ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-22 18:38:44    
ຝ່າຍ​ຈີ​ນຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ​ພະຍາຍາມ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໂດຍ​ໄວ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ22​ກັນຍາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ພະຍາຍາມ​ກັບ​ປະຊາ​ຄົມ​ໂລກ,ພະຍາຍາມ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍ ອີຣານ​ໂດຍ​ໄວ.

ວັນ​ທີ21​ກັນຍາ,ກອງ​ປະຊຸມ​ສະພາ​ມົນຕີ​ອົງການ​ພະລັງ​ປະລາມາ​ນູສາກົນ​ທີ່​ຈັດ​ຂຶ້ນຢູ່​ນະ ຄອນວຽນເລີ່​ມຫາລື​ບັນຫາ​ນິວ​ເຄຼຍອີຣານຢ່າງ​ເປັນ​ທາງ​ການ.

ທ່ານ​ເວົ້າວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ໜ້າ​ທີ່​ຮີບ​ດ່ວນ​ກວ່າໝູ່​ໃນ​ປະຈຸ​ບັນ​ແມ່ນ​ອີານກັບ​ສະ​ຫະ​ພາບ​ເອີ​ລົບ​ຟຶ້ນຟູ​ການ​ເຈລະຈາໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ຜ່ານ​ການ​​ເຈລະຈາຕໍ່​ໄປ​ຕາບ​ຈູ​ນ ຄວາມ​ເຫັນ​ຂັດ​ກັນລະຫວ່າງ​ສອງ​ຝ່າຍ,ກ້າວ​ເຖິງ​ຂັ້ນຕົກລົງ​ແຜນການ​​ແກ້​ໄຂ​ທີ່​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ຮັບ​ເອົາ​​ໄດ້​ໃນ​ທີ່​ສຸດ.ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ເລັງ​ສາຍຕາ​ໃສ່​ທາງ​ໄກ,​ມີ​ຄວາມ​ຄ່ອງ​ແຄ້ວ,​ແກ້​ໄຂ​ບັນຫາ​ນິວ​ເຄຼວອີ​ຣານຢ່າງ​ເໝາະ​ສົມ.