ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-24 18:39:33    
ສະພາ​ຄວາມ​ໝັ້ນ​ຄົງ​ຊຸກ​ຍູ້​ໃຫ້​ປາ​ເລັສ​ຕີນ​ແລະ​ອິດ​ສະລະ​ແອນ​ໃຊ້​ການ​ເຄື່ອນ​ໄຫວ​ຕື່ມ​ອີກ​ເພື່ອ​ຊຸກ​ຍູ້​ຂະ​ບວນ​ວິວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ

cri Author: cai
ຕາມຂ່າວCRI:ວັນ​ທີ 23 ກັນຍາ,ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການຂອງ​ປະ​ທານ,ຊຸກຍູ້​ໃຫ້​ປາ​ເລັສຕີນ​ແລະ​ອິດ​ສະລະ​ແອນ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ,​ໃຊ້​ມາດ​ຕະການ​ຕື່ມ​ອີກ,ຊຸກຍູ້​ຂະ​ບວນວິວັດ​ສັນຕິພາບຕາ​​ເວັນ​ອອກ​ກາງ​​ໃຫ້ຂະຫຍາຍ​ໄປ​ໜ້າ.

ຖະ​ແຫຼ​ງການ​ກ່າວ​ລື້​ມວ່າ,ມະຕິ​ທີ່​ກ່ຽວຂ້ອງ​ທີ່​ສະພາ​ຄວາ​ມໝັ້ນຄົງ​ສະຫະ​ປະຊາ​ຊາດ​ຜ່ານ​ຮັບຮອງທຸກ​ເທື່ອ​ນັ້ນ​ຕ້ອງ​ເຄົາລົບ​ແລະ​ປະຕິບັດ​ຢ່າງ​​ແທ້​ຈິງ,ຈົນ​ກວ່າ​ປະ​ເທດ​ປາ​ເລັສຕີນ​ທີ່​ເປັນ​ເອກະລາດ​ແລະ​ມີປະຊາທິປະ​ໄຕ​ໄດ້​ກຳ​ເນີ​ດຂຶ້ນ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ກັບ​ອິດ​ສະລະ​ແອນ.

ຖະ​ແຫຼ​ງການ​ໄດ້​ສະ​ແດງ​ຄວາມ​ສະໜັບສະໜູນ​ຖະ​ແຫຼ​ງການ​ທີ່ສີ່​ຝ່າຍ​ທີ່​ກ່ຽວຂ້ອງກັບບັນຫາ​ຕາ​ເວັນ​ອອກ​ກາງສະ​ເໜີ​ອອກ​ມາຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ແລະ​​ໄດ້​ຈັດ​ເອົາ​ຖະ​ແຫຼ​ງການ​ສະບັບ​ດັ່ງກ່າວ​ເຂົ້າ​ເປັນ​ເອກະສານຜະໜວກ​ຂອງ​ຖະ​ແຫຼ​ງການ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ເທື່ອ​ນີ້.