ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-22 17:16:35    
​ເຈົ້າ​ໜ້າ​ທີ່​ຈີນ​ຫວຽດ​ນາມ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຕໍ່​ສອງ​ຕື່ມ​ອີກ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21​ກັນຍາ,​ຢູ່​ທີ່​ຫ່າ​ໂນ້ຍ,ເຈົ້າໜ້າ​ທີ່​ທັງສອງ​ປະ​ເທດ​ຈີນ​ຫວຽດ​ນາມ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ຕໍ່​ສອງ,​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ຮອດ​ປີ2010​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່​ສອງ​ບັນລຸ15​ຕື້​ໂດ​ລາ.

​ໃນ​ກອງ​ປະຊຸມ​ຄັ້ງທີ​ 5 ຂອງ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ຫວຽດ​ນາມ​ທີ່​ສິ້ນສຸດ​ລົງ​ໃນ​ມື້​ດຽວ​ກັນ,ທັງສອງ​ຝ່າຍ​ຈີນ​ຫວຽດນາມ​ຍັງ​ກ່າວ​ວ່າ​ຈະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​​ຕົນ.ຝ່າຍ​ຈີນ​ຈະ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ເພີ່​ມການ​ລົງທຶນ​ຢູ່​ຫວຽດນາມ.

ຜູ້​ແທນ​ຂອງ​ລັດຖະບານທັງ​ສອງ​ປະ​ເທດ​ຍັງ​ກ່າວ​ວ່າ,ຈະ​ສ້າງ​ຄວາມ​ສະດວກ​​​ໃຫ້ວິ​ສາ​ຫະ ກິດ​ສອງ​ປະ​ເທດປະຕິບັດ​ໂຄງການ​ລົງທຶນ​ຍິ່ງ​ດີກ​ວ່າ​ເກົ່າ,​ເຮັດ​ໃຫ້​ລະບຽບການ​ກວດກາ​ອະນຸມັດ​ການ​ລົງທຶນກະທັດ​ຮັດ​ລົງ.

ຫຼາຍປີ​ມາ​ນີ້,ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ຫວຽດນາມ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.ປີ​ກາຍ​ນີ້,ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່​ສອງ​​ໄດ້​ເຖິງ6​ຕື້74​0ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​2003 45,3%.ປີ​ນີ້,ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່​ສອງ​ຈີນ​ຫວຽດນາມ​ຄາດ​ວ່າ​ຈະ​ບັນລຸ8​ຕື້​ໂດ​ລາ.