ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-16 10:54:13    
ທ່າ​ນ​ທາງ​​ເຈຍ​ຊວນ​ສະ​ເໜີ​ຂໍ້​ລິ​ເລີ່ມ​ປະ​ຕິ​ຮູບ​ສະ​ພາ​ເສດ​ຖະ​ກິດ​​ແລະ​ສັງ​ຄົມ​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວ​ສານ​ຊີ​ນຮວາ, ວັນ​ທີ15​ກັນ​ຍາ, ທ່າ​ນ​ທາງ​ເຈຍ​ຊວນ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ໄດ້​ຕາງ​ໜ້າ​ທ່ານ​ຫູ​ຈິນ​ທາວ​ປະ​ທານ​ປະ​ເທດ​ຈີ​ນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ວົງ​ແຄບ​ສະ​ພາ​ເສດ​ຖະ​ກິດ​​ແລະ​ສັງ​ຄົມ​ສະ​ຫະ​ປະຊາ​ຊາດ​, ​ແລະ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ປະຕິ​ຮູບ​ສ​ະພາ​ເສດ​ຖະ​ກິດ​​ແລະ​ສັງ​ຄົມ.

ທ່ານ​ທາງ​ເຈຍ​ຊວນກ່າ​ວ​ວ່າ, ສະ​ພາ​ເສດ​ຖະ​ກິດ​​ແລະ​ສັງ​ຄົມ​ຮັບ​ແບກ​ໜ້າ​ທີ່​ສຳ​ຄັນ​​ປະ​ຕິ​ບັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ດ້ານ​ກາ​ນ​ພັດ​ທະ​ນາ, ການ​ປະ​ຕິ​ຮູບ​ສະ​ພາ​ເສດ​ຖະກິດ​​ແລະ​ສັງ​ຄົມ​ກໍ່​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ປະຕິ​ຮູບ​ສະ​ຫະ​ປະຊາ​ຊາດ, ສະ​ພາ​ເສດ​ຖະກິດ​​ແລະ​ສັງ​ຄົມ​ທີ່​ໄດ້​ປະ​ຕິ​ຮູບ​ແລ້ວ​ນັ້ນ​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ ​ແທດ​ເໝາະ​ແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ. ນະ​ທີ່​ນີ້, ທ່ານ​ທາງ​ເຈຍ​ຊວນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ ການ​ປະຕິ​ຮູບສາມ​ຂໍ້, ຄື ​ເພີ່ມ​ທະວີ​ການ​ປະ​ສານ​ງານ​ຢ່າງ​ເປັນ​ເອກະ​ພາບ​ກັນ,ລົງ​ເລິກ​​ແລກປ່ຽນ​ນະ​ໂຍ ບາຍ, ປະຕິ​ຮູບ​ພາ​ລະ​ບົດ​ບາດ​ກົນ​​ໄກ​ເປັນ​ຕົ້ນ.