ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-20 17:44:43    
​ທ່ານ​ນາງ​ອາ​​ໂລ​​ໂຢ​ເວົ້າ​ວ່າ,​ຟິ​ລິບ​ປິນ​ສຸດ​ທິ​ເອົາ​ໃຈ​ໃສ່​ກິດຈະ​ການ​ທາງ​ລົດ​ໄຟ​ສາຍ​ເໜືອ​ທີ່​ຈີນ​ຊ່ອຍ​ສ້າງ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19​ກັນຍາ,ທ່ານ​ນາງ​ອາ​​ໂລ​ໂຢ ປະທານາທິບໍດີ​ຟິລິບ​ປິນ​ເວົ້າວ່າ,ລັດຖະບານ​ຟິລິບ​ປິນ​ສຸດທິ​ເອົາ​ໃຈ​ໃສ່​ຄວາມ​ຄືບ​ໜ້າ​ຂອງ​ກິດຈະການ​ທາງ​ລົດ​ໄຟ​ສາຍ​ເໜືອ​ທີ່​ຈີນ​ຊ່ອຍ​ສ້າງ,ຈະ​ຈັດ​ວາງ​ວຽກ​ງານ​ຍົກຍ້າຍ​ປະຊາຊົນ​ທີ່​ລຽບ​ຕາມທາງ​ລົດ​ໄຟ​ໂດຍ​ໄວ​ເທົ່າ​ຈະ​ທີ່​ໄວ​ໄດ້,​ເຮັດ​​ໃຫ້ກິດຈະການ​ດັ່ງກ່າ​ວດຳ​ເນີນ​ໄປ​ຢ່າງ​ສະດວກ.

ກິ​ດຈະ​ການ​ນີ້​ແມ່ນ​​ໂຄງການ​ຮ່ວມ​ມື​ທີ່​ໃຫຍ່​ກວ່າ​ໝູ່​ລະຫວ່າງ​ຈີນ​ກັບ​ຟິລິບ​ປິນ, ລັດ​ຖະ​ບານ​ຈີນ​ໄດ້​ສະໜອງ​ເງິນ​ກູ້400​ລ້າ​ນ​ໂດ​ລາ​,ມີ​ຈຸດປະສົງ​ຊ່ອຍ​ເຫຼືອຟິລິບ​ປິນປົວ​ແປງ​ພື້ນ​ຖານ​ໂຄງ​ລ່າງ​ສາທາລະນະ​ຄົມມະນາຄົມ​ຂອງ​ເຂດ​ມານີລາ​ແລະ​ເຂດ​ອ້ອມ​ຂ້າງ​ເພື່ອ​ຜ່ອນຄາຍ​ສະພາບ​ການ​ຂົນ​ສົ່ງ​ທີ່​ເຄັ່ງ​ຕຶງ.ຈີນ​ໄດ້​ສົ່ງ​ນັກ​ວິ​ສາວະ​ກອນ50​ກວ່າ​ຄົນ​ໄປ​ຟິລິບ​ປິນ,ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ເລີ່​ມເຮັດ​ວຽກ​ງານ​ກໍ່ສ້າງ​ໄລຍະຕົ້ນ.