະ​ໂປ​ແມ່ນ​ຊ່ອງ​ທາງ​​ເດີນ​ເຮືອ​ສາກົນ,​ແຕ່​ວ່າ ປະ​ເທດ​​ແຄມຝັ່ງ​ທະ​ເລ​ຍັງ​ມີອະທິປະ​ໄຕຢູ່​ເໜືອ​ເຂດ​ທະ​​ເລ​ຂອງ​ຕົນ​ເອງ,​ແລະ​ມີພັນທະ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແລະປ້ອງ​ກັນປະ​ເທດ​ທີ່ນຳ​ໃຊ້​ຊ່ອງ​ແຄບ.

​​ແຕ່​ເດືອນ​ກໍລະກົດ​ປີ​ກາຍນີ້​ເປັນຕົ້ນມາ,ສິງກະ​ໂປ ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ທີ່ຢູ່​ແຄມຝັ່ງ​ຊ່ອງ​ແຄບ​ມາ​ລັກກາ​ກໍ​ໄດ້​ເລີ່​ມຮ່ວມ​ກັນ​ລາດຕະ​ເວນເທິງ​ທະ​ເລຢູ່​ຊ່ອງ​ແຄບ​ດັ່ງກ່າວ.ທ່ານຊູ​ຢາ ວີ​ລັນ​ໂຕເວົ້າວ່າ,ການ​ຮ່ວມ​ກັນລາດຕະ​ເວນ​ເທິງທະ​ເລ​ໄດ້​ຮັບ​ຜົນ​ແລ້ວ,​ເຫດການ​ຕ້ອງ​ໂທດ​ເທິງ​ທະ​ເລ​​ໄດ້ຫຼຸດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ.ທ່ານຊູ​ຢາຍັງ​ເຜີຍ​ໃຫ້​ຮູ້ວ່າ,​ເພື່ອ​ເປີດ​ກວ້າງ​ຂອບ​ເຂດ​ລາດຕະ​ເວນ​ຮ່ວມກັນ, 4 ປະ​ເທດ​ໄດ້​ເຫັນ​ດີ​ສ້າງຕັ້ງສະຖານີຕິດ​ຕໍ່ສາຍຮ້ອນ 5 ​ແຫ່ງ​ຢູ່​ພູ​ເກັດ​ຂອງ​ໄທ ລູມຸດຂອງ​ມາ​ເລ​​ເຊຍ ຊັງ​ອິຂອງ​ສິງກະ​ໂປ ຊາ​ບັງ​ແລະດູ​ມາຍຂອງ​ອິນ​ໂດ​ເນ​ເຊຍ. ພ້ອມ​ກັນນັ້ນ,​ເຮືອ​ທີ່​​ແລ່ນ​ຜ່ານ​ຊ່ອງ​ແຄບ​ ຍັງ​ສາມາດ​ຕິດ​ຕໍ່ກັບ​ກອງ​ລາດຕະ​​ເວນ​ຮ່ວມ​ດ້ວຍ​ວິທະຍຸ​ໂດຍ​ກົງ.