ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-22 14:30:12    
ຈີນ​ເຫັນ​ວ່າ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ຫຼາຍ ຝ່າຍ​ແລະ​ການ​ພັດ​ທະ​ນາຂອງ​ເສດ​ຖະ​ກິດ​ໂລກ

cri
ຕາມ​ຂ່າວ​cri, ວັນ​ທີ21​ກັນ​ຍາ​ຢູ່​ວຽງ​ຈັນ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວcri, ທ່ານ​ວາງ​ຢິງຟານ ຮອງ​ຫົວ​ໜ້າຄະ​ນະ​ກຳມາ​ທິການ​ສຳພັນ​ຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກທີ່​ຈະຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້​ມີ​ຜົນດີ​ຕໍ່ການ​ຮ່ວມ​ມືຫຼາຍ​ຝ່າຍ​ແລະ ການພັດ​ທະນາ​ຂອງເສດ​ຖະກິດ​ພາກ​ພື້ນ​ກໍ່​ຄືຂອງ​ໂລກ.

ທ່ານວາງຢີງຟານ​ທີ່ພວມເຂົ້າ​ຮ່ວມກອງ​ປະຊຸມ​ໄອໂປຄັ້ງ​ທີ26​ຢູວຽງຈັນ​ກ່າວ​ວ່າ, ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ໝາກຜົນ​ທີ່​ປະ​ເທດ​ອາ​ຊຽນ​ ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ນີ້​ຊຶ່ງ​ລວມ​ທັງ​ຈີນ​ພ້ອມ​ກັນ​ພະຍາ ຍາມ,​ກອງ​ປະຊຸມ​ເທື່ອ​ນີ້​​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ອາຊີ​ຕາ​ເວັນ​ອອກ​ກັບ​ພາກ​ພື້ນ​ອື່ນໆ​ຂອງ​ໂລກ​ແລະ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະກິດ​ໂລກ.

ຕາມ​ໄດ້​ຊາບ, ກອງ​ປະຊຸມ​ສຸດ​ຍອ​ດອາຊີ​ຕາ​ເວັນ​ອອກ​ຄັ້ງ​ປະຖົມມະ​ເລີກ​ຈະ​ໄຂ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ແຫ່ງ​ມາ​ເລ​ເຊຍ​ໃນ​ວັນ​ທີ14​ທັນວາ.