|
|
(GMT+08:00)
2005-09-16 15:58:35
|
|
ມືແມ່ນເຄື່ອງມືທີ່ຈົບງາມກວ່າໝູ່
cri
Author: li
ບໍ່ຕ້ອງສົງໄສເລີຍວ່າ,ມືແມ່ນເຄື່ອງມືທີ່ມີສີສັນພິເສດກວ່າເພິ່ນໃນຮ່າງກາຍຂອງຄົນເຮົາ. ນັກວິທະຍາສາດເຫັນວ່າ,ມືແມ່ນໜຶ່ງໃນສາມອະໄວຍະວະສຳຄັນທີ່ເຮັດໃຫ້ມະນຸດມີສະຕິປັນຍາສູງ,ອະໄວຍະວະອີກສອງຢ່າງແມ່ນຕາທີ່ສາມາດຮູ້ສຶກເຖິງສາມມິຕິແລະສະໝອງທີ່ສາມາດຊຳລະຂໍ້ມູນຂ່າວສານຈາກມືແລະຕາ. ໃນປະຫວັດວິວັດທະນາການ 4 ລ້ານປີ,ມືຂອງມະນຸດໄດ້ຄ່ອຍໆກາຍເປັນເຄື່ອງມືທີ່ຈົບງາມກວ່າໝູ່ທີ່ທຳມະຊາດປະດິດສ້າງ.
ໃນເວລາລູກໃນທ້ອງໃຫຍ່ປະມານ 5 ອາທິດ,ມືກໍປະກົດອອກມາແລ້ວ,ແຕ່ນ້ອຍຫຼາຍຄືຄີປາ. ຫຼັງຈາກນັ້ນ ນິ້ວມືຄ່ອຍໆເຕີບໃຫຍ່,ພຶນລະຫວ່າງນິ້ວມືກໍຄ່ອຍໆຫາຍໄປ. ຮອດເວລາ 11 ອາທິດ,ຂໍ່ກະດູກ,ກ້າມເນື້ອຈົນກະທັ້ງເລັບມືກໍໄດ້ເຕີບໃຫຍ່ຮຽບຮ້ອຍ. ສັບພະຄຸນທັງໝົດລ້ວນແຕ່ຄົບຊຸດແລ້ວ. ລູກໃນທ້ອງທີ່ໃຫຍ່ 20 ອາທິດກໍສາມາດໃຊ້ນິ້ວມືນ້ອຍໆເກົາຫູຂອງຕົນແລ້ວ. ມືແຕ່ລະເບື້ອງມີກະດູກ 29 ແຜ່ນ,ເຊື່ອມຕໍ່ເຂົ້າກັນດ້ວຍເອັນ 123 ເສັ້ນ,ຈ່ອງດຶງດ້ວຍກ້າມເນື້ອທີ່ແຂງແຮງ 35 ເສັ້ນ,ສ່ວນສິ່ງທີ່ຄວບຄຸມກ້າມເນື້ອເຫຼົ່ານີ້ແມ່ນເສັ້ນປະສາດ 48 ເສັ້ນ. ທົ່ວຝ່າມືຫຼໍ່ລ້ຽງໂດຍເສັ້ນເລືອດແດງ 30 ກວ່າເສັ້ນແລະເສັ້ນເລືອດຝອຍຈຳນວນຫຼວງຫຼາຍ.
ບໍ່ວ່າໃນສະໄໝບູຮານດຶກດຳບັນຫຼືໃນຍຸກປັດຈຸບັນ,ມືລ້ວນແຕ່ເປັນສັນຍະລັກໃຫ້ແກ່ການເຄື່ອນໄຫວຂອງມະນຸດແລະເທວະດາ,ເປັນສັນຍະລັກໃຫ້ແກ່ສິດອຳນາດ,ການປະດິດສ້າງແລະສະຕິປັນຍາ. ການບູຊາມືສາມາດມີໃຫ້ເຫັນໃນອາລະຍະທຳທີ່ຕ່າງກັນ. ຢູ່ຈີນແລະອິນເດຍທີ່ຢູ່ພາກຕາເວັນອອກ,ຄົນທັງຫຼາຍເຊື່ອວ່າລາຍມືເປັນຕົວແທນໃຫ້ແກ່ຊະຕາກຳຂອງຄົນ,ຈາກນີ້ສາມາດເບິ່ງເຫັນສຸຂະພາບ,ຊັບສົມບັດແລະຄວາມຮັກຂອງທຸກຄົນ. ສ່ວນຢູ່ເກັຼກບູຮານແລະໂຣມບູຮານ,ມືມີການພົວພັນຢ່າງສະໜິດແໜ້ນກັບໂຫລະສາດ,ປັດຊະຍາແລະແພດສາດ.
ການເບິ່ງລາຍມືບໍ່ພຽງແຕ່ແມ່ນຄຳຫຼອກລວງຂອງໝໍດູທໍ່ນັ້ນ,ນັກວິທະຍາສາດກໍສົນໃຈນຳທີ່ສຸດ. ການຄົ້ນຄວ້າໃນຫວ່າງມໍ່ໆນີ້ສະແດງໃຫ້ເຫັນວ່າ,ນິ້ວມື,ໂດຍສະເພາະແມ່ນຄວາມຍາວຂອງນິ້ວຊີ້ແລະນິ້ວນາງມີການພົວພັນກັບສຸຂະພາບຂອງຄົນ. ການຄົ້ນຄວ້າສະແດງໃຫ້ເຫັນວ່າ,ການເຕີບໃຫຍ່ຂອງນິ້ວມືກັບການເຕີບໃຫຍ່ຂອງສະໝອງແມ່ນເກີດຂຶ້ນໃນໄລຍະດຽວກັນ,ແລະມີການພົວພັນກັບລະດັບຮອກໂມນໃນມົດລູກ. ດັ່ງນັ້ນ,ນິ້ວນາງຂອງຜູ້ຍິງມັກຍາວສ່ຳກັນກັບນິ້ວຊີ້ຫຼືວ່າສັ້ນກວ່າ,ສ່ວນນິ້ວນາງຂອງຜູ້ຊາຍພັດຍາວກວ່ານິ້ວຊີ້,ທຳມະດາແລ້ວ ນິ້ວນາງຂອງຜູ້ທີ່ລື້ງມືຊ້າຍຈະຍາວກວ່ານິ້ວຊີ້ຫຼາຍ. ນອກນີ້ ນິ້ວນາງຍາວກວ່ານິ້ວຊີ້ຍັງແມ່ນປະກົດການທີ່ມີພອນສະຫວັນດ້ານດົນຕີ. ຜົນການສຳຫຼວດນັກດົນຕີຂອງວົງດົນຕີປະສານສຽງຂອງອັງກິດສະແດງໃຫ້ເຫັນວ່າ,ເມື່ອທຽບກັບຜູ້ອື່ນແລ້ວ,ນິ້ວນາງຂອງນັກບັນເລງດົນຕີທີ່ດີດີເດັ່ນກວ່າໝູ່ເຫຼົ່ານີ້ຈະຍາວກວ່ານິ້ວຊີ້ຫຼາຍ.
ສາດສະດາຈານແພດສາດຂອງມະຫາວິທະຍາໄລລີເວີພູນເຄີຍຂຽນໃນບົດປະພັນຂອງຕົນວ່າ,ຈາກນິ້ວມືຂອງຄົນຜູ້ໜຶ່ງສາມາດເບິ່ງເຫັນຄວາມອາດເປັນໄປໄດ້ທີ່ລາວຈະເປັນມະເຮັງຕ່ອມນົມ,ໂຣກຫົວໃຈແລະພະຍາດໂດດດ່ຽວ,ພະຍາດເຫຼົ່ານີ້ລ້ວນແຕ່ອາດຈະມີມູນໃນໄລຍະເປັນຕົວອ່ອນລູກໃນທ້ອງ,ແລະເມື່ອເປັນຜູ້ໃຫຍ່ແລ້ວຈຶ່ງກຳເລີບ. ຖ້າລະດັບຮອກໂມນເພດຊາຍຂອງແມ່ມານໃນໄລຍະຖືພາຂ້ອນຂ້າງສູງ,ເດັກນ້ອຍທີ່ເກີດອອກມາກໍມັກຈະເປັນຄົນລື້ງມືຊ້າຍ,ແລະແຮ່ງມັກເປັນພະຍາດຫົວໃຈຫຼືພະຍາດໂດດດ່ຽວ. ນີ້ອາດຈະອະທິບາຍໄດ້ວ່າເປັນຫຍັງຜູ້ທີ່ລື້ງມືຊ້າຍກວມປະຊາກອນທັງໝົດພຽງແຕ່ 10% ເທົ່ານັ້ນ. ເຊັ່ນດຽວກັນ,ແມ່ມານທີ່ລະດັບຮອກໂມນເພດຍິງຂ້ອນຂ້າງສູງນັ້ນ,ນິ້ວຊີ້ຂອງເດັກຍິງທີ່ເກີດອອກມາຈະສັ້ນກວ່ານີ້ນາງ,ຄວາມອາດເປັນໄປໄດ້ທີ່ເປັນມະເຮັງຕ່ອມນົມໃນພາຍໜ້າກໍຈະສູງກວ່າ.
ໃນສັດຈຳພວກລ້ຽງລູກດ້ວຍນົມ,ມືຂອງມະນຸດແມ່ນຕ່າງກັບສັດອື່ນແບບໜຶ່ງບໍ່ມີສອງ. ອົງປະກອບທີ່ນິ້ວໂປ້ຕໍ່ໜ້າກັບ 4 ນິ້ວອື່ນແມ່ນຄວາມດີເລີດກວ່າໝູ່ຂອງມືມະນຸດ,ມະນຸດທະນີຈຳນວນຫຼວງຫຼາຍສາມາດພັບນິ້ວໂປ້ກັບນິ້ວຊີ້ຂອງຕົນ,ແຕ່ບໍ່ສາມາດພັບນິ້ວໂປ້ກັບນິ້ວກາງ,ນິ້ວນາງແລະນິ້ວກ້ອຍ,ເພາະວ່າ,ນິ້ວມືຂອງພວກມັນບໍ່ນິ້ມນວນຢ່າງພຽງພໍ. ມີແຕ່ມະນຸດເຮົາສາມາດນຳໃຊ້ນິ້ວມືຂອງຕົນຢ່າງສະດວກສະບາຍ,ນີ້ແມ່ນຂໍກະແຈແຫ່ງຄວາມກ້າວໜ້າທາງວັດທະນະທຳແລະວິທະຍາສາດເຕັກນິກຂອງມະນຸດ.
ນິ້ວມືຂອງມະນຸດຄ່ອງແຄ້ວທີ່ສຸດ,ສາມາດຮູ້ສຶກເຖິງການສະເທືອນທີ່ໜ້າພຽງມີແຕ່ 0,00002 ມີລີແມັດ. ພວກເຮົາກໍລື້ງເຄີຍໃຊ້ທ່າມືມາປະກອບ ໃນເວລາເວົ້າ,ຫຼືໃຊ້ທ່າມືມາສະແດງອາລົມ. ມະນຸດດຶກດຳບັນເຄີຍກັບການ ພາສາຮ່າງກາຍມາແລກປ່ຽນກັນ,ພາຍຫຼັງມີພາສາປາກເວົ້າແລ້ວ,ພາສາຮ່າງກາຍໃນຫົວທີລ້ວນແຕ່ຄ່ອຍໆຫາຍໄປເວັ້ນເສຍແຕ່ການໃຊ້ທ່າມື. ການຄົ້ນຄວ້າສະແດງໃຫ້ເຫັນວ່າ,ການໃຊ້ທ່າມືໃນເວລາເວົ້າຈະຊ່ອຍການຄິດ,ການເວົ້າແລະການຈື່ຈຳ. ລະຫວ່າງຊຸມພາສາກັບຊຸມການເຄື່ອນໄຫວໃນສະໝອງມີການພົວພັນດ້ວຍເສັ້ນປະສາດຢ່າງສະໜິດແໜ້ນ. ພາກສ່ວນຂອງສະໝອງທີ່ຄຶກຄັກຂຶ້ນໃນເວລາເວົ້າກໍຈະຄຶກຄັກເຊັ່ນດຽວກັນໃນເວລາໃຊ້ທ່າມື. ນັກວິທະຍາສາດຍັງປະກົດເຫັນວ່າ,ພາກສ່ວນຂອງສະໝອງທີ່ຄວບຄຸມການເຄື່ອນໄຫວຂອງມືແຈກຢາຍຢູ່ຫຼາຍພາກສ່ວນທີ່ຕ່າງກັນໃນຊຸມການເຄື່ອນໄຫວ,ເນື້ອທີ່ກວມ 1 ສ່ວນ 4 ຂອງຊັ້ນໜັງສະໝອງ. ການເໜັງຕີງແບບງ່າຍໆຂອງມື,ຕົວຢ່າງຄືຍົກນົມຈອກໜຶ່ງໄປຮອດປາກຈະເຮັດໃຫ້ຊັ້ນໜັງສະໝອງຕື່ນເຕັ້ນທີ່ສຸດ,ນີ້ແມ່ນປິດສະໜາທີ່ນັກວິທະຍາສາດເສັ້ນປະສາດແກ້ບໍ່ຕົກຕະຫຼອດມາ.
|
|
|