ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-20 11:11:55    
ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຈີນ​ອາ​ຊຽນ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ

cri
ຕາມ​ຂ່າວ​cri, ວັນ​ທີ19​ກັນຍາ​ຢູ່​ວຽງ​ຈັນ, ທ່ານ​ວາງ​ຢິງ​ຟານ ກຳ​ມະ​ການ​ປະຈຳ​ສະ​ພາ​ປະ​ຊາ​ຊົນ ແຫ່ງ​ຊາດ​ຈີນ, ຮອງ​ຫົວ​ໜ້າ​ກຳ​ມາ​ທິການ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຈີນ​ອາ​ຊຽນ​ທີ່​ຫັນ​ໜ້າ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້​ກາຍ​ເປັນ​ການ​ຮ່ວມ​ມື​ພາກ​ພື້ນ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດແລະ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸດົມ​ສົມບູນ.

ທ່ານ​ວາງຢີງຟານ​ໄດ້​ນຳ​ຄະ​ນະ​ຜູ້​ແທນ​ສັງ​ເກດ​ການ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໄອ​ໂປ​ຄັ້ງ​ທີ26​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ວຽງ​ຈັນ​ໃນ​ມື້​ດຽວ​ກັນແລະ​ກ່າວ​ຄຳ​ປາ​ໄສ.

ທ່ານ​ວາງ​ຢິງຟານ​ກ່າວ​ວ່າ, ຜູ້​ນຳ​ຈີນ​ແລະ​ອາ​ຊຽນ​ໄດ້ຮັກສາ​ການ​ພົວພັນ​ທີ່​ສະໜິດ​ແໜ້ນ​ຕະ​ຫຼອດ​ມາ.​ຜູ້ນຳ​ສອງ​ຝ່າຍ​ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​​ແລະ​ກັນ, ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ວຍໄມ​ຕິ​ຈິດ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ບັງ​ເກີດ​ຜົນ. ສະ ພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ກໍ່​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ດ້ວຍ​ຮູບ​ການ​ຕ່າງໆ​ກັບ​ລັດ​ຖະສະພາ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ລະດັບ​ຕ່າງກັນ.