ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-24 18:54:37    
ພາຍ​ຫຼັງ​ຖອນ​ອອກ​ຈາກ​ແຖບ​ກາຊາ​ແລ້ວ ອິດ​ສະລະ​ແອນ​ຖິ້ມ​ລະ​ເບີດ​ໃສ່​​ເປົ້າ​ໝາຍ​ອົງການ​ຮາ​ມາສຄັ້ງ​ທຳ​ອິດ

cri Author: cai
ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 24 ກັນຍາ,ຍົນ​ເຮ​ລິ​ກົບ​ປະກອບ​ອາວຸດ​ຂອງ​ອິດ​ສະລະ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍຕ່າງ​ກັນ 3 ​ແຫ່ງ​ຂອງ​ອົງການ​ຮາ​ມາສຢູ່​ແຖບ​ກາຊາ,ພາ​ໃຫ້ 3 ຄົນ​ບາດ​ເຈັບ.ນີ້​ແມ່ນ​ອິດ​ສະລະ​ແອນ​ຫຼອ​ນ​ໂຈມ​ຕີ​ເປົ້າ​ໝາຍ​ອົງການ​ຫົວ​ຮຸນ​ແຮງປາ​ເລັສຕີນ​ໃນ​ແຖບ​ກາຊາ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ອິດ​ສະລະ​ແອນປະກາດ​ສິ້ນ​ສຸດ​ການປົກຄອງ​ທາງ​ການ​ທະຫານຢູ່​ແຖບ​ກາຊາເປັນ​ເວລາ 38 ປີ​​ໃນ​ວັນ​ທີ 12 ກັນຍາ.

ຕາມ​ບຸກຄົນ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕີນ​ເວົ້າ​ວ່າ,​ເປົ້າ​ໝາຍ 3 ​ແຫ່ງ​ທີ່​ຖືກ​ຫຼອນ​ໂຈມ​ຕີ​ດັ່ງກ່າວມີເຮືອນ​ຢູ່ຂອງ​ປະຊາຊົນ 2 ຫຼັງ,ສິ່ງ​ກໍ່ສ້າງ​ອີກ​ແຫ່ງ​ໜຶ່ງ​ແມ່ນ​ໂຮງງານ​ສ້ອມ​ແປງ​ເຄື່ອງ​ຈັກ.​ແຕ່​ໂຄສົກ​ກອງທັບ​ປ້ອງ​ກັນ​ປະ​ເທດ​ອິດ​ສະລະ​ແອນ​ພັດ​ອອກ​ຖະ​ແຫຼ​ງການ​ກ່າວ​ວ່າ,​ເປົ້າໝາຍ 3 ​ແຫ່ງ​ດັ່ງກ່າວ​ລ້ວນ​ແຕ່​ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ຜະລິດ​ແລະ​ເກັບ​ຮັກສາ​ອາວຸດ​ຂອງ​ຜູ້​ປະກອບ​ອາວຸດ​ອົງການ​ຮາ​ມາສ.

ຕາມ​ໄດ້​ຊາບ,ກ່ອນ​ຫຼາຍຊົ່ວ​ໂມງ​ຫຼອນ​ໂຈມ​ຕີ​ທາງ​ອາກາດ​,ຜູ້​ປະກອບ​ອາວຸດຂອງ​ອົງການ​ຮາ​ມາສ​ໄດ້​ຍິງ​ລູກ​ສອນ​ໄຟນຳ​ວິຖີ​ທີ່​ເຮັດ​ເອງ 20 ກວ່າໜ່ວຍ​ໃສ່​ເມືອງ​ໜຶ່ງ​ຂອງ​ອິດ​ສະລະ​ແອນ​ທີ່​​​ແປະ​ກັບ​ພາກ​ເໜືອ​ແຖບ​ກາຊາ.