ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-19 17:55:14    
​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ສິງ​ຫາ,​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຕໍ່​ຕະ​ຫຼາດ​ອາ​ຊຽນ​ແລະ​ສະ​ຫະ​ພາບ​ເອີ​ລົບ​ຂອງ​ແຂວງ​ຢຸນ​ນານ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ແລ້ວ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ດ່ານ​ພາສີ​ຄຸນ​ມີ​ງວ່າ, ​ໃນ8​ເດືອນ​ທີ່​ຜ່ານ​ມາ​ຂອງ​ປີ​ນີ້,ການ​ຄ້າຂາ​ເຂົ້າຂາ​ອອກຕໍ່​ຕະຫຼາດອາ​ຊຽນ​ແລະ​ສະຫະພາບ​ເອີ​ລົບຂອງ​ແຂວງ​ຢຸນນານຈີນ​ໄດ້​ເພີ່ມ​ຂຶ້ນຢ່າງ​ເດັ່ນ​ຊັດ.

​ແຕ່​ເດືອນ​ມັງກອນ​ຮອດເດືອນ​ສິງຫາ​ປີ​ນີ້,ການ​ຄ້າຂາ​ເຂົ້າຂາ​ອອກຕໍ່​ຕະຫຼາດອາ​ຊຽນ​ແລະ​ສະຫະ​ພາບ​ເອີ​ລົບ​ຂອງ​ແຂວງ​ຢຸນນານໄດ້​ບັນລຸ1​ຕື້​ແລະ370​ລ້ານ​ໂດ​ລາ,ຕ່າງ​ໄດ້​ເພີ່ມ​ຂຶ້ນ35.2%​ແລະ25.4%,​ມີ​ການ​ເພີ່ມ​ຂຶ້ນຢ່າງ​ເດັ່ນ​ຊັດ.ນອກ​ນີ້,ມີ7ປະ​ເທດ​ມີ​ມູນ​ຄ່າ​ການ​ຄ້າ​ຫຼາຍ​ກວ່າ​100 ລ້ານ​ໂດ​ລາ​ກັບ​ແຂວງ​ຢຸນນານ,7ປະ​ເທດ​ນີ້​ຄື​ມຽນມ້າ ຮົງ​ກົງ ຫວຽດ ນາມ ຍີ່ປຸ່ນ ອາ​ເມ​ລິ​ກາ​ ອິນ​ໂດ​ເນ​ເຊຍ​ແລະ​ອົສຕຼາລີ​.​ໃນ​ນັ້ນ,ຍ້ອນ​ປີ​ນີ້​ໄດ້​ນຳ​ເຂົ້າກົ່ວ​​ແທ່ງຈຳນວນ​ຫຼວງຫຼາຍຈາກ​ອິນ​ໂດ​ເນ​ເຊຍ,​ໄດ້​ຊັກ​ຈູງ​ມູນ​ຄ່າ​ການ​ຄ້າ​ກັບ​ອິນ​ໂດ​ເນ​ເຊຍ​ຂອງ​ແຂວງ​ຢຸນນານ​ເຖິງ130​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ1.8​ເທົ່າ.