ປາເລັສຕິນຈັດວາງພະນັກງານປ້ອງກັນຄວາມປອດໄພຢູ່ເຂດຕໍ່ແດນລະຫວ່າງກາຊາກັບເອຢິບ
cri
ຕາມຂ່າວcri, ວັນທີ17ກັນຍາຢູ່ກາຊາ, ໂຄສົກກະຊວງພາຍໃນຂອງລັດຖະບານປາເລັສຕິນປົກຄອງຕົນເອງກ່າວວ່າ, ມື້ດຽວກັນ, ກອງທະຫານປ້ອງກັນຄວາມປອດໄພຂອງປາເລັສຕິນໄດ້ຈັດວາງພະນັກງານ1500ຄົນຢູ່ເຂດຕໍ່ແດນລະຫວ່າງແຖບກາຊາກັບເອຢິບເພື່ອສະກັດກັ້ນການຂ້າມຊາຍແດນ.
ມື້ດຽວກັນ, ໂຄສົກອົງການອຳນາດແຫ່ງຊາດປາເລັສຕິນໄດ້ອອກຖະແຫຼງການວ່າ, ທ່ານອັບບາສປະທານອົງການອຳນາດແຫ່ງຊາດປາເລັສຕິນແລະທ່ານຊາຣອນ ນາຍົກລັດຖະມົນຕີອີສຣາແອນຈະພົບປະເຈລະຈາອີກໃນຕົ້ນເດືອນຕຸລາ, ໂຮມສູມຫາລືກ່ຽວກັບເຮັດແນວໃດເລີ່ມປະຕິບັດ ແຜນການເສັ້ນທາງສັນຕິພາບຕາເວັນອອກກາງ, ແລະສຸມກຳລັງແກ້ໄຂບັນຫາທັງໝົດທີ່ຄ້າງຢູ່ລະຫວ່າງສອງຝ່າຍ.
|
|