ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-16 16:05:17    
ເອົາ​ໃຈ​ໃສ່​ນຳ​ການ​ນອນ

cri Author: li
​ການ​ນອນ​ແມ່ນ​ຄວາມ​ຕ້ອງການ​ທາງ​ສະລີລະສາດ​ທີ່​ພື້ນຖານ​ທີ່​ສຸດຂອງ​ຄົນ​ເຮົາ,ການ​ນອນຫຼັບດີຫຼືບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສຸຂະພາບ.

​ໃນ​ຕະຫຼອດຊີວິດ​ຂອງ​ຄົນ​ເຮົາ,​ມີ​ເວລາ​ເກືອບ 1 ສ່ວນ 3 ​ແມ່ນ​​ເວລາ​ນອນ. ​ໃນ​ເວລາ​ນອນ,ອາດ​ຈະ​ມີ​ໄລຍະ​​ໃດ​ໜຶ່ງ​ເປັນ​ໄລຍະ​ອັນຕະລາຍ. ​ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຄວາມດັນ​ເລືອດ​ຂອງ​ຄົນ​​ຕ່ຳ​ກວ່າ​ໝູ່​​ແມ່ນໃນ​ເວລາ​ປະມານສາມ​ໂມງໃນ​ຍາມ​ເດິກ,​ແລະ​ສູງ​ສຸດ​ແມ່ນ​ໃນ​ເວລາ​ຕອນ​ຄ່ຳປະມານ 9 ​ໂມງ; ກະ​ເພາະ​ເປັນ​ແຜ​ມັກ​ເກີດ​ຂຶ້ນ​ໃນ​ 2 ​ໂມງຕອນ​ເດິກ,​ໂຣກຫີ​ດມັກ​ເກີດ​ຂຶ້ນ​ໃນ​ຕອນ​ 4 ​ໂມງຂ້ອນ​ແຈ້ງ,​ພະຍາດ​ຫົວ​ໃຈ​ວາຍມັກ​ເກີດ​ຂຶ້ນ​ໃນ​ຕອນ​ຮຸ່ງເຊົ້າ. ​ເວົ້າ​ສຳລັບ​ຝູງ​ຄົນ​ຫຼາຍ​ປະ​ເພດ​ດັ່ງ​ລຸ່ມ​ນີ້​ແລ້ວ,ຄວາມ​ຊີ​ນ​ເຄີຍ​ດ້ານ​ການ​ນອນ,​​ແລະ​ທ່າ​ນອນ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ສຸຂະພາບ.

​ເວົ້າສຳລັບຜູ້ເປັນ​ພະຍາດສາຍ​ເລືອດ​ແລະ​ຫົວ​ໃຈ​ແລ້ວ,​ມື້ໜຶ່ງ​ຕ້ອງ​ນອນ​ບໍ່​ຕ່ຳກວ່າ 7-8 ຊົ່ວ​ໂມງ,ດີ​ທີ່​ສຸດ​ແມ່ນ​ນອນ​ສະ​ແຄງ​​ຂວາ,​ໃນ​ເວລາ​ນອນ, ​ຮອງ​ຂາສອງ​ເບື້ອງ​ໃຫ້​ສູງ​ຂຶ້ນຄື​ໃຫ້​​ສູງ​ກວ່າ​ລະດັບ​ໝາກ​ຫົວ​ໃຈ​ໜ້ອຍ​ໜຶ່ງ,​ເຮັດ​ແນວ​ນີ້​ຈະ​ພາ​ໃຫ້​ເລືອດ​ໃນ​ສາຍ​ເລືອດ​ຝອຍ​ໝູນວຽນ​ດີ​ຂຶ້ນ,ຫຼັງຈາກ​ຕື່ນ​ນອນ​ຍາມ​ເຊົ້າ​ແລະ​ກ່ອນ​ນອນ​ໃຫ້​ດື່ມນ້ຳຢ່າງ​ເໝາະ​ສົມ.

ສຳລັບ​ແມ່ຍິງ​ຜູ້​ຈະໝົດ​ລະດູ,ບາງ​ຄົນ​ມີ​ອາການ​ຫົວໃຈ​ສັ່ນ,ນອນ​ບໍ່ຫຼັບ,ວິນ​ຫົວ,ຫູ​ອື້​ແລະ​ຫງຸດຫງິດ​ເປັນຕົ້ນ. ນາຍ​ໝໍ​ສະ​ເໜີ​ວ່າ,ບໍ່​ຄວນ​ກິນ​ຢາ​ນອນຫຼັບ,ຫາກ​ຄວນ​ເອົາ​ໃຈ​ໃສ່​ນຳ​ທາດ​ບຳລຸງ​​ໃຫ້​ສະ​ໝ່ຳສະ​ເໝີ​ກັນ​ແລະ​ພັກຜ່ອນ​ຢ່າງ​ເໝາະ​ສົມ. ​ໃນ​ເວລາ​ນອນ,ດີ​ທີ່​ສຸດ​ໃຫ້​ນອນ​ສະ​ແຄງ​​ຂວາ,​ແຂນ​ຂາວາງ​ຢ່າງ​ສະບາຍ,​ ກ້າມ​ເນື້ອ​ໝົດ​ຄີງ​ກໍ​​ໂຍະຍານ.

ຄົນ​ອ້ວນສ່ວນຫຼາຍມັກ​ນອນ​ຫງາຍ. ທີ່​ຈິງ​ແລ້ວ,​ການ​ນອນ​ຫງາຍ​ບໍ່​​ເໝາະ​ສຳລັບ​ການ​ປ່ອຍ​ໃຫ້ໝົດ​ຄີງ​ຄາຍ​ຄວາມ​ຕຶງ​ຄຽດ,​ໃນ​ເວລາ​ຄວາມດັນ​ໃນ​ທ້ອງ​ຂ້ອນ​ຂ້າງ​ສູງ​ນັ້ນ,ມັກ​ຈະ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ຮູ້ສຶກ​ຫາຍ​​ໃຈ​ບໍ່​​ໂລ່ງ. ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມີ​ພະຍາດ​ຫາຍ​ໃຈ​ຢຸດ​ເຊົາຊົ່ວຄາວ​ໃນ​ເວລາ​ນອນ,​ເພາະວ່າ​ໃນ​ເວລາ​ນອນ​ຫງາຍ,ກົກລີ້ນ​ຈະ​​ເຕື່ອຍ​ໄປ​ທາງຫຼັງ,​ມັກ​ຕັນ​ການ​ຫາຍ​ໃຈ. ສະນັ້ນ ​ໃນ​ເວລາ​ນອນ ຄົນ​ອ້ວນ​ຄວນ​ໝູນ​ໝອນ​ສູງ​ແດ່,​ແລະ​ນອນ​ສະ​ແຄງ.

ສຳລັບ​ຜູ້ທີ່​ມີ​ພະຍາ​ດກະດູກ​ກ້ານຄໍ,​ໃນ​ເວລາ​ນອນ​ຄວນ​ບໍ່​​ໝູນໝອນ​ແລະ​ນອນ​ຫງາຍ,​ຫຼືວ່າ​ເອົາ​ໝອນ​ຮອງ​ກ້ານ​ຄໍ,ຢ່າ​ໃຫ້​ກ້ານຄໍ​ຄ້າງ​ຢູ່ບໍ່​ມີ​ຂອງ​ໝູນ. ນອກ​ນີ້ ຢ່າພິກ​ຄີງ​ແຮງໆ​ກະທັນ​ຫັນ.
ທຳ​ມະ​ດາ​ແລ້ວ,ຜູ້​ທີ່​​ເຄີຍ​ເປັນພະຍາດ​ສາຍ​ເລືອດ​ສະໝອງ​​ຕັນ​ນັ້ນ​ຈະເປັນ​ອຳມະພາດ​ເຄິ່ງຄີງ,​ຄົນ​ເຈັບປະ​ເພດນີ້​ຄວນ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ນາຍ​ໝໍ,​ອີງ​ຕາມ​ສະພາບ​ຂອງ​ຕົນ​ໃຊ້​ທ່າ​ນອນ​ພິ​ເສດ,​ເພື່ອ​ຮັບປະກັນ​ໃຫ້​​ເລືອດ​ໝູນວຽນ​ດີ​ຕາມແຂນ​ຂາ​ທີ່​ເປັນ​ພະຍາດ​,ຈຶ່ງ​ຈະ​ຊ່ອຍ​ໃຫ້​ແຂນ​ຂາ​ຟື້ນ​ສຸຂະພາບ.

​ເວົ້າສຳລັບ​ຜູ້​ທີ່​ນອນຫຼັບດີຫຼັງຈາກເມົາ​ເຫຼົ້າຫຼືອິດ​ເມື່ອຍ​ແລະ​ຄົນ​ເປັນ​ເບົາຫວານ​ແລ້ວ,ນອນ​​ທ່າ​ດຽວ​ດົນ​ໂພດ​ຈະ​ໜີບ​ເຕັງ​ແຂນ​ຂາ,ອາດ​ຈະ​​ເປັນ​ໂທດ​ຕໍ່​ເສັ້ນ​ປະສາດ​ອ້ອມ​ຂ້າງ.

ສິ່ງ​ແວດ​ລ້ອມ​ທີ່​ອົບ​ອຸ່ນ​ແລະ​ສະບາຍ​ແມ່ນ​ຂາ​ດບໍ່​ໄດ້​ສຳລັບ​ການ​ນອນ, ພະຍາດ​ບາງ​ຢ່າງ​​ແມ່ນ​ຍ້ອນ​ສິ່ງ​ແວດ​ລ້ອມ. ຕົວຢ່າງ​ຄື​ເສັ້ນ​ປະສາດ​ໜ້າມືນ​ຊາ​ແມ່ນຍ້ອນ​ເປິ​ດ​ແອ​ໃນ​ເວລາ​ນອນ.
​ໃນ​ສັງຄົມ​ປັດຈຸບັນ,​ຈັງຫວະ​ດຳລົງ​ຊີວິດ​ໄວຫຼາຍ,ມີ​ກຳລັງ​ໜີບ​ແຮງ, ວຽກ​ກໍ​ໜັກ,​ມະນຸດ​ສຳພັນ​ກໍ​ສັບສົນ,​ຄວາມ​ຊີ​ນ​ເຄີຍ​ອັນ​ບໍ່​ເໝາະ​ສົມ​ຫຼາຍ​ຢ່າງ,ກິນ​ເຫຼົ້າ​ຫຼາຍ​ເກີນ​ໄປ,ເຮັດ​ວຽກ​​ກາງຄືນ​ເປັນຕົ້ນ​ລ້ວນ​ແຕ່​ຈະ​ເຮັດ​ໃຫ້​ຄົນ​ອິດ​ເມື່ອຍ​ເກີນ​ໄປ. ​ແຕ່​ບາງ​ຄົນ​ເຖິງ​ວ່າ​ເມື່ອຍ​ກໍ​ຍັງ​ນອນ​ບໍ່ຫຼັບ,​ໃນ​ກໍລະນີ​ນີ້,​ໃຫ້​​ລອງ​ໃຊ້​ວິທີ​ດັ່ງ​ລຸ່ມ​ນີ້​​ເບິ່ງ:

ດີ​ທີ່​ສຸດ,ຢ່າ​ເອົາ​ວຽກ​ຫ້ອງການ​ກັບ​ເມືອ​ເຮັດ​ຢູ່​ບ້ານ,ກ່ອນ​ນອນ,ຢ່າ​ເຄັ່ງ​ຕຶງ,ຕື່ນ​ເຕັ້ນ​ຫຼືອິດ​ເມື່ອຍ​ເກີນ​ໄປ,ຢ່າຫຼິ້ນ​ກິລາ​ຮຸນ​ແຮງ​ເກີນ​ໄປ. ຖ້າ​ບໍ່​ຢາກ​ນອນ​ເທື່ອ,ກໍ​ຢ່ານອນ​ເທິງ​ຕຽງ,​ໃຫ້ຫາ​ໜັງສື​ມາ​ອ່ານ,​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່ເຮັດ​ໃຫ້​ຈິດ​ໃຈ​ສະຫງົບ​ລົງ​ໄດ້. ​ເວົ້າງ່າຍໆ​ກໍ​ຄື,​ເວລາ​ໃດ​ຢາກ​ນອນ,ຄ່ອຍ​ໄປ​ນອນ​.

ກ່ອນ​ນອນ,​ໃຫ້ອາບນ້ຳອຸ່ນ,ອາຫານ​ຄ່ຳ​ຢ່າ​ກິນ​ຄ່ຳຫຼາຍແລະ​ຢ່າ​ກິນ​ອິ່ມ​ເກີ​ນ​ໄປ,ດີ​ທີ່​ສຸດ ​ໃຫ້​ກິນ​ອາຫານ​ທີ່​ຍ່ອຍ​ງ່າຍ,ຢ່າ​ກິນ​ເຫຼົ້າຫຼື​ເຄື່ອງ​ດື່ມ​ທີ່​ມີກາ​​ເຟອິນ.

ຫຼັງຈາກ​ຂຶ້ນຕຽງ​​ແລ້ວ,ບໍ່​ໃຫ້​ຄິດ​ວ່າ"ມື້​ນີ້​​ໂຕ​ເອງຈະ​ນອນຫຼັບ​ຫຼືບໍ່",ຄິດ​ແນວ​ນີ້​ມັກ​ຈະ​ເກີດ​ອາລົມ​ຈິດ​ຫງຸດຫງິດ,​ບໍ່ຫຼັບ​ກໍຢ່າ​​ບັງຄັບ​ໃຫ້​ຕົນ​ນອນ,​ເພາະ​ແຮ່ງ​ເຮັດ​ແນວ​ນີ້ ​ແຮ່ງ​ນອນ​ບໍ່ຫຼັບ.