ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-22 21:52:49    
ຕະຫຼາດ​ອົບຮົມ​ຂອງ​ສິງກະ​ໂປ(ສຽງ)

cri Author: da


ເມື່ອ​ສອງ​ປີ​ກ່ອນ,ສິງ​ກະໂປກໍ​ເລີ່​ມພັດ​ທະນາຕະ​ຫຼາດອົບ​ຮົມ​ແລ້ວ."ອົງການ​ສົ່ງ​ເສີມການ​ບໍລິການທາງ​ການ​ສຶກສາ"​ຂອງສິງກະ​ໂປ​ໄດ້ສ້າງ​ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ ປີ 2003​​,​ແຕ່​ນັ້ນ​ມາ,ອົງການ​ສົ່ງ​ເສີມ​ການສຶກສາ​ດັ່ງກ່າວ​ໄດ້​ຈັດຕັ້ງ​ແລະ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວຕ່າງໆ​ຢູ່​ອິນ​ເດຍ ຈີນ ອິນ​ໂດ​ເນ​ເຊຍ​ແລະ​ຫວຽດນາມ​ເປັນຕົ້ນ,ຈຸດປະສົງ​ແມ່ນ​ເຜີຍ​ແຜ່ການ​ບໍລິ​ການ​ທາງ​ການ​ສຶກສາ ​ລວມທັງ​ການ​ສຶກສາພື້ນຖານ​ແລະ​ການ​ສຶກສາຊັ້ນສູງ ການ​ອົບ​ຮົມ​​ໃນ​ບໍລິສັດ ​ແລະຄ້າຍພັກ​ຜ່ອນ​ພົ້ນທະ​ເລ​ເປັນຕົ້ນ.

ສິງກະ​ໂປ​ມີ​ຍຸດ​ທະ​ສາດ​ຍາວ​​ນານ​ໃນ​ດ້ານພັດທະນາ​ຕະຫຼາດບໍລິການ​ການ​ສຶກສາ,​ເນື້ອ​ໃນ​ແກນ​ກາງ​ແມ່ນ​ເຜີຍ​ແຜ່​​ແຜນການ"​ໂຮງຮຽນ​ຮອບ​ໂລກ"ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ.​ແຜນການ​ນີ້​ແມ່ນ​​ເພື່ອ​ເຮັດ​ໃຫ້​ສິງກະ​ໂປ​ພັດທະນາ​ເປັນ​ສູນ​ ​ບໍລິການການ​ສຶກສາທີ່​ສຳຄັນ​ໃນ​ພາກ​ພື້ນຈົນ​​ເຖິງ​ທົ່ວໂລກ.ປະຈຸ​ບັນ,ຂະ​ແໜງ​ການ​ສຶກສາກ​ວມ GDP ຂອງ​ສິງກະ​ໂປ 3,6%.ລັດຖະບານ​ສິງກະ​ໂປ​ໄດ້​ວາງ​ແຜນ​ເຮັດ​ໃຫ້​​ມູນ​ຄ່າ​ຂະ​ແໜງ​ການ​ສຶກສາທັງ​ໝົດກວມ​ເສດຖະກິດ​ສິງກະ​ໂປ​ເພີ່ມ​ຂຶ້ນ​ເຖິງ 5% ພາຍ​ໃນ 10 ປີ​.​ເພື່ອ​ບັນລຸ​ຄາດໝາຍດັ່ງກ່າວ,ມາດ​ຕະການ​ທີ່​ສຳຄັນ​ອັນ​ໜຶ່ງ​ກໍແມ່ນ​ອອກ​ແຮງ​ອົບຮົມ​ອົງການ​ການ​ສຶກສາ​​ເອກະ​ຊົນ,​ລວວມທັງ​ການ​ອົບຮົມວິ​ສາ​ຫະກິດ.ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ທ່ອງ​ທ່ຽວ​ສິງກະ​ໂປ,​ໃນ​ປີ 2002,ສະ​ເພາະ​ແຕ່ການ​ອົບຮົມ​ວິ​ສາ​ຫະກິດລາຍ​ດຽວ ​ເຊິ່ງບໍ່​ລວມທັງການ​ອົບຮົມ​ພະນັກງານ​ພາຍ​ໃນ​ປະ​ເທດ,ມູນ​ຄ່າ​​ໃນ​ແຕ່ລະ​ປີ​ກໍສູງ​ເຖິງ 53 ລ້ານ​ໂດ​ລາ​ສິງກະ​ໂປ,ກວມ​ແຕ່​ເຄິ່ງໜຶ່ງ​ຂອງ​ການ​ສຶກສາ​ໄລຍະ​ສັ້ນ.​ແຕ່​ອັນ​ນີ້​ພຽງ​ແຕ່​ແມ່ນ​​ການເລີ່​ມຕົ້ນທໍ່​ນັ້ນ.ນອກຈາກ​ໄດ້ປະ​ກອບ​ສ່ວນ​ໃນ​ຂົງ​ເຂດ​ການ​ສຶກສາ​ແລ້ວ,ຜູ້​ຄຸ້ມ​ຄອງ​ຂອງ​ວິ​ສາ​ຫະກິດ​ເຫຼົ່າ​ນີ້ກໍ​ໄດ້​ເຮັດ​ໃຫ້ການບໍລິການ​ການທ່ອງ​ທ່ຽວຂອງ​ທ້ອງ​ຖິ່ນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.

ຢູ່​ສິງກະ​ໂປ,ອົງການ​ອົບຮົມ​ມີ​ຫຼາຍປະ​ເພດ,ຈຸດ​ໜັກຂອງ​ການ​ອົບຮົມ​ກໍ່​ຕ່າງ​ກັນ​,​ໃນ​ນັ້ນ ລວມທັງ​ການ​ອົບຮົມ​ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ຈີນ.

ອົງການ​ອົບຮົມ​ຢື້​ແມ່ນ​ບໍລິສັດ​ອົບຮົມ​ການ​ສຶກສາໜຶ່ງ​ທີ່​ສຳຄັນ​ຢູ່​ສິງກະ​ໂປ,ທ່ານ​ເຢີ​ນຈື້ໝິນ ຜູ້​ຊ່ວຍ​ຜູ້​ຈັດການ​ໃຫຍ່​ຂອງ​ອົງການ​ດັ່ງກ່າວ​ແນະນຳ​ວ່າ,ສິງກະ​ໂປ​ສາມາດ​ດູດ​ດຶງ​​ຄະນະ​ຈີນ​ງວດ​ໃຫຍ່ມາ​ອົບຮົມ​​ແລະ​ທັດສະນະ​ສຶກສາ,​ແມ່ນ​ມີ​ທ່າ​​ແຮງ​ພິ​ເສດ.​ເຊັ່ນ,ການ​ສິດສອນ​ອົບຮົມ​ແລະ​ການ​ແລກປ່ຽນ​ທັດສະນະ​ສຶກສາຂອງ​ຄະນະ​ຈີນ​ຢູ່​ສິງກະ​ໂປ,​ເວົ້າພາສາ​ຈີນກໍ່​ໄດ້​ແລ້ວ,ບໍ່​ຕ້ອງການ​ນາຍ​ພາສາ.ສອງ,ບົດຮຽນ​​ໃນ​ດ້ານການຄຸ້ມຄອງ​ທີ່ສຳ​ເລັດ​ຜົນ​ຂອງ​ສິງກະ​ໂປ​ໃນ​ດ້ານ​ລະບອບ​ກົດໝາຍ ​ເສດຖະກິດ​ແລະ​ສັງຄົມ​ເປັນຕົ້ນ,ກໍ​ແມ່ນສິ່ງ​ທີ່​ບັນດາຄະນະຂອງ​ຈີນ​ສົນ​ໃຈ.ສາມ,ອົງການ​ຈັດຕັ້ງຢື້​ເຊີ່ງ​ຮູ້ຈັກ​ສະພາບ​ແຫ່ງ​ຊາດ​ຂອງ​ສິງກະ​ໂປ​ແລະ​ຈີນ,ສາມາດ​ແລກປ່ຽນຄວາມ​ເຫັນ​ກັນຢ່າງ​ເຕັມສ່ວນກັບ​ຄະນະ​ຈີນ​​ໃນ​ເວລາ​ປຶກສາ​ຫາລື​ລາຍການ,ພາຍຫຼັງ​ເຂົ້າ​ໃຈຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຝ່າຍ​ກົງກັນຂ້າມຢ່າງ​ເລິກ​ເຊິ່ງ​ແລ້ວ,ກໍ​ຈັດ​ວາງ​ແຜນອົບຮົມ​ທີ່​ເໝາະກັບສະພາບ​ຕົວ​ຈິງ,​ແລະ​ສະ​ເໜີ​ຫຼັກສູດການ​ອົບຮົມ​ໃໝ່​ຈຳນວນ​ໜຶ່ງ.ພາຍຫຼັງ​ຫຼັກສູດ​ອົບຮົມ​ສິ້ນ​ສຸດ​ລົງ​ແລ້ວ,ພວກ​​ເຂົາ​ເຈົ້າຍັງສຳ​ຫຼວດຄວາມ​ເພິ່ງ​ພໍ​ໃຈ​ຂອງ​ນັກຮຽນຄະນະ​ຕ່າງໆທີ່​ມີ​ຕໍ່​ຄູ​,​ເພື່ອ​ຍົກ​ຄຸນນະພາ​ບການ​ອົບຮົມ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ນອກ​ນີ້,ອົງການ​ຈັດຕັ້ງຢື້​ເຊິ່ງຍັງ​ມີ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ກວ້າງຂວາງ​ແລະ​ສະໜິດ​ແໜ້ນ​ກັບ​ພາກສ່ວນ​ລັດຖະບານ​ແລະ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ​ສິງກະ​ໂປ,ສາມາດ​ອຳນວຍຄວາມ​ສະດວກ​ໃຫ້​ຄະນະ​ອົບຮົມ​ຕິດ​ຕໍ່​ພົວພັນ​ກັບພໍ່ຄ້າສິງກະ​ໂປ,​ຜ່ານ​ການຈັດການ​ເຄື່ອນ​ໄຫວ​ຄື​ງານ​ອວນ​ເຂົາ​ພໍ່ຄ້າ​ມາ​ລົງທຶນແລະ​ງານ​ປຶກສາ​ກັນ​ເປັນຕົ້ນ,ຊ່ອຍ​​ເຫຼືອ​ສະມາຊິກ​ຄະນະ​ອົບຮົມກັບ​ວິ​ສາ​ຫະກິດ​ອຸດສາຫະກຳ​ການ​ຄ້າ​ສິງກະ​ໂປ​ສ້າງ​ລະບົບ​ເຄືອ​ຂ່າຍຕິດ​ຕໍ່​ພົວພັນ​ກັນ,ບຸກ​​ເບີກ​ແລະ​ເປີດ​ກວ້າງ​ຊ່ອງ​ທາງ​ເສດຖະກິດ​ການ​ຄ້າ.

​ໃນ​ດ້ານ​​ອົບຮົມຜູ້ພະຍາບານ​,ສະມາຄົມ​ແລກປ່ຽນ​ຊັບພະຍາກອນ​ມະນຸດສາກົນ​ຈີນ​ກັບ​ກະຊວງ​ສາທາລະນະ​ສຸກ​ສິງກະ​ໂປ​ໄດ້​ຮ່ວມມື​ກັນ​ສິບ​ກວ່າ​ປີ,​ແຕ່ລະປີໄດ້​ສົ່ງຜູ້​ພະຍາບານ 100 ກວ່າ​ຄົນ​ໄປ​ຝຶກ​ງານຢູ່​ສິງກະ​ໂປ,ນັບ​ມາ​ຮອດ​ປະຈຸ​ບັນ ​ໄດ້​ສົ່ງຜູ້ພະຍາບານ 1200 ກວ່າ​ຄົນ​ໄປ​ອົບຮົມຢູ່​ສິງກະ​ໂປ​ແລ້ວ.ອີງ​ຕາມ​ຂໍ້​ກຳນົດຂອງສັນຍາ​ທີ່​ກ່ຽວຂ້ອງ​ກັບໂຄງການຜູ້​ພະຍາບານ​ຈີນ​ໄປ​ອົບຮົມ​ຢູ່​ສິງກະ​ໂປ​ທີ່​​ເຊັນ​ກັນ​ລະຫວ່າງສະມາຄົມ​ແລກປ່ຽນ​ຊັບພະຍາກອນ​ມະນຸດ​ສາກົນ​ຈີນກັບ​ສອງກຸ່ມປີ່​ນປົວ​​ໃຫຍ່​ ​ເຊິ່ງ​​ໄດ້​ຮັບ​ອະນຸຍາດ​ຈາກກະຊວງ​ສາ​ທາ​ລະນະ​ສຸກ​ສິງກະ​ໂປ​ນັ້ນ,ມີ​ແຕ່​ເຂົ້າຮ່ວມ​ການ​ສອບ​ເສັງ​ລະດັບ​ພາສາ​ອັງກິດ​ຂອງຜູ້​ຄຸ້ມ​ຄອງ​ອຸດສາຫະກຳ​ການ​ຄ້າ​ຈີນ(ຄື BFT) ທີ່​ຈັດ​ໂດຍ​ກົມ​​ຊ່ຽວຊານ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ,​​ແລະ​ໄດ້​ຮັບ​ໃບຢັ້ງຢືນຊັ້ນກາງ​ຫຼື​ຊັ້ນສູງ​ຂອງ​ພະຍາບານ​ນັ້ນ ຈຶ່ງ​ມີຄຸນ​ວຸດ​ທິ​ເຂົ້າຮ່ວມ​ການ​ສອບ​ເສັງ​ໜ້າ​ຕໍ່ໜ້າ​ແລະ​ການ​ເສັງ​ທາງ​ລາຍ​ລັກ​ອັກສອນ​ຂອງ​ເຈົ້າໜ້າ​ທີ່​ສິງກະ​ໂປ​ໄດ້.​ເມື່ອ​ເບິ່ງ​ຈາກ​ສະພາບ​ໃນ​ປະຈຸ​ບັນ,ພວກ​ເຂົາ​ເຈົ້າຮູ້ສຶກ​ພໍ​ໃຈ​ຫຼາຍ​ຕໍ່ຕະຫຼາດ​ອົບຮົມຂອງ​ສິງກະ​ໂປ.