ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-22 18:05:38    
ຝ່າຍ​ຈີນ​ຫວັງ​ໃຫ້​ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ຜູກ​ມັດ​ທະ​ຫານ​ເຮືອ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃຊ້​ກຳ​ລັງ​ອາ​ວຸດ​ທົ່ວ​ທີບ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 22 ກັນຍາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນຫວັງ​ໃຫ້​ລັດຖະບານ​ອິນ​ໂດ​ເນ​ເຊຍ​ໃຊ້​ມາດ​ຕະການ​​ອັນແທດ​ເໝາະ​ແລະ​ບັງ​ເກີດ​ຜົນ, ຜູກ​ມັດ​ທະຫານ​ເຮືອ​ແລະ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ອື່ນໆ​ໃຊ້​ກຳລັງ​ອາວຸດ​ທົ່ວທີບ​ໃນ​ການ​ປະຕິບັດ​ກົດໝາຍ.

ທ່ານ​ສິນ​ກ່າງ​ກ່າວ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ຈີນກັບ​ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ໄມ​ຕີ​ຈິດ​ຕໍ່​ກັນ, ສອງ​ຝ່າຍ​ຄວນ​ຊຳລະ​ບັນຫາ​ທີ່​ປະກົດ​ຕົວ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ປະ​ມົງ​ລະ​ຫວ່າງ​ສອງ​ປະ​ເທດ​ດ້ວຍ​ທ່າ​ທີ​ໃຈ​ເຢັນ​ແລະ​ອົດ​ກັ້ນ, ບໍ່​ຄວນຢູ່​ບໍ່​ຢູ່ກໍ່​ໃຊ້​ກຳລັງ​ອາ​ວຸດ. ຝ່າຍ​ຈີນ​ຫວັງ​ໃຫ້​ລັດຖະບານ​ອິນ​ໂດ​ເນ​ເຊຍ​ຮັບປະກັນ​ບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນນີ້​ອີກ​ໃນ​ພາຍ​ໜ້າ. ພ້ອມ​ກັນນັ້ນ ລັດຖະບານ​ຈີນ​ກໍ​ທວງໃຫ້​ເຮືອ​ຫາ​ປາ​ໂຄລົບ​ກົດໝາຍ​ລະ​ຫວ່າງ​ຊາດ​ໃນ​ການ​ປະມົງ.