ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-20 21:16:34    
ທັງ​ສອງ​ຝ່າຍ​ຈີນ​ລາວ​ກ່າວ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ຕື່ມ​ອີກ

cri Author: zhangshuo

ຕາມ​ຂ່າວCRI:ຕອນ​ບ່າຍ​ວັນ​ທີ20​ກັນຍາ,ທ່ານ​ນາງ​ປານີ​ ຢາ​ທໍ່​ຕູ້ ຮອງ​ປະທານສະພາ​​ແຫ່ງ​ຊາດສປປ​ລາວ​ໄດ້​ພົບ​ປະ​ທ່ານ​ວາງ​ອີ່ງຟານ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​​ໃຫຍ່ໄອ​ໂປ,​ທັງ​ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຂະ​ຫຍາຍ​ຕົວ​ແຫ່ງ​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ຫຼາຍ​ປີ​ມາ​ນີ້​,​ແລະ​ຫວັງ​ໃຫ້​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ສະ​ພາ​ຕື່ມ​ອີກ.

​ໃນ​ເວລາ​ພົບ​ປະ,ທ່ານ​ນາງ​ປານີ ຢາ​ທໍ່​ຕູ້​ເວົ້າວ່າ,ສອງ​ປະ​ເທດລາວ​ຈີນມີ​ມິດຕະພາບ​​ເປັນ​ເວລາ​ຍາວ​ນານ,ລະຫວ່າງຜູ້ນຳ​ສອງ​ປະ​ເທດກໍ​ມີ​ກົນ​ໄກ​ພົບ​ປະ​ເປັນ​ປະ​ຈຳ.​ໃຕ້​ສະຖານະ​ການ​ໃໝ່​ທີ່​ການ​ພົວພັນ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວນັ້ນ,ຫວງ​ໃຫ້ສະພາ​ສອງ​ປະ​ເທດ​​ລາວຈີນ​ເພີ່​ມທະວີ​ການ​ຮ່ວມ​ມື​ກັນ​.

ທ່ານ​ວາງ​ອິ່ງຟານ​ເວົ້າວ່າ,ຫຼາຍປີ​ມາ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ການ​ຂະ​ ຫຍາຍ​ຕົວ​ໃໝ່.​ໃນ​ຕໍ່​ໄປ​ພາຍ​ໜ້າ,ຝ່າຍ​ຈີນ​ຈະ​ສະໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ແກ່​ຝ່າຍ​ລາວ​ຕາມ​ຄວາມ​ສາ​ມາດ​ສຸດ​ຂີດ,​ໃຊ້​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍ​ດ ລະຫວ່າງ​ສອງ​ຝ່າຍ​ຢ່າງ​ແທ້​ຈິງ.

ທັງ​ສອງ​ຝ່າຍ​ຍັງ​ໄດ້​ກ່າວ​ເຖິງ​ການ​ຢ້ຽມຢາມ​ຈີນ​ຂອງ​ປະທານ​ສະພາ​​ແຫ່ງ​ຊາດລາວ​ໃນ​ເດືອນ​ທັນ​ວາປີ​ນີ້,ຫວັງ​ໃຫ້ຖືການ​ຢ້ຽມຢາມ​ເທື່ອ​ນີ້​​ເປັນ​ໂອກາດ,ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກຂັ້ນລະຫວ່າງສອງ​ສະພາ​ຕື່ມ​ອີກ.