ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-21 14:27:15    
ທ່ານ​ນາງ​ມານ​ເຄຮຸ້ຍ ຊ່າງ​ອອກ​ແບບ​ເຄື່ອງ​ເອ້

cri

ທ່ານຜູ້​ຝັງ​ທີ່​​ໂຄລົບ,ທ່ານ​ນາງ​ມານ​ເຄຮຸ້ຍ​ແມ່ນ​ຊ່າງ​ອອກ​ແບບ​ເຄື່ອງ​ເອ້​ຜູ້​ຫນຶ່ງ,​ເຄື່ອງ​​ເອ້ທີ່​ເພິ່ນອອກ​ແບບ​ນັ້ນມີ​ວາດຊົງ​ຫລາຍ​ປະ​ເພດ,ມີຮູບ​ປະພັນ​ແບບ​ໂລດ​ໂຜນ,ມີສີ​ສັນອຸດົມສົມ​ບູນ, ​ພໍ່​ແມ່​ປະຊາຊົນ​ແລະ​ນັກສະ​ແດງ​ໃນ​ວົງ​ການ​ລື່ນ​ເລີງ​ມັກທີ່​ສຸດ.​ໃນ​ລາຍການ"ວັດ​ທະນະ​ທຳ​ຈີນ"ມື້​ນີ້,ຂ້າພະ​ເຈົ້າ​ຈະ​ແນະນຳ​ທ່ານ​ນາງ​ມານ​ເຄຮຸ້ຍ​ສູ່​ທ່ານ​ຟັງ.

ທ່ານ​ນາງ​ມານ​ເຄຮຸ້ຍປີ​ນີ້​ອາຍຸ40ກວ່າ​ປີ​​ແລ້ວ, ​ນາງ​ໄດ້​ທຸລະ​ກິດ​ຮ້ານ​ຂາຍ​ເຄື່ອງ​ເອ້​ທີ່ຊື່ວ່າ"ອິນ​ຊູ"​ແຫ່ງ​ຫນຶ່ງຢູ່​​ເຂດ​ສິລະ​ປະ​ດ້າຊານ​ຈື​ປັກ​ກິ່ງ, ​ນາງ​ບອກ​ນັກ​ຂ່າວ​ວ່າ,​ ເຄື່ອງ​​ເອ້​ທຸກ​ອັນໃນ​ຮ້ານ​​ຂອງ​ນາງ​ລ້ວນ​ແຕ່​ແມ່ນນາງອອກ​ແບບ​ໂດຍ​ຕົນ​ເອງ.ຕົວ​ຢ່າ​ງຄື​ລະບົບ"ຊຸ​ຍອີ້"​ແມ່ນ​​ເຄື່ອງ​ເອ້​ຊຸກ​ຫນຶ່ງ​ທີ່​ນາງ​ອອກ​ແບບ​​ດ້ວຍແຜ່ນ​ເຄື່ອງປັ້ນດິນ​ເຜົາ​ແລະ​ແຜ່ນ​ກະດູກ​ສັດ​ເປັນ​ວັດຖຸ​ດິບ,ຖື​ຈອກ​ນ້ຳ​ຊາ​ແລະຖາດ​ນ້ຳຊາ​ເປັນ​ເນື້ອ​ຫາ.ສິ່ງ​ເຫຼົ່າ​ນີ້​ທີ່​ເຫັນ​​ເປັນ​ທຳ​ມະ​ດາ​ໃນ​ຊີວິດປະຈຳ​ວັນ​ພັດ​ໄດ້​ຢູ່ກາຍ​ເປັນ​ເຄື່ອງ​ເອ້ງາມ​ປານີດ​ໃນ​ມື​ຂອງ​ທ່າ​ນນາງ​ມານ​ເຄຮຸ້ຍ.

ເຄື່ອງ​ເອ້​ໃນຮ້ານຂາຍ​ເຄື່ອງ​ເອ້"ອິນ​ຊູ"ມີ​ແບບ​ວິທີ​ສະ​ແດງ​ທີ່​ມີ​ຕ່າງຫມູ່,ຢູ່​​ເທີງຮູບປັ້ນ​ເຄິ່ງຄີງ​ທີ່ທ່ານ​ນາງ​ມານ​ເຄຮຸ້ຍ​ປັ້ນ​ເອງ​ໄດ້ແຂວນ​ເຄື່ອງ​ເອ້​ທີ່​ມີອິລິ​ຍະ​ບົດ​ຕ່າງກັນແລະມີ​ສິສັນ​ອຸດົມສົມບູນ,ສ່ວນສີຂອງ​ຜີວ​ຫນັງ​ທີ່​ຂາ​ວສະອາດ​ແລະ​ຄໍ​ທີ່ສູງ​ຍາວ​ຂອງ​ຮູບ​ປັ້ນ​ກໍ່​ພໍດີ​ໄດ້ສ່ອງ​ແສງ​ເຖິງ​ເອກະ​ລັກ​ຕ່າງ​ຫມູ່ຂອງ​ເຄື່ອງ​ເອ້​.

ໃນ​ເວລາ​ອອກ​ແບບ,ທ່ານ​ນາງ​ມານ​ເຄຮຸ້ຍບໍ່​​ໄດ້ປະຕິບັດ​ຕາມ​ເບົ້າແບບຕາຍ​ຕົວ​ໃດຫນຶ່ງ,ກໍ່​ບໍ່​ມີ​ບົດ​ອອກ​ແບບ​ລ່ວງຫນ້າ,ພຽນ​ແຕ່​ວ່າ​ເມື່ອ​ມີ​ແຮງ​ດົນ​ບັນດານ​ແລ້ວ​ກໍ່​ລົງມື​ເຮັດ​ເລີຍ,​ເຮັດ​ຕາມ​ຄວາມຮູ້ສຶກ​ຂອງ​ຕົນ​ເອງ.ທ່ານ​ມານ​ເຄຮຸ້ຍກ່າວ​ວ່າ:
"ຂ້ອຍ​ສະ​ແຫວ​ງຫາ​ຂະ​ບວນການ,ຂະ​ບວນການ​ທີ່​ຂ້ອຍ​ອອ​ກ​ແບບ​ນັ້ນເຮັດ​ໃຫ້​ຂ້ອຍ​ຮູ້​ສຶກດີ​ໃຈ​ຫລາຍ,​ເມື່ອ​ເຮັດ​ສຳ​ເລັດ​ເຄື່ອງ​ເອ້​ອັນຫນຶ່ງ​​ແລ້ວ,ຂ້ອຍ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ, ​ແລະ​ກໍ່ບໍ່​ເອົາ​ອອກ​ໄປ​ຂາຍ​,ຂ້ອຍ​ເອົາໄວ້​​ເບິ່ງກ່ອນ,ຈົນ​ອິ່ມ​ຕາ​ແລ້ວ​ຄ່ອຍ​ວ່າ​ກັນ"

ໃນ​ການ​ເລືອກ​​ເອົາ​ວັດຖຸ,ທ່ານ​ນາງມານ​ເຄຮຸ້ຍບໍ່​ມີ​ການຈຳກັດ,​ມີຄຳ,​ເງິນ,ທອງ,​ເຄື່ອງ​ປັ້ນດິນ​ເຜົາ,​ເພັດ​ນິນ​ຈິນດາ,ປຼາ​ສະຕິ​ກ​ເປັນ​ຕົ້ນ,ທະ​ແທມ​ແຕ່ວັດຖຸ​ເຫຼົ່າ​ນີ້​ໃຫ້​ຄວາມ​ບັນດານ​​ໃຈແກ່ນາງ,ມັນ​ກໍ​ຈະ​ກາຍ​ເປັນ​ຂອງ​ປະ​ເສີດ ​ແລະ​ສິລະ​ປະ​ໃນ​ມືຂອງ​ທ່ານ​ນາງມານ​ເຄຮຸ້ຍ.ທ່ານ​ນາງ​ກ່າວ​ວ່າ,​ເງິນ​ແມ່ນວັດຖຸ​ທີ່​ມີ​ຄວາມ​ຮູ້​ສຶກຫລາຍ,​ເພາະວ່າ​ເງິນ​ສາມາດ​ປ່ຽນ​ສີ​ຕາມ​ເວລາ,ຍິ່ງ​ສາມາດ​ເຮັດ​ໃຫ້​ເຄືອງ​ເອ້​ຂອງ​ນາງ​ມີ​​ນິທານ​ແລະມີປະຫວັດ.

ທ່ານ​ນາງມານ​ເຄຮຸ້ຍຍັງ​ເອົາ​ໃຈ​ໃສ່ທີ່​ສຸດ​ນຳ​ການ​ອອກ​ແບບຮູບ​ຮ່າງ​ຂອງ​ເຄື່ອງ​ເອ້,ນາງ​ມັກ​ເວົ້າ​ວ່າ,​ເຄື່ອງ​ເອ້​ແມ່ນຮູບ​ປັ້ນ​​ເຄື່ອນ​ໄຫວ​ທີ່​ຂັດ​ໃສ່​ຮ່າງ​ກາຍ,ມັນ​ມີ​ເນື້ອ​ໃນສິນລະປະ​ອັນ​ເລິກ​ເຊິ່ງຄື​ກັນ​ກັບ​ຮູບປັ້ນ.ພ້ອມ​ກັນ​ນັ້ນ,​ເຄື່ອງ​ເອ້​ທີ່​ມີ​ຮູບ​ຕ່າງ​ກັນ​ຍັງ​ສາມາດ​ສະ​ແດງ​​ໃຫ້​​ເຫັນ​ບຸກຄະ​ລິກກະພາບ​ຕ່າງ​ກັນຂອງ​ຄົນ​ຕ່າງກັນ.​ໃນ​ຮ້ານ​ນ້ອຍ​ໆຂອງ​ທ່ານ​ນາງ,​ເຄື່ອງ​ເອ້​ທີ່​ມີ​ຮູບຊົງ​ຕ່າງ​ກັນ​ລ້ວນ​ແຕ່​ມາຈາກ​ການ​ອອກ​​ແບບ​​ແລະສີມື​ອັນ​ລະອຽດຂອງ​ນາງ​,ບາງ​ຜ່ອງງ່າຍດາຍ,​ບາງ​ຜ່ອງ​ໂລກ​ໂຜນ,ບາງ​ຜ່ອງ​ສູງ​ສົ່ງ,ເຮັດ​ໃຫ້​ຄົນ​ມັກຈົນ​ບໍ່​ຢາກ​ວາງມື.

ທ່ານ​ນາງມານ​ເຄຮຸ້ຍກ່າວ​ວ່າ:
"ການ​ອອກ​ແບບ​ຂອງ​ຂ້ອຍ​ຖືກ​ເຮັດດ້ວຍ​ດວງ​ໃຈ​ຂອງ​ຂ້ອຍ,ມັນ​ບໍ່​ພຽງ​ແຕ່​ແມ່ນ​ສິນຄ້າອັນ​ຫນຶ່ງທີ່ຜະລິດ​​ເປັນ​ງວດດ້ວຍ​ມື​ຂອງ​ກຳມະ​ກອນ,ສະ​ນັ້ນ​ຂ້ອຍ​ເຊື່ອວ່າ​ເຄື່ອງ​ເອ້​ຂອງ​ຂ້ອຍມັນ​ອຽງ​ໄປ​ສູ່​ດ້ານສິລະ​ປະ, ​ລົດ​ນິຍົມ​ຂອງ​ຂ້ອຍລື່ນ​ກາຍ​ຄຸນຄ່າ​ຂອງ​ເຄື່ອງຂອງ​ຕັ້ງ​ຫຼວງ​ຫລາຍ."

ເຖິງ​ແມ່ນ​ວ່າທ່ານ​ນາງມານ​ເຄຮຸ້ຍມີ​ພູມ​ປັນຍາ​ຫລາຍ​ໃນ​ດ້ານ​ການ​ອອກ​ແບບ​ເຄື່ອງ​ເອ້ກໍ່ຕາມ,​​ແຕ່ນາງ​ບໍ່​ເຄີຍ​ຮຽນ​ການ​ອອກ​ແບບ​ເຄື່ອງ​ເອ້​ໂດຍ​ຈຳ​ເພາະ, ນາງ​ເຄີຍ​ຮຽນການ​ປັ້ນຮູບ​ແລະ​ຄວັດຮູບ.ພຽງ​​ແຕ່​ພາຍຫລັງ​ມາ,ເພື່ອ​​ເຮັດ​ໃຫ້ຮູບປັ້ນ​ບຸກຄົ​ນຂອງ​ຕົນງາມ​ກວ່າ,​ເລີຍລົງມື​ເຮັດ​ເຄື່ອງ​ເອ້ທີ່​ງ່າຍໆ​ຈຳນວນ​ຫນຶ່ງ​ຕິດ​ໃສ່​ຮູບປັ້ນ​,ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າ​ຕົນ​ເອງ​ພັດ​ມັກ​ວິຊາ​ນີ້ຈົນ​ເລີກ​ບໍ່​ໄດ້.

ຮ້ານຄ້າ​ຂອງ​ທ່ານ​ນາງມານ​ເຄຮຸ້ຍນັບ​ມື້​ນັບ​ຂາຍ​ດິບ​ຂາຍດີ,ບໍ່​ພຽງ​ແຕ່​​ສາ​ມັນ​ຊົນມັກ​ຊື້​ເຄື່ອງ​ເອ້​ໃນ​ຮ້ານ​ຂອງ​ນາງ​ເທົ່າ​ນັ້ນ,ຍັງ​ມີ​ຜູ້ມີ​ຊື່​ສຽງ​​ໃນ​ວົງ​ການ​ລື່ນ​ເລີ​ງຂອງ​ຈີນ​ຫລາຍ​ໆຄົນ​ກໍ​ມາ​ຈອງ​ຊື້​ເຄື່ອງ​ເອ້​ຢູ່​ແຫ່ງ​ນີ້​ຫລື​ໃຫ້​​ເຈົ້າ​ຂອງ​ຮ້ານອອກ​​ແບບເຄື່ອງ​ເອ້​ບາງ​ຢ່າງທີ່​ສອດ​ຄ່ອງ​ກັບ​ບຸກຄະ​ລິກລັກສະນະ​ຂອງ​ຕົນ​ເອງ.ນາງເຫັນ​ວ່າ,​ໃນ​ເວລາຈອງຊື້ເຄື່ອງ​​ເອ້ນັ້ນ,ການ​ແລກປ່ຽນ​ກັບ​ລູກ​ຄ້າ​ແມ່ນ​ສຳຄັນ​ທີ່​ສຸດ. ​ນາງ​ກ່າວ​ວ່າ:
"ຂ້ອຍ​ຈະ​ແລກປ່ຽນ​ກັບ​ລູກ​ຄ້າ,ຍ້ອນ​ວ່າ​ຂ້ອຍ​ໂຄລົບ​ການ​ເລືອກ​ເອົາ​ຂອງ​ຜູ້​ອື່ນ,ຖ້າ​ເພິ່ນ​ມັກ​​ແນວນັ້ນແທ້​,ຂ້ອຍ​ກໍຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ເພິ່ນ,​ແຕ່​ຂ້ອຍ​ຈະ​ບອກ​ຄວາມ​ເຫັນ​ຂອງ​ຂ້ອຍ​ໃຫ້​ເພິ່ນ​ຊາບ.​ໃນ​​ເວລາ​ແລກປ່ຽນ​ກັນກໍ່ຈະ​ສ້າງ​ຄວາມ​ບັນດານ​ໃຈ​ໃຫ້​ແກ່​ຂ້ອຍ."

ທ່ານຜູ້ຟັງ​ທີ່​ໂຄລົບ,ທີ່​ຟັງ​ມາ​ນັ້ນ​ແມ່ນ​ບົດ​ສະ​ເຫນີ​ທ່ານ​ນາງ​ມານ​ເຄຮຸ້ຍ ຊ່າງ​ອອກ​ແບບ​ເຄື່ອງ​ເອ້​ເຈົ້າ. ຂອບ​ໃຈທ່ານທີ່​ຮັບຟັງ,ສະບາຍດີ.