ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-21 20:56:26    
ເປັນ​ລູກຫຼານປະຊາຊາດ​ຈີນ ຄອງ​ຄອຍ​ອະ​ນາ​ຄົດ​ອັນ​ດີ​ງາມ(ສຽງ)

cri Author: LM

ທີ່​ນີ້​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນທີ່​ພາດ​ຫົວ​ເລື່ອງ​ວ່າ: ​ໄຕ້​ຫວັນ​--​ເກາະ​ປະ​ເສີດ​ຂອງ​ຈີນ.
ທ່ານ​ຜູ່​ຟັງ​ທີ່​ໂຄລົບ​, ເຖິງ​ວ່າ​ລະຫວ່າງ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ໄຕ້​ຫວັນ​ຂັ້ນດ້ວຍ​ຊ່ອງ​ແຄບ​ ​ກໍ​ຕາມ, ​ແຕ່​ສອງ​ຝັ່ງ​ກໍ​​ແມ່ນ​ຢູ່​ໃນປະ​ເທດ​ດຽວ​ມາ​ແຕ່​ບູຮານ​ນະ​ການ, ມວນ​ຊົນ​ຢູ່ສອງ​ຝັ່ງ​ມີ​ກົກ​ເຄົ້າອັນ​ດຽວ​ກັນ, ມີ​ມູນ​ເຊື້ອ​ວັດທະນະທຳ​ປະຫວັດສາດ​ອັນ​ດຽວ​ກັນ. ​ໃນ​ສະ​ເພາະ​ໜ້າ​ນີ້, ຍ້ອນ​ມູນ​ເຫດການ​ເມືອງ, ພີ່ນ້ອງ​ຮ່ວມຊາດ​ລະຫວ່າງ​ສອງ​ຝັ່ງ​ຍັງ​ບໍ່​ສາມາດ​ໄປມາຫາສູ່​ກັນ​ຢ່າງ​ເສລີ, ​ແຕ່​ມູນ​ເຊື້ອ​ວັດທະນະທຳ​ປະຫວັດສາດ​ອັນ​ດຽວ​ກັນ​ແລະ​ຄວາມ​ຮັກ​ແພງ​ລະຫວ່າງ​ພີ່ນ້ອງ​ຮ່ວມ​ຊາດ​​ແມ່ນຕັດ​ບໍ່​ຂາດດອກ. ​ໃນ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ສະພາບ​ດ້ານ​ນີ້​ສູ່​ຟັງ. ລາຍການ​ພາກ​ນີ້​ຈະ​ສະ​ເໜີ​ບົດ​ສຸດ​ທ້າຍ​ຂອງ​ລາຍ​ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ເທື່ອ​ນີ້.

ທ່ານ​ຜູ່​ຟັງ​ທີ່​ໂຄລົບທີ່​ພວມ​ຟັງ​ຢູ່​ນີ້​ ແມ່ນບັນທຶກ​ສຽງຂອງຫຼານນ້ອຍ​ນັກຮຽນ​ໄຕ້​ຫວັນ​ພ້ອມ​ກັນອ່ານຄຳ​ພີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​​ເລື່ອງ "ບັນທຶກ​ມາລະຍາດ". ​ເນື້ອ​ໃນ​ທີ່​ພວກຫຼານນ້ອຍ​ອ່ານ​ນັ້ນ​ໄດ້​ບັນທຶກ​ຄຳ​ພັນ​ລະ​ນາສັງ​ຄົມ​ອັນ​ແຈບ​ໃຈ​ຂອງ​ຂົງຈື້ ນັກ​ແນວ​ຄິດ​ທີ່​ມີ​ຊື່​ສຽງຂອງ​ຈີນ​ໃນ​ 2000 ກວ່າ​ປີ​ກ່ອນນີ້ ທີ່​ຖືກ​ເອີ້ນ​ເປັນຜູ່ສັກກາລະ​ບູຊາ.

​ແຕ່​ໃດມາ, ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ມວນ​ຊົນ​ແຜ່ນດິນ​ໃຫຍ່, ​ມວນ​ຊົນ​ໄຕ້​ຫວັນແຕ່​ຍາມ​ຍັງ​ນ້ອຍ​ກໍ​ໄດ້​ຮັບ​ການ​ສຶກສາ​ວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ, ​ເຖິງ​ວ່າ ຮອດ​ສະ​ໄໝ​ມໍ່​ແລະ​ສະ​ໄໝ​ຍຸກປະຈຸ​ບັນ ​​ໄດ້​ນຳ​ເບົ້າ​ແບບ​​ແລະ​ເນື້ອ​ໃນການ​ສຶກສາຂອງ​ຝ່າຍ​ຕາ​ເວັນ​ຕົກ​​​ເຂົ້າມາ​ກໍ​ຕາມ, ​​ເນື້ອ​ໃນວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ປະຊາຊົນ​ຈີນ​ຍັງ​ກວມກວມ​ສ່ວນຫຼາຍ, ​ແລະ​ຍັງ​​ໄດ້​ຮັບ​ຄວາມໂຄລົບ​ແລະ​ສົ່ງ​ເສີມ​ຈາກ​ຄົນ​ທັງຫຼາຍຢູ່​ຄື​ເກົ່າ. ຈົນ​ມາ​ຮອດ​ປະຈຸ​ບັນ, ປະຊາຊົນ​ທັງ​ສອງ​ຝັ່ງ​ຍັງ​ໃຊ້​ຕົວ​ໜັງສືອັນ​ດຽວ​ກັນ, ປາກພາສາ​ອັນ​​ດຽວກັນ, ​ເຖິງ​ຈະ​ແມ່ນ​ພາສາ​ທ້ອງ​ຖິ່ນ​​ໄຕ້​ຫວັນ​, ​ແຕ່​ຍັງ​ແມ່ນ​ພາສາ​ແຂວງ​ຟູ​ຈ້ຽນ​ແລະ​ແຂວງ​ກວາງ​ຕຸ້ງຂອງ​ແຜ່ນດິນ​ໃຫຍ່ທີ່​ຢູ່​​ແຜ່ນດິນ​ໃຫຍ່. ພ້ອມ​ກັນນັ້ນ ມວນ​ຊົນ​ໄຕ້​ຫວັນ​ກໍ​ຍັງ​ຮັກສາ​ວັດທະນະທຳ​ແລະ​ຮີດຄອງ​ປະ​ເພນີ​ໃນ​ຊີວິດ​ການ​ເປັນ​ຢູ່​ທີ່​ຄື​ກັນ​ກັບ​ແຜ່ນດິນ​ໃຫຍ່​ຢ່າງ​ສົມບູນ, ຊີວິດ​ປະຈຳ​ວັນ​ແລະ​ການ​ບວງສວງທາງ​ສາສະໜາຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຢືນຢັນ​ເຖິງ​ສະພາບ​ດັ່ງກ່າວ.

ລູງຈູ​ຟູ​ລາຍອາຍຸ 81 ປີ​​ແລ້ວ, ​ເພິ່ນໄດ້​​ຂ້າມ​ຊ່ອງ​ແຄບ​ຈາກ​ໄຕ້ຫວັນມາ​ດຳລົງ​ຊີວິດ​ຢູ່​ເມືອງ​ເຊ້ຍ​ເໝີ​ນ​ແຂ​ວງຟູ​ຈ້ຽນ​ເມື່ອ​ຍັງ​ໜຸ່ມ, ຫຼັງຈາກ​ນັ້ນກໍ​ສ້າງ​ຄອບຄົວ​​ແລະ​ທຳ​ມາ​ຫາ​ກິນ​ຢູ່​ແຜ່ນດິນ​ໃຫຍ່, ບໍ່​​ໄດ້​ເມືອໄຕ້​ຫວັນຈັກ​ເທື່ອ. ​ເມື່ອ​ເວົ້າ​ເຖິງ​ຮີດຄອງ​ປະ​ເພນີ​ຂອງ​ສອງ​ຝັ່ງ, ລູງຈູ​ຟູ​ລາຍ​ໄດ້​ກ່າວ​ເຖິງ​ສະພາບ​ການສະຫຼອງບຸນ​ກຸດ​ຈີນ​ຢູ່​ໄຕ້​ຫວັນ. ບຸນ​ກຸດ​ຈີນ​ແມ່ນ​ບຸນ​ປະ​ເພນີສຳຄັນ​ທີ່​ສຸດ​ຂອງ​ປະຊາ​ຊາດ​ຈີນ, ຢູ່​ພາກ​ໃຕ້​ຈີນ, ​​ໃນ​ຍາມ​ສະຫຼອງບຸນກຸດ​ຈີນ ​​ເກືອບ​ທຸກ​ໆ​ຄອບຄົວ​ກໍ​ກິນ​ເຂົ້າໜົມ. ລູງຈູຟູ​ລາຍຫວນ​ຄືນວ່າ:

​ແຕ່​ກ່ອນ ​ຂ້າພະ​ເຈົ້າຍັງ​​ເປັນ​ເດັກນ້ອຍ, ​ເມື່ອ​ສະຫຼອງບຸນ​ກຸດ​ຈີນ ​ແມ່​ຂອງ​ຂ້ອຍຈະສີ​ເຂົ້າ​ ຫູງ​ເຂົ້າໜົມ. ປະ​ເພນີ​ລະຫວ່າງ​ສອງ​ຝັ່ງ​ເກືອບ​ຄື​ກັນ​ໝົດ, ຢູ່​ຝັ່ງ​ນີ້​ມີ​ອັນ​ໃດ, ຝັ່ງ​​ນັ້ນກໍ​ມີ​ອັນ​ນັ້ນ.
ມື້ບຸນ​ແມ່ນ​ພາກສ່ວນອັນ​ສຳຄັນ​ຂອງ​ວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ຊົນ​ຊາດ​ໜຶ່ງ, ມື້ບຸນ​ທີ່​ມີ​ມູນ​ເຊື້ອ​ຂອງ​ມວນ​ຊົນ​ໄຕ້​ຫວັນ​ແມ່ນ​ຄື​ກັນ​ກັບ​ແຜ່ນດິນ​ໃຫຍ່, ປະ​ເພນີ​ສ່ວນ​ໃຫຍ່ກໍ​ຄື​ກັນ, ຕົວຢ່າງ​ຄື ​ໃນ​ບຸນ​ກຸດ​ຈີນ, ທຳ​ມະ​ດາ​ແລ້ວ​ຕ້ອງ​ບວງສວງ​ບັນພະ​ບູລຸດ, ​ຕອນ​ຄ່ຳວັນ​ສົ່ງ​ທ້າຍ​ປີ​​ເກົ່າ ໝົດ​ຄອບຄົວ​ຕ້ອງ​ຄົບ​ໜ້າ​ຄົບ​ຕາ​ກັນ ພ້ອມ​ກັນ​ສົ່ງ​ທ້າຍ​ປີ​ເກົ່າ, ​ໃນ​ມື້ບຸນ​​ເຂົ້າ​ໜົມບົວລອຍຕ້ອງ​ມີ​ງານ​ຊົມ​ໂຄມ​ໄຟ, ​ໃນ​​ບຸນ​ເຊັ້ງ​​ເມງ ຕ້ອງ​ປັດກວາດ​ສຸສານ​ຂອງ​ຍາດ​ພີ່ນ້ອງ​ຜູ່​ລ່ວງ​ລັບ​ໄປ​ແລ້ວ, ​ໃນບຸນຊ່ວງ​ເຮືອ ຕ້ອງ​ກິນ​ເຂົ້າຕົ້ມຊະນິດ​ໜຶ່ງ​ທີ່​ເອີ້ນ​ວ່າ "ຈົ້ງຈື", ​ໃນ​ບຸນ​ໄຫວ້​ພະຈັນ ໝົດ​ຄອບຄົວ​ຕ້ອງ​ຄົບ​ໜ້າ​ຄົບ​ຕາ​ກັນ ຊົມ​ດວງ​ຈັນ, ​ແລະ​ກິນ​ເຂົ້າໜົມ​ໄຫວ້​ພະຈັນ​ທີ່​​ເປັນ​ສັນຍາ​ລັກ​ແຫ່ງ​ການ​ຄົບ​ໜ້າ​ຄົບ​ຕາ​ກັນ​ໝົດ​ຄອບຄົວ.

ບໍ່​ພຽງ​ແຕ່​ມີບຸນອັນ​ດຽວ​ກັນ, ມວນ​ຊົນ​ທັງ​ສອງ​ຝັ່ງ​ຍັງ​ເຊື່ອ​ຖື​ສາສະໜາທີ່​ຄື​ກັນ, ການບວງສວງ​ກໍ​ເກືອບ​ຄື​ກັນ​ໝົດ, ການ​ບວງສວງ​ກ່ວນຕີ້​ພ້ອມ​ກັນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໃນ​ທຸ​ກປີ​ກໍ​ແມ່ນ​ຕົວຢ່າງ​ອັນ​ໜຶ່ງ​ທີ່​ພົ້ນ​ເດັ່ນ.

ກ່ວນຕີ້​ແຕ່​ເດີມ​ຊື່ວ່າ​ກ່ວນອີ, ​ແມ່ນ​ນາຍ​ພົນ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ຂອງ​ຈີນໃນຄ.ສ.ສະຕະວັດ​ທີ 3, ​ເພິ່ນ​ບໍ່​ພຽງ​ແຕ່​ມີກັ່ງ​ຟູ​ເກັ່ງ, ອົງອາດ​ກ້າຫານ, ກໍ​ຈົງ​ຮັກ​ພັກດີ​ຕໍ່​ເຈົ້າຂອງ​ທີ່​ສຸດ, ​ແລະ​ຍັງ​ມີ​ນ້ຳ​ໃຈ​​ເພື່ອສັດຈະທຳ​ແລະ​ຄວາມ​ເປັນ​ທຳ​ອີກ​ດ້ວຍ, ຊາວ​ຈີນ​ຮັກ​ແພງ​ເພິ່ນຫຼາຍ, ຈົນກະທັ້ງພາຍຫຼັງມາ ນັບຖື​ເພິ່ນ​ເປັນ "​ເຈົ້າ", ຕັ້ງຮູບ​ປັ້ນ​​ຂຶ້ນ​ເພື່ອ​ບວງສວງ. ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ທີ່​ໃກ້​ກັບ​ຝັ່ງ​ແຜ່ນດິນ​ໃຫຍ່​ມີ​ເກາະ​ໜຶ່ງ​ເອີ້ນ​ວ່າ​​ເກາະຕົ່ງ​ຊານ, ຢູ່​ເທິງ​ເກາະ​ນີ້​ມີສານ​ເຈົ້າກ່ວນຕີ້​ແຫ່ງ​ໜຶ່ງ​ສ້າງ​ຂຶ້ນ​ເມື່ອ​ສະຕະວັດ​ທີ 14, ຍ້ອນ​ສານ​ເຈົ້າ​ແຫ່ງ​ນີ້​ມີ​ປະຫວັດເກົ່າ​ແກ່ຫຼາຍ, ​ແຕ່ລະ​ປີ ມວນ​ຊົນ​ໄຕ້​ຫວັນ​ຈຳນວນຫຼວງຫຼາຍ​ໄດ້​ມາ​ບູຊາກ່ວນຕີ້​ຢູ່​​ແຫ່ງນີ້.

ທ່ານ​ຈາງທີ່​ມາ​ຈາກ​ເມືອງ​ໄຕ​ເປ​ຂອງໄຕ້​ຫວັນ​ກ່າວ​ວ່າ, ​ໃນ​ຄອບຄົວ​ເຂົາ​ເຈົ້າ​ໄດ້​ບວງສວງ​ກ່ວນຕີ້​ໂດຍ​ຕະຫຼອດ, ​ແຕ່​ຍາມ​ຍັງ​ເປັນ​ເດັກນ້ອຍ, ​ເພິ່ນ​ກໍ​ເຊື່ອ​ຖື​ກ່ວນຕີ້, ​ໃນຫຼາຍປີ​ມໍ່ໆ​ມາ​ນີ້, ​ເພິ່ນ​ມາ​ເຂົ້າຮ່ວມ​ພິທີ​ບວງສວງ​ຢູ່​ເກາະ​ຕົ່ງ​ຊານ​ເກືອບ​ທຸກ​ປີ, ຍັງຊົມ​ເບິ່ງ​ການສະ​ແດງພື້ນ​ເມືອງ. ທ່ານ​ເວົ້າວ່າ: ຜູ່​ເຊື່ອ​ຖື​ກ່ວນຕີ້​ຢູ່​ໄຕ້​ຫວັນ​ມີຈຳນວນຫຼວງຫຼາຍ, ມາ​ເຂົ້າຮ່ວມ​ພິທີ​ບວງສວງ​ຢູ່​ແຫ່ງ​ນີ້ ສາມາດ​ສຳນຶກ​ຮູ້​ປະ​ເພນີ​ບວງສວງຫຼາຍໆ​ຢ່າງ.

​ນາງເທບພະ​ເຈົ້າທີ່​ຊື່​ດັງ​ອີກ​ອົງ​ໜຶ່ງ​ທີ່​ມວນ​ຊົນຢູ່​ສອງ​ຝັ່ງ​ຊ່ອງ​ແຄບ​ເຊື່ອ​ຖືນຳ​ກັນນັ້ນ​ແມ່ນ​ເອີ້ນ​ວ່າ​ "ມ່າຈູ". ມ່າຈູ​ແມ່ນ​ນາງເທບພະ​ເຈົ້າທີ່​ປົກ​ປັກ​ຮັກສາຜູ່​ເດີນ​ທະ​ເລ​ໃຫ້​​ປອດ​ໄພ, ຕາມ​ເລົ່າ​ກັນ​ວ່າ ​ແມ່ນ​ຜັນ​ແປ​ມາ​ຈາກ​​ແມ່ຍິງ​ຜູ່​ໜຶ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ລາຊະວົງ​ຊົ້ງຂອງ​ຈີນ ຫ່າງ​ຈາກ​ປະຈຸ​ບັນ​ປະມານ 1000 ປີ. ມວນ​ຊົນຈຳນວນຫຼວງຫຼາຍທີ່​ຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ ​ເກາະ​ໄຕ້​ຫວັນ​ແລະຢູ່ຫຼາຍໆ​ແຫ່ງ​ຂອງ​ອາຊີ​ອາຄະ​ເນລ້ວນ​ແຕ່​ເຊື່ອ​ຖື​ມ່າຈູ​ທີ່​ສຸດ, ຢູ່​ແຫ່ງ​ຕ່າງໆ​ໄດ້​ສ້າງ​ໃຫ້​ມີ​ສານ​ເຈົ້າ​ມ່າຈູຫຼາຍໆ​ແຫ່ງ. ຕາມ​ສະຖິຕິ, ພຽງ​ແຕ່​ຢູ່​ໄຕ້​ຫວັນ​ກໍ​ມີ​ສານ​ເຈົ້າມ່າຈູ 74 ​ແຫ່ງ, ສ່ວນ​ສານ​ເຈົ້າ​ໃຫຍ່​ຂອງ​ມ່າຈູ, ​ໄດ້​ສ້າງ​ຢູ່​​ເທິງ​ເກາະ​ເມີຍ​ໂຈ່​ວ ​ເກາະ​ນ້ອຍໆ​ທີ່​ຂຶ້ນກັບ​ແຂວງ​ຟູ​ຈ້ຽນ​ແຜ່ນ​ດິນ​ໃຫຍ່​ຈີນ.

ຕາມ​ທ່ານ​ນາງ​ເຈິ​ງ​ເຢິ້ນ​ເໝິຍ ຜູ່​ຊ່ຽວຊານ​ຄົ້ນຄວ້າ​ບັນຫາ​ໄຕ້​ຫວັນ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ແນະ​ນຳ​ວ່າ, ບັນພະ​ບູລຸດຂອງມວນ​ຊົນ​ໄຕ້​ຫວັນ​ມີ 98% ຢູ່​ແຜ່ນດິນ​ໃຫຍ່ຈີນ. ມີຫຼາຍໆ​ຄົນ​ໄດ້​ດຳລົງ​ຊີວິດ​ຢູ່​ໄຕ້​ຫວັນມາຫຼາຍ​ເຊັ່ນ​ຄົນ​ແລ້ວ, ພວກ​ເຂົາ​ເຈົ້າຮັກ​ແພງ​ດິນ​ແດນ​ໄຕ້​ຫວັນ, ​ແຕ່​​ໃນ​ຂະນະ​ດຽວ​ກັນ ກໍ​ລືມຄວາມ​ຮັກ​ແພງ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ບໍ່ໄດ້. ທ່ານ​ຢາງ​ເຄີ້​ເຈິ້ງດຳລົງ​ຊີວິດຢູ່​ໄຕ​ຫວັນ, ບັນພະ​ບູລຸດຂອງ​ເພິ່ນຢູ່​ເກາະ​ຕົ່ງ​ຊານ, ກໍ​ແມ່ນ​ເກາະ​ທີ່​ສ້າງມີ​ສານ​ເຈົ້າກ່ວນຕີ້​​ທີ່​ມີ​ປະຫວັດເກົ່າ​ແກ່ແຫ່ງໜຶ່ງ​ທີ່​ພວກ​ເຮົາ​ຫາ​ກໍ່​ກ່າວ​ເຖິງຜ່ານ​ມານັ້ນ, ທ່ານ​ກ່າວ​ວ່າ, ທ່ານ​ຄິດ​​ເຖິງບ້ານ​ເກີດ​ເມືອງ​ນອນຫຼາຍ. ​ເມື່ອ 10 ກວ່າ​ປີ​ກ່ອນ, ທ່ານ​ຢາງ​ເຄີ້​ເຈິ້ງກໍ​ມາ​ລົງທຶນ​ສ້າງ​ໂຮງງານ​ຢູ່​ແຜ່ນດິນ​ໃຫຍ່​ແລ້ວ, ການ​ທຸລະ​ກິດຂອງ​ເພິ່ນ​ສະ​ດວກຫຼາຍ. ​ໃນ​ໄລຍະ​ມໍ່ໆ​ນີ້, ທ່ານ​ກຽມ​ຈະ​ລົງທຶນ 5 ລ້ານ​ຢວນ ສ້າງ​ສູນ​ວາງສະ​ແດງ​ວັດທະນະ​ທຳສອງ​ຝັ່ງ​ຊ່ອງ​ແຄບ​ຢູ່​ເກາະ​ຕົ່ງ​ຊານ ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ.

ທ່ານ​ນາງ​ເຈ້​ງ​ເຢິ້ນ​ເໝິຍ ຜູ່​ຊ່ຽວຊານ​ດ້ານ​ບັນຫາ​ໄຕ້​ຫວັນ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ຄົນ​ຈີນ, ການ​ພັດທະນາ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ລ້ວນ​ແຕ່​ເຮັດ​ໃຫ້​ເພິ່ນ​ຮູ້ສຶກ​ພາກພູມ​ໃຈ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຊູ່​ມື້​ນີ້, ຖານະຂອງ​ຈີນ​ໃນ​ສາກົນໄດ້​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໃຫ້​ເພິ່ນ​ຍິ່ງ​ຫວັງ​ຢ່າງ​ແຮງ​ກ້າ​ໃຫ້​ສອງ​ຝັ່ງ​ສາມາດ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ໄວ, ​ເຮັດ​ໃຫ້​ປະຊາຊົນ​ທັງ​ສອງ​ຝັ່ງ​ສາມາດມີ​ກຽດພ້ອມ​ກັນ​ໃນການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ປະຊາ​ຊາດ​ຈີນ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ທີ່​ຊື່​ດັງ​ທີ່​ສຸດຢູ່​ສອງ​ຝັ່ງຊ່ອງ​ແຄບ, ​ເພງ​ນີ້​ມີ​ຊື່ວ່າ "ຫຼົງ​ເຕິ​ສວນ​ເຢິນ" ​ແປ​ວ່າ "ລູກຫຼານຂອງ​ປະຊາ​ຊາດ​ຈີນ", ​ແຕ່ງ​ໂດຍ​ທ່ານ​ໂຫວ​ເຕີ​ຈ້ຽນ ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ໄຕ້​ຫວັນ. ​​ເນື້ອໃນ​ຂອງ​ເພງມີ​ຢູ່​ວ່າ: ຢູ່​ທິດ​ບົວລະພາ​ທີ່​ມີ​ປະຫວັດເກົ່າ​ແກ່​ມີ​ມັງກອນ​ໂຕ​ໜຶ່ງ, ຊື່​ຂອງ​ເຂົາ​ເອີ້ນ​ວ່າ​ຈີນ; ຢູ່​ທິດ​ບົວລະພາທີ່ມີ​ປະຫວັດ​ເກົ່າ​ແກ່​ມີ​ຄົນ​ຝູງ​ໜຶ່ງ, ພວກ​ເຂົາ​ເຈົ້າລ້ວນ​ແຕ່​ແມ່ນ​ລູກຫຼານຂອງ​ປະຊາ​ຊາດ​ຈີນ. ຂ້າພະ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນຢູ່​ຈີນ, ​ເຕີບ​ໃຫຍ່​ແລ້ວ​ແມ່ນ​ຈະ​ເປັນ​ຜູ່​ສືບ​ທອດຂອງ​ປະຊາ​ຊາດ​ຈີນ, ຂ້າພະ​ເຈົ້າມີໜ່ວຍ​ຕາ​ດຳ ຜົມ​ດຳ ຜິວໜັງ​ເຫຼືອງ, ​ແມ່ນ​ລູກຫຼານຂອງ​ປະຊາ​ຊາດ​ຈີນ​ຈົນ​ເທົ່າ​ໃດໆ.

ທ່ານ​ຜູ່​ຟັງ​, ​ໃນ​ມ້ວນ​ທ້າຍຂອງລາຍການພາກ​ນີ້, ພວກ​ເຮົາ​ໄດ້​ຕັ້ງສອງຄຳ​ຖາມຄື​ດັ່ງ​ລຸ່ມ​ນີ້: ຄຳ​ຖາມ​ຂໍ້ທີ​ໜຶ່ງ, ຂໍ​ໃຫ້​ທ່ານ​ຍົກ​ສາມບຸນທີ່​​ເປັນ​ມູນ​ເຊື້ອ​ຄືກັນ​ລະຫວ່າງ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ໄຕ້​ຫວັນ. ຄຳ​ຖາມ​ຂໍ້ທີ​ສອງ, ມວນ​ຊົນ​ໄຕ້​ຫວັນທີ່ມີບັນພະ​ບູລຸດ​ຢູ່​ແຜ່ນດິນ​ໃຫຍ່​ມີຫຼາຍເທົ່າ​ໃດ? ຕໍ່​ໄປ​ຂໍ​ອ່ານ​ສອງຄຳ​ຖາມດັ່ງກ່າວ​ອີກ​ເທື່ອ​ໜຶ່ງ: ຄຳ​ຖາມຂໍ້​ທີ​ໜຶ່ງ, ຂໍ​ໃຫ້​ທ່ານ​ຍົກ​ສາມ​ບຸນ​ທີ່​​ເປັນມູນ​ເຊື້ອ​ຄື​ກັນ​ລະຫວ່າງ​ແຜ່ນດິນ​ໃຫຍ່​ຈີນ​ກັບ​ໄຕ້​ຫວັນ. ຄຳ​ຖາມ​ຂໍ້ທີ​ສອງ, ມວນ​ຊົນ​ໄຕ້​ຫວັນທີ່ມີບັນພະ​ບູລຸດ​ຢູ່​ແຜ່ນດິນ​ໃຫຍ່​ມີຫຼາຍ​ເທົ່າ​ໃດ?

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ທີ່​ພາດ​ຫົວ​ເລື່ອງ​ວ່າ "​ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນ" ບົດ​ຕ່າງໆໄດ້ອອກ​ອາກາດ​ໝົດຊູ່​ບົດ​ແລ້ວ, ຂອບ​ໃຈ​ທ່ານທີ່​​ຮັບ​ຟັງ, ຂໍ​ອວຍພອນ​ໃຫ້​ທ່ານ​ຈົ່ງ​ໄດ້ຜົນ​ງານ​ດີ​ໃນ​ລາຍການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະບາຍດີ.