ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-23 14:40:40    
ຜັກ​ກັບ​ສຸ​ຂະ​ພາບ

cri
ຄິດ​ວ່າ​ທ່ານ​ຄົງ​ຈະ​ຮູ້​ວ່າຜັກ​ມີ​ທາດ​ບຳລຸງ​ທຸກ​ຢ່າງທີ່​ຮ່າງກາຍ​ຄົນ​ເຮົາ​ຕ້ອງການ,​ມີ​ຜົນ​ດີ​ຕໍ່​ສຸຂະ​ພາບ​ຂອງ​ຄົນ. ສຸພາສິດ​ຈີນ​ເວົ້າວ່າ,ສາມ​ມື້​ບໍ່​ກິນ​ຜັກ​ກໍ​ຈະ​ເຂັລ​ເກົ້າ​ເມົາ​ຫົວ",ໝາຍ​ຄວາມ​ວ່າ,ຖ້າ​ບໍ່​ກິນ​ຜັກ​ຫຼາຍມື້,​ຮ່າງກາຍ​ກໍ​ຈະ​ບໍ່​ສະບາຍ. ​ໃນ​ເວລາ​ທາດ​ກົດ​ກັບ​ທາດ​ດັ່ງ​​ໃນ​ຮ່າງກາຍ​ເສຍ​ຄວາມ​ດຸນ​ດ່ຽງ​ກັນ,​ແລະ​​ໃນ​ເວລາ​ຮ່າງກາຍ​ຕ້ອງການ​ອາຫານ​ທາດ​ດັ່ງ​ນັ້ນ,ກໍ​ຈະ​ມີ​ຄວາມ​ຮູ້ສຶກ​ຢາກກິນ​ຜັກ,ນີ້​ກໍ​ແມ່ນ​ທາດ​​ແທ້​ທີ່​ຊີ້​ບອກ​ໃນ​ຄຳ​ສຸພາ​ສິດ​ຈີນ.

ຜູ້​ຊ່ຽວຊານ​ແພດສາດ​ເຫັນ​ວ່າ,​ໃນ​ນ້ຳຜັກ,​ເຊື້ອ​ໄວ​ລັສ​​ແມ່ນແຜ່ພັນ​ບໍ່​ໄດ້,​ໃນ​ເລືອດ​ທີ່​ສະອາດ,​ເຊື້ອ​ໄວ​ລັສ​ແມ່ນຊົງ​ຕົວຢູ່​ບໍ່​ໄດ້. ສະນັ້ນ,​ກິນ​ຜັກ​ສົດຫຼາຍໆບໍ່​ພຽງ​ແຕ່​ສາມາດ​ເພີ່ມ​ພູມ​ຕ້ານທານ​ຂອງ​ຮ່າງກາຍ​ທໍ່​ນັ້ນ,​ຍັງ​ສາມາດ​ທຳ​ຄວາມອະນາ​ໄມ​ໃນ​ເລືອດ​​ແລະ​ປ້ອງ​ກັນ​ເປັນຫວັດ​ໄດ້​ຢ່າງ​ບັງ​ເກີດ​ຜົນ​ອີກ​. ການຈະ​ເລີ​ນ​ເຕີບ​​ໂຕຂອງ​ກະດູກ​ຮ່າງກາຍ​ຕ້ອງການ​ທາດ​ປູນ,​ໃນຜັກ​ຂຽວ​ບໍ່​ພຽງ​ແຕ່​ມີ​ທາດ​ປູນຫຼາຍ​ກວ່າ​ໝູ່ທໍ່​ນັ້ນ,ທາດ​ໝັກ​ໃນ​ຜັກ​​ຍັງ​ສາມາດ​ປ່ຽນ​ໂປຼຕິນ​ໃຫ້​ເປັນ​ໂປຼຕິນ​ຍ່ອຍ​ອາ​ຫານ,ປ່ຽນ​ທາດ​ແປ້ງ​ໃຫ້​ເປັນທາດ​ນ້ຳຕານ. ທັງ​ສາມາດ​ຊ່ອຍ​ຍ່ອຍ​ອາຫານ,​ເຮັດອະນາ​ໄມ​ສາຍ​ເລືອດ​ແລະ​ເພີ່ມ​ຄວາມ​ທົນ​ຂອງ​ສາຍ​ເລືອດ,​ສະນັ້ນ,​ຈຶ່ງສາມາດ​ເຮັດ​ໃຫ້​ເລືອດ​ໝູນວຽນ​​ເປັນ​ຢ່າງ​ດີ,​ເຮັດ​ໃຫ້ຫົວ​ໃຈ​ເຕັ້ນ​ເປັນ​ປົກກະຕິ. ຜັກ​ຕີນ​​ເປັດ​ກໍ​ມີ​ທາດ​ປູນ​ແລະ​ທາດ​ເຫຼັກ​ອຸດົມ​ສົມບູນ. ວິຕາມິນ​ອາ​ໃນ​ຜັກ​ຕີນ​ເປັດ​ສາມາດ​ປ້ອງ​ກັນ​ພະຍາດ​ຕິດ​ແປດ. ​ໃບ​ຂອງ​ຜັກ​ຕີນ​ເປັດ​ມີ​ທາດ​ອີ​ອົດ,ມີ​ປະ​ໂຫຍດ​ຫຼາຍຕໍ່​ການ​ປິ່ນປົວ​ພະຍາດ​ຄໍ​ໜຽງ. ຫວ່າງ​ມໍ່ໆ​ນີ້ ຜັກ​ຕີນ​ເປັດ​ຍັງ​ຖືກ​ໃຊ້​ມາປົວ​ພະຍາດ​ລັງສີ. ຜັກ​ເຊ​ເລີ​ລີ​ຂົ້ວ​ໃສ່ຊີ້ນ​ງົວບໍ່​ພຽງ​ແຕ່​ແຊບ,ກິນ​ຜັກ​ເຊ​ເລີ​ລີ​ເລື້​ອຍໆ​ຍັງມີ​ຜົນ​ດີ​ຕໍ່​ສຸຂະພາບ,​ເຮັດ​ໃຫ້​ມີ​ແຮງ. ​ໃຍ​​ຜັກ​ເຊ​ເລີ​ລີ​ຊ່ອຍ​ຊຸກ​ຍູ້​ໃຫ້ລຳ​ໄສ້​ຄັ້ນຮູດ,​​ແກ້​ທ້ອງຜູກ. ​ໃຍຜັກ​ຍັງມີ​ບົດບາດ​ພິ​ເສດ​ໃນ​ດ້ານ​ປ້ອງ​ກັນ​ແລະ​ປົວ​ພະຍາດ​ສາຍ​​ເລືອດ​ແດງ​ແຂງ​,​ໂຣກຫົວ​ໃຈຄາ​ໂລ​ນາ,ມະ​ເຮັງ​ກະ​ເພາະ​ລຳ​ໄສ້,ພະຍາດ​ອ້ວນ,ພະຍາດ​ສະ​ດວງທວານ​ໜັກ​ແລະ​ໂຣກ​ເບົາຫວານ. ສະນັ້ນ ຈຶ່ງ​ເວົ້າວ່າຜັກ​ມີ​ຜົນປະ​ໂຫຍ​ດຫຼາຍຢ່າງ,​ອາຫານ​ອື່ນໆ​​ແມ່ນ​ບໍ່​ສາມາດເຂົ້າ​ແທນໄດ້.

ຜັກ​ມີ​ບົດບາດ​ຕາບ​ຈູ​ນ​ແລະ​ບູລະນະ​ສັບພະ​ຄຸນ​ສຸຂະພາບ​ຂອງ​ຮ່າງກາຍ. ​ໃນ​ການ​ຕໍ່ສູ້​ກັບ​ໂຣກມະ​ເຮັງ​ເປັນ​ເວລາ​ຍາວ​ນານ,​ຄົນ​ເຮົາ​ໄດ້​ສະ​ສົມ​ບົດຮຽນ​ຫຼາຍຢ່າງ,​ນັກ​ຄົ້ນຄວ້າ​ວິທະຍາສາດ​ອາຫານ​ຂອງ​ອາ​ເມ​ລິ​ກາ​ກໍ​ໄດ້​ຢັ້ງຢືນ​ວ່າ,​ຜັກ​ສາມາດ​ຕ້ານທານ​ໂຣກມະ​ເຮັງ. ຜັກ​ທີ່​ຕ້ອງສະ​ເໜີເປັນ​ພິ​ເສດ​ມີ,ຜັກ​ປະ​ເພດ​ໃບ​ແລະ​ກ້ານ​ເຊັ່ນ​ຜັກກາດ​ຂາວ,ຜັກ​ກາດ​ຂຽວ,​ຜັກກະຫຼ່ຳປີ,​ຜັກ​ກະຫຼ່ຳ​ດອກ​ແລະອື່ນໆ,ຜັກ​ເຫຼົ່ານີ້​ມີ​ວັດຖຸ​ທີ່​ສາມາດ​ຕ້ານທານ​ໂຣກມະ​ເຮັງ; ​ເຫັດ​ທີ່​ກິນ​ໄດ້​ຊະນິດ​ຕ່າງໆ​ເຊັ່ນ​ເຫັດ​ຫອມ,​ເຫັດ​ຫົວ​ລີງ,​ເຫັດ​ຫູໜູ,​ເຫັດ​ຫູໜູຂາວ,​ເຫັດ​ເຟືອງ​ແລະ​ເຫັດ​ເຂັມ​ເປັນຕົ້ນມີ​ວັດຖຸ​ທີ່​ສາມາດ​ແຍກ​ທາດ​ຊີ້ນ​ປົ່ງມະ​ເຮັງ​ແລະ​​ເຮັດ​ໃຫ້​ມີພູມ​ຕ້ານທານ; ​ສາ​ຫຼ່າຍປະ​ເພດ​ຕ່າງໆ​ມີ​ວັດຖຸ​ທີ່​ສາມາດ​ສະກັດ​ກັ້ນການ​ເປັນ​ໂຣກມະ​ເຮັງ. ຍັງ​ມີ​ຜັກ​ປ່າ​ຫຼາຍຢ່າງ​ກໍ​ມີ​ຄຸນຄ່າ​ຕ້ານ​ພະຍາດ.

ທ່ານ​ສາດ​ສະ​ດາ​ຈານ​ໂອລາ​ຟີ ນັກ​ຈິດຕະສາດ​ນອກ​ແວ​ໄດ້​ຄົ້ນຄວ້າ​ຜົນ​ສະທ້ອນ​ຂອງ​ຜັກ​ທີ່​ມີ​ຕໍ່​ຈິດ​ໃຈຂອງ​ມະນຸດ,ຜົນ​ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜັກ​ບາງ​ຢ່າງ​ສາມາດ​ປ່ຽນ​ແປງ​ສະພາບ​ຈິດ​ໃຈ​ຂອງ​ຄົນ​ເຮົາ. ໜໍ່​ສະຫຼັດ​ສາມາດ​ຊ່ອຍ​​ຂະຫຍາຍ​ພອນ​ສະຫວັນ​ດ້ານ​ດົນຕີ; ຜັກ​ບົ່ວ​ໃຫຍ່​ແລະ​ຜັກ​ແປ້ນ​ສາມາດ​ຊຸກ​ຍູ້​ຈິນຕະ​ນາການ​ຕັກ​ກະສາດ​ຂອງ​ຄົນ​ເຮົາ. ບັນດາ​ນັກ​ວິທະຍາສາດ​ຊີ້​ອອກ​ວ່າ,​ນີ້​ສຳຄັນແມ່ນ​ຍ້ອນ​ວ່າ,ຜັກ​ບາງ​ຢ່າງ​ມີ​ທາດ​ບຳລຸງ​ແລະ​ຈຸນ​ລະ​ສານ​ໂລຫະ​​ທີ່​ຕ່າງ​ກັນ.