ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-17 18:53:37    
ການ​ພັດທະນາ​ຂອງ​ຈີນ​ຈະ​ສະໜອງ​ຕະຫຼາດ​ກວ້າງ​ກວ່າ​ເກົ່າ​ແລະ​ໂອກາດ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ​ໃຫ້​ປະ​ເທດ​ອາຊີ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ກັນຍາ ​ຢູ່​ປັກ​ກິ່ງ ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ​ເວົ້າວ່າ,ຈີນ​ກັບປະ​ເທດ​ອາຊີ​ດຳ​ເນີນ​ການ​ຮ່ວມ​ມື​ກັນຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ, ການ​ພັດທະນາ​ຂອງ​ຈີນ​ຈະ​ສະໜອງ​ຕະຫຼາດ​ກວ້າງ​ກວ່າ​ເກົ່າ​ແລະ​ໂອກາດ​ການ​ຄ້າ​ຫຼາຍ​ກວ່າ​ເກົ່າ​ໃຫ້​ປະ​ເທດ​ອາຊີ.

ທ່ານ​ນາງ​ອູ​ອີ​ແມ່ນ​ໃຫ້​ທັດສະນະດັ່ງກ່າວ​ໃນ​ເວລາ​ພົບ​ປະ​ຄະນະ​ຜູ້​ແທນ​ນັກທຸລະກິດ​ສະມາຄົມຜູ້ນຳ​ວິ​ສາ​ຫະກິດ​ອາຊີ.ທ່ານ​ນາງ​ອູ​ອີ​ຫວັງ​ໃຫ້​ນັກ​ທຸລະ​ກິດ​ທີ່​ມາ​ຢາມ​ຈົ່ງ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ກວ່າ​ເກົ່າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ແລະ​ເຂດ​ແຄວ້ນ​ອາຊີ ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ​​ແລະ​ຂອງ​ໂລກ.

ທ່ານ​ດາ​ນາ​ບາ​ລັນ ຫົວໜ້າຄະນະ​ຜູ້​ແທນ ປະທານ​ສະມາຄົມ​ຜູ້ນຳວິ​ສາ​ຫະກິດ​ອາຊີ​ເວົ້າວ່າ,​ເສດຖະກິດ​ຈີນ​ມີ​ບົດບາດນັບ​ມື້​ນັບ​ສຳຄັນ​ໃນ​ເສດຖະກິດ​ທົ່ວ​ໂລກ,ທັງ​ໄດ້​ປະກອບສ່ວນ​ທີ່​ສຳຄັນ​ຕໍ່​ການ​ພັດທະນາ​ແລະ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ ​ອາຊີ.