ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-19 20:47:12    
ກອງ​ປະ​ຊຸມ​ໂລກ​ຄັ້ງ​ທີ​22​ຂອງ​ສະ​ມາ​ຄົມ​ສວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສາ​ກົນ​ໄຂ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ19​ກັນຍາ,ກອງ​ປະຊຸມ​ໂລກ​ຄັ້ງທີ22​ຂອງ​ສະມາຄົມສວນ​ວິທະຍາ ສາດ​ເຕັກນິກສາກົນ​ໄດ້​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ.ນັກວິຊາການ​400ກວ່າ​ຄົນຂອງ50​ກວ່າ​ປະ​ເທດທີ່​ເຮັດ​ວຽກ​ກ່ຽວກັບ​ການຄົ້ນຄວ້າ​ແລະ​ຄຸ້ມ​ຄອງ​ສວນ​ວິທະຍາສາດ​ເຕັກນິກ​ໄດ້ເຂົ້າ ຮ່ວມກອງປະຊຸມ.

ໃນພິທີໄຂກອງປະຊຸມ,ທ່ານໂຈ່ກວາງຈ້າວ ປະທານສະມາຄົມວິທະຍາສາດເຕັກນິກຂອງ ຈີນເວົ້າວ່າ,ຫຼາຍປີ​ມາ​ນີ້,ສວນ​ອຸດສາຫະກຳ​ໄຮ​ເຕັກ​ຂອງ​ຈີນ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫຼວງໃນ​ດ້ານ​ຕ່າງໆ ​ເຊັ່ນ​ການ​ຍົກ​​ການ​ປະດິດ​ສ້າງ​​ໃໝ່​ຢ່າງເປັນ​ເຈົ້າການ​ໃຫ້​ສູງ​ຂຶ້ນ ​ການເພີ່​ມທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ສາກົນ​ແລະ​​ການເຊື່ອມ​​ໂຍງ​ກັບການ​ປະສານ​ງານ​ອຸດສາຫະກຳ​ທົ່ວ​ໂລກ​ເປັນຕົ້ນ.

ຕາມ​​ແນະນຳ​ວ່າ,​ແຕ່​ປີ1992​ເປັນຕົ້ນມາ,ອັດຕາ​ເພີ່ມ​ຂຶ້ນທີ່ສະ​ເລ່ຍຕໍ່​ປີ​ຂອງຕົວ​ເລກ​ຄາດ ໝາຍ​ເສດຖະກິດ​ຕົ້ນຕໍ​ທຸກ​ລາຍ​ຂອງ​ສວນ​ອຸດສາຫະກຳ​ໄຮ​ເຕັກ​ຂອງ​ຈີນລ້ວນ​ແຕ່​​ໄດ້​ລື່ນ​ກາຍ30%.ຍອດ​ມູນ​ຄ່າການ​ຜະລິດ​ຂອງ​ສວນ​ອຸດສາຫະກຳ​ໄຮ​ເຕັກ​​ໄດ້​ກວມ5%ຂອງ GDP ຂອງ​ຈີນ.