ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-23 14:33:56    
ການ​ປະ​ດິດ​ສ້າງ​ໄດ້​ເຂົ້າ​ສູ່​ຍຸກ​ມະ​ຫາ​ຊົນ

cri
ການ​ປະດິດ​ສ້າງ​ໄດ້​ກາຍ​ເປັນ​ກະ​ແສ​ໜຶ່ງ​ຂອງ​ຍຸກ​ປັດຈຸບັນ. ຄົນ​ເຮົາ​ສາມາດ​ຜ່ານ​ຈາກ​ການ​ຮຽນ​ຕະຫຼອດ​ຊີວິດ​ເຮັດ​ໃຫ້​ຕົນ​ເອງ​ກາຍ​ເປັນ​ບຸກຄົນ​ສະໝັກ​ຫຼິ້ນ​ທີ່​ມີ​ວິຊາ​ສະ​ເພາະ​ທີ່​ສຸດ​ໃນ​ຫຼາຍ​ຂົງ​ເຂດ,​ຈົນກະທັ້ງ​ລື່ນ​ກາຍ​ບຸກຄົນ​ວິຊາ​ສະ​ເພາະ. ມີຜູ້​ຊ່ຽວຊານ​ສະ​ເໜີ​ອອກ​ມາວ່າ,ສັງຄົມ​ມະນຸດ​ພວມ​ຈາກ​ຍຸກ​ການ​ຜະລິດ​ຢ່າງ​ຂະໜາດ​ໃຫຍ່​ເຂົ້າສູ່​ຍຸກ​ແຫ່ງ​ການ​ປະດິດ​ສ້າງ​ຢ່າງ​ຂະໜາດ​ໃຫຍ່. ​ເພາະວ່າ,ຄວາມ​ສາມາດ​ປະດິດ​ສ້າງ​ພວມ​ຈາກ​ບຸກຄົນ​ວິຊາ​ສະ​ເພາະ​ສົ່ງ​ຕໍ່​ໄປ​ຮອດ​ແຟນ​ສະໝັກ​ຫຼິ້ນ​ທີ່​ບໍ່​ແມ່ນ​ວິຊາ​ສະ​ເພາະ,ຜູ້​ບໍລິ​ໂພ​ກທຳ​ມະ​ດາສາມັນ​ໄດ້​ກາຍ​ເປັນ​ຜູ້​ປະດິດ​ສ້າງ​ທີ່​ສຳຄັນ.

​ເມື່ອ 30 ກວ່າ​ປີ​ກ່ອນ,ຢູ່​ລັດ​ກາລີ​ໂຟ​ເນ​ຍ​ແຫ່ງອາ​ເມ​ລິ​ກາ,ມີ​ແຟນ​ລົດຖີບ​ໜຸ່ມ​ທີ່ມີ​ກຳລັງ​ວັງຊາ​ຝູງ​ໜຶ່ງ​ຮູ້ສຶກ​ເສຍ​ໃຈ​ຍ້ອນ​ບໍ່​ມີ​ລົດແຂ່ງ​ທີ່​ເໝາະ​​ແກ່​ການປີນ​ພູ. ສະນັ້ນ,ພວກ​ເຂົາ​ເຈົ້າຈຶ່ງ​ລອງ​ເອົາ​ອຸປະກອນ​ສົ່ງ​ແຮງ​ຈູງ​ໝູນ,ຢາງ​ຄວາມດັນ​ຕ່ຳ​ຂອງ​ລົດ​ແຂ່ງທຳ​ມະ​ດາ​ພ້ອມ​ດ້ວຍ​ລະບົບ​ຫ້າມ​ລໍ້​ຂອງ​ລົດຈັກ​ມາ​ປະກອບ​​ໃສ່ລົດ​ຖີບ,​ໃນ​ທີ່​ສຸດ,ຮູບ​ຫຍໍ້​ຂອງ​ລົດຖີບ​ປີນ​ພູ​ກໍ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ.

ການ​ປະດິດ​ສ້າງ​ຂອງ​ຜູ້​ບໍລິ​ໂພກ​ທຳ​ມະ​ດາສາມັນ​ບໍ່​​ໄດ້​ຈຳກັດ​ແຕ່​ລົດຖີບ​ ​ປີນ​ພູ​ເທົ່າ​ນັ້ນ. ​ໃນ 5 ປີ​ທີ່​ຜ່ານ​ມາ,​ກິລາໂຕ້​ຄື້ນດ້ວຍ​ວ່າວ ​ເຊິ່ງ​ເປັນ​ກິລາ​ທ້າ​ທາຍ​ຄວາມ​ສາມາດ​ສຸດ​ຂີດໄດ້​ກາຍ​ເປັນ​ກິລາ​ຮອບ​ໂລກ​ທີ່​ມີ​ມູນ​ຄ່າການ​ຜະລິດ 100 ກວ່າ​ລ້ານ​ໂດ​ລາ​ສະຫະລັດ,​ຜູ້​ໂຕ້​ຄື້ນຢືນ​ຢູ່​​ເທິງ​ກະດານ​ໂຕ້​ຄື້ນ,​ທາງ​ໜ້າຊັກ​ດ້ວຍ​ວ່າ​ວທີ່​ໃຫຍ່​ພິລຶກ​,ວ່າ​ວບິນ​ຢູ່​ທ້ອງຟ້າ,​ຖ້າ​ມີ​ລົມ​ແຮງ​ພັດ​ມາ,ຜູ້ຫຼິ້ນ​ຈະ​ຖືກ​ດຶງ​ຂຶ້ນຟ້າ,​ສຳຜັດ​ກັບ​ຄວາມ​ມ່ວນ​ຊື່ນ​ໃນ​ການບິນ​ຊົ່ວ​ຄາວ. ສ່ວນ​ຜູ້​ປະດິດ​ສ້າງ​ກໍ​ແມ່ນ​ຜູ້​ມັກ​ໂຕ້​ຄື້ນ.

ບໍ່​ມີ​ຄົນ​ຄິດ​​ເລີຍ​ວ່າ,​ແຟນດາລາ​ສາດ​ທີ່​ສະໝັກ​ຫຼິ້ນ​ໄດ້​ປະດິດ​ສ້າງ​ກ້ອງສ່ອງ​ດີ​ຈີ​ຕອນ​ທີ່​ຕົ້ນທຶນ​ຍ່ອມ​ເຍົາ,ອາ​ໃສ​ກ້ອງສ່ອງ​ດັ່ງກ່າວ,ພວກ​ເຂົ​າ​ເຈົ້າ​ສາມາດ​ເບິ່ງ​ເຫັນ​ດາວ​ທີ່​ 30 ປີ​ກ່ອນມີ​ແຕ່​ກ້ອງສ່ອງ​ເອ​ເລັກ​ໂຕຼນິກຂອງ​ຫໍ​ດາລາ​ສາດ​ໂຈ​ເດີ​ເລ​ບານ​ທີ່​ມີ​ຊື່​ສຽງ​ຂອງ​ອັງກິດ​ຈຶ່ງ​ສັງ​ເກດ​ເຫັນ​ໄດ້​.

ບໍ່​ມີ​ຄົນ​ຄາດ​ຄະ​ເນ​ໄດ້​ວ່າ,ລະບົບ​ຊິ​ສທິມລີ​ນູກສ໌(Linux)​ທີ່​ບໍ່​ເສຍ​ຄ່າຄູ່​ແຂ່ງທີ່​ໃຫຍ່​ກວ່າ​ໝູ່​ຂອງ​ບໍລິສັດ​ໄມ​ໂຄຼຊອຟ​ໃນ​ຂົງ​ເຂດ​ລະບົບ​​ຄອມ​ພິວ​ເຕີ​ແມ່ນ​ຜູ້​ໃຊ້​ຄອມ​ພິວ​ເຕີ​ປະມານ 1 ​ແສນ 4 ໝື່ນ​ຄົນ​ຮ່ວມ​ກັນ​ພັດທະນາ,​ໃນ​ນັ້ນ ກຳລັງ​ຫຼັກ​ແຫຼ່ງ​ແມ່ນ​ຜູ້​ຂຽນ​ໂປຼ​ແກມ​ຄອມ​ພິວ​ເຕີປະມານ 2000 ຄົນ,ພວກ​ເຂົາ​ເຈົ້າ​ໄດ້​ໃຊ້​ເວລາ​ແລະ​ເຕັກນິກ​ມາ​ຊ່ອຍ​ສ້າງ​ລະບົບ​ດັ່ງກ່າວ​ໂດຍ​ບໍ່​ເກັບ​ຄ່າ.

​ເມື່ອ 20 ກວ່າ​ປີ​ກ່ອນ,ຊາວ​ໜຸ່ມ​ຄົນ​ຜິວ​ດຳຝູງ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ ​ໄດ້​ແລກປ່ຽນ​ກະ​ແສັດ​ດົນຕີ​ທີ່​ພວກ​ເຂົ​າ​ເຈົ້າອັດ​ຢູ່​ບ້ານ,​ເຮັດ​ໃຫ້​ເພງ​ແຣບ ຮູບ​ການ​ດົນຕີ​​ແບບໃໝ່​​ໄດ້ປະກົດ​ອອກ​ມາ. ປັດຈຸບັນ ດາລາ​ເພງ​ແຣບ​ໄດ້​ກາຍ​ເປັນ​ກຳລັງ​ຫຼັກ​ແຫຼ່ງບົນ​ເວທີ​ດົນຕີຍຸກ​ປັດຈຸບັນ​ຂອງ​ອັງກິດ​ແລະ​ອາ​ເມ​ລິ​ກາ.

ສາລານຸກົມ​ເວ​ກີແມ່ນ​ສາລານຸກົນ​ຕາມອິນ​ເຕີ​ເນັດ​ທີ່​ບໍ່​​ເສຍ​ຄ່າ​ແບບ​ວົງ​ເປີດ​ໝົດ,ຜູ້​ທີ່​ບໍ່​ມີ​ເຈດ​ຕະນາ​ຮ້າຍ​ໃດໆ​ລ້ວນ​ແຕ່​ສາມາດ​ດັດ​ແປງສັບ​ໃດ​ສັບ​ໜຶ່ງຢູ່​ໃນ​ນັ້ນ​ແລະກໍ​ສາມາດ​ໃຊ້​ເນື້ອ​ໃນ​ຂອງ​ສາລານຸກົມ​​ຟຼີ. ປັດຈຸບັນ,ມັນ​ໄດ້​ມີ​ສະບັບ 105 ພາສາ​ແລ້ວ,ມີ​ສັບລວມ 1 ລ້ານ 3 ​ແສນ​ຄຳ.

ຜູ້​ຊ່ຽວຊານ​ກ່າວ​ວ່າ,ປັດຈຸບັນ ສັງຄົມ​ມະນຸດ​ພວມ​ຈາກ​ຍຸກ​ການ​ຜະລິດ​ຢ່າງ​ຂະໜາດ​ໃຫຍ່​ເຂົ້າສູ່​ຍຸກ​​ແຫ່ງ​ການ​ປະດິດ​ສ້າງ​ຢ່າງ​ຂະໜາດ​ໃຫຍ່.

ສະ​ຕະວັດ​ທີ 20,ການ​ຜະລິດ​ຢ່າງ​ຂະໜາດ​ໃຫຍ່​ໄດ້​ອຸບັດ​ຂຶ້ນ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ,ຢູ່​ໃນ​ໂຮງງານ​ໄດ້ໃຊ້​ແຮງ​ຄົນ,ວັດຖຸ​ດິບ​ແລະ​ເຄື່ອງຈັກ​ຜະລິດ​ຜະລິດ​ຕະພັນ​ຢ່າງ​ຂະໜາດ​ໃຫຍ່. ​​ແຕ່​ໃນ​ຊູ່​ມື້​ນີ້​ຂອງ​ສະຕະວັດ​ທີ 21 ຝູງ​ຄົນ​ປະດິດ​ສ້າງ​​ໂດຍ​ແມ່ນ​ຜູ້​ຊົມ​ໃຊ້ເປັນ​ຫຼັກ​ແຫຼ່ງ​ໄດ້​ປະກົດ​ຕົວອອກ​ມາ,ອັນ​ໄດ້​​ໄຂ​ປະຕູ​ແຫ່ງ​ຍຸກ​ການ​ປະ​ດິດສ້າງ​ຢ່າງ​ຂະໜາດ​ໃຫຍ່,​ການ​ພັດທະນາ​ຜະລິດ​ຕະພັນ​ໃໝ່,​ອຳນວຍ​ການ​ບໍລິການ​ໃໝ່​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ແບບ​ສາມັນ​ຊົນ​ທີ່ມີ​ຝູງ​ຄົນ​ເຂົ້າຮ່ວມ. ການ​ປ່ຽນ​ແປງ​ດັ່ງກ່າວ​ກໍ​ໄດ້​ປ່ຽນ​ແປງ​ຂະ​ບວນ​ການ​ອອກ​ແບບ​ແລະ​ຕົວ​ສະ​ແດງ​ຂອງ​ຜູ້​ອອກ​ແບບ. ​ໃນ​ເມື່ອ​ກ່ອນ,ທຳ​ມະ​ດາ​ແລ້ວ ການ​ອອກ​ແບບ​ລ້ວນ​ແຕ່​ແມ່ນ​ຜູ້​ຊ່ຽວຊານ​ດ້ານ​ການ​ອອກ​ແບບ​​ເປັນ​ຜູ້​​ສຳ​ເລັດ. ​ແຕ່​ປັດຈຸບັນ ຢູ່​ໃນ​ຂົງ​ເຂດ​ນັບ​ມື້​ນັບຫຼາຍ,​ການ​ອອກ​ແບບ​​ແມ່ນ​ຜູ້​ຊົມໃຊ້​ທຳ​ມະ​ດາ​ເປັນ​ຜູ້​ສຳ​ເລັດ​ຫຼື​ແມ່ນ​ພວກ​​ເຂົາ​ເຈົ້າຊ່ອຍ​ຜູ້​ຊ່ຽວຊານ​ດ້ານ​ການ​ອອກ​ແບບ​​ເຮັດສຳ​ເລັດ.

ຜູ້​ສັງ​ເກດ​ການສັງຄົມ​ທີ່ຫຼັກ​ແຫຼມຈຳນວນ​ໜຶ່ງ​ໄດ້​ສັງ​ເກດ​ເຫັນ​ປະກົດ​ການ​ດັ່ງກ່າວ. ​ໃນຫຼາຍ​ປີ​ມາ​ນີ້,ນັກ​ປະພັນ​ແລະ​ນັກ​ເສດຖະສາດ​ຈຳນວນ​ໜຶ່ງ​ຂອງ​ອັງກິດ​ແລະ​ອາ​ເມລິກາ​ລ້ວນ​ແຕ່​ໄດ້​ຂຽນ​ໜັງສື​ຫາລື​ຫົວ​ຂໍ້​ທີ່​ວ່າ"ການ​ປະດິດ​ສ້າງ​ຂອງ​ຜູ້​ສະໝັກ​ຫຼິ້ນ"ຄື"ການ​ປະຕິວັດ​ປະດິດ​ສ້າງ​ຂອງ​ຜູ້ຊົມ​ໃຊ້. ມີ​ຜູ້​ຊ່ຽວຊານ​ຄາ​ດຄະ​ເນວ່າ,​ໃນຫຼາຍສິບ​ປີ​ຂ້າງໜ້າ,​ການ​ປະດິດ​ສ້າງ​ແລະ​ໝາກຜົນ​ຄົ້ນຄວ້າ​ຍິ່ງຫຼາຍ​ຈະ​ແມ່ນ​ບຸກຄົນ​ສະໝັກ​ຫຼິ້ນ​ທີ່​ມີ​ວິຊາ​ສະ​ເພາະ​​ເປັນ​ຜູ້​ເຮັດ​ສຳ​ເລັດ,ສ່ວນ​ການ​ປະດິດ​ສ້າງ​ກໍ​ຈະ​ເຂົ້າສູ່​ຍຸກ​ມະຫາຊົນ.