ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-24 17:15:31    
ໃນຂະນະ​ທີ່ອົງການ​ຮາ​ມາສ​ແຫ່​ຂະ​ບວນ​ເກີດ​ເຫດການລະ​ເບີດ ພາ​ໃຫ້100ກວ່າ​ຄົນ​ຕາຍ​ແລະບາດ​ເຈັບ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 23 ກັນຍາ,​ໃນ​ເວລາອົງການ​ຮາ​ມາສ​ດຳ​ເນີນ​ການແຫ່​ຂະ​ບວນປະກອບ​ອາວຸດ​ຢູ່​ພາກ​ເໜືອ​​ແຖບ​ກາຊານັ້ນ,​ໄດ້​ເກີດ​ເຫດ​ການ​ລະ​ເບີດຢ່າງຮ້າຍ​ແຮງ​ກະທັນຫັນ,​ເປັນ​ເຫດ​ເຮັດ​ໃຫ້ 100 ກວ່າ​ຄົນ​​ເຊິ່ງລວມທັງ​ຜູ້ນຳ​ຊັ້ນ​ສູງ​ຜູ້​ໜຶ່ງຂອງ​ອົງການ​ຮາ​ມາສຕາຍ​ແລະ​ບາ​ດ​ເຈັບ.

ຕາມ​ສະຖິຕິ​​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ,​ໄດ້​ມີ 19 ຄົນ​​ເສຍ​ຊີວິດ,80 ກວ່າ​ຄົນ​ບາດ​ເຈັບ,​ມີ​ຫຼາຍ​ຄົນ​ບາດ​​ເຈັບໜັກ,​ໃນ​ຜູ້​ເສຍ​ຊີວິດ,ມີ​ທ່ານອາ​ຮາ​ມັດ ລານດູ ຜູ້ນຳ​ຢູ່​ພາກ​ເໜືອ​​ແຖ​ບກາຊາຂອງກອງ​ພົນ​ນ້ອຍ​ຄັດ​ຊຳ ​ຝ່າຍ​ທະຫານທີ່​ຂຶ້ນ​ກັບ​ອົງການ​ຮາ​ມາສ.

ປະຈຸ​ບັນ,ສາຍ​ເຫດທີ່​ພາ​ໃຫ້​ມີ​ການ​ລະ​ເບີດ​ເທື່ອ​ນີ້​ຍັງ​ບໍ່​ທັນ​ຮູ້​ເທື່ອ.ອົງການ​ຮາ​ມາສປະກາດ​ວ່າ,ຍົນ​ເຮ​ລິ​ກົບ​ປະກອບ​ອາວຸດຂອງ​ອິດ​ສະລະ​ແອນ​​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີໄປ​​ໃສ່ຝຸງຄົນ,​ແຕ່​ບຸກຄົນ​ກະຊວງ​ພາຍ​ໃນ​ຂອງ​ປາ​ເລັສຕີນ​ເຫັນ​ວ່າ,​ການ​ລະ​ເບີດ​​ແມ່ນ​ຍ້ອນສາຍ​ເຫດ​ດ້ານເຕັກນິກ.ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ຂອງ​ອິດ​ສະລະ​ແອນອອກ​ຖະ​ແຫຼ​ງການ​ກ່າ​ວວ່າ,ກອງ​ທະຫານ​ອິດ​ສະລະ​ແອນ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການລະ​ເບີດ​ເທື່ອ​ນີ້.