ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-24 19:03:37    
ຈີນ​ແລະ​ອັງ​ກິດ​ຈະ​ວາງ​ສະ​ແດງ​ວັດ​ຖຸບູ​ຮານ​ອັນ​ລ້ຳ​ຄ່າ​ນຳ​ກັນ​​ຢ່າງ​ຂະ​ໜາດ​ໃຫຍ່

cri Author: cai
ຕາມ​ໜັງ​ສື​ພິມ《ຍືນ​ມີນຢື້​ປ້າວ》ສະບັບພົ້ນ​ທະ​ເລ:ວັນ​ທີ 23 ກັນຍາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ຫໍພິ​ພິທະ​ພັນ​ແຫ່ງ​ຊາດ​ຈີນ​ວ່າ:ຫໍ​ພິພິ​ທະ​ພັນ​ອັງກິດ​ແລະ​ຫໍພິ​ພິທະ​ພັນ​ວິກ​ໂຕ​​ເລຍ ​ແອວ​ເບີດ​ແຫ່ງ​ຊາດ​ຂອງ​ອັງກິດ​ກັບວົງ​ການ​ຫໍພິ​ພິທະ​ພັນ​ຂອງ​ຈີນຈະ​ຮ່ວມ​ມື​ກັນ​ວາງ​ສະ​ແດງ​ຢ່າງ​ຂະ​ໜາດ​ໃຫຍ່​ທີ່​ສຸດໃນ​ປະ​ຫວັດ​ສາດ,​ໃຫ້​ຜູ້​ຊົມ​ຂອງ​ສອງ​ປະ​ເທດ​ໄດ້​ຊົມ​ເບິ່ງ​ວັດຖຸບູຮານ​ລ້ຳ​ຄ່າຂອງ​ປະ​​ເທດຝ່າຍ​ກົງກັນຂ້າມ​​ໂດຍ​ບໍ່​ຕ້ອງ​ອອກ​ຈາກ​ປະ​ເທດ​ຕົນ.

ຕາມ​​ໄດ້​ຊາບ,ຫໍພິ​ພິທະ​ພັນ​ອັງກິດ​ຈະໃຫ້​ຫໍພິ​ພິທະ​ພັນ​ແຫ່ງ​ຊາດ​ຈີນຢືມ​ວັດຖຸບູຮານ​ລ້ຳ​ຄ່າ​ທີ່​ເຂົາ​ເຈົ້າ​ເກັບ​ຮັກສາໄວ້​ເອົາ​ມາວາງ​ສະ​ແດງ​ຢູ່​ຈີນ,ງານ​ວາງສະ​ແດງ​ເທື່ອ​ທຳ​ອິດ​ຈະຈັດ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ພາຍ​ຫຼັງ​ກິດ​ຈະການ​ສ້ອມ​ແປງແລະ​ຂະຫຍາຍ​​ຫໍພິ​ພິທະ​ພັນ​ແຫ່ງ​ຊາດ​ຈີນສຳ​ເລັດໃນ​ປີ 2008,​ໃນ​ນັ້ນ,ລວມ​ທັງວັດ​ຖຸບູ​ຮານ​ຂອງ​ເອ​ຢິບ​ບູຮານ.ຫໍ​ພິ​ພິທະ​ພັນ​ແຫ່ງ​ຊາດ​ຈີນ​ກໍ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​​ໃຫ້​ຫໍພິ​ພິທະ​ພັນ​ອັງກິດ​ຢືມ​ວັດຖຸບູຮານ​ຂອງ​ຈີນ​​ເອົາ​ໄປ​ວາງ​ສະ​ແດງ​ຢູ່​ລອນ​ດອນ.

ຫໍພິ​ພິທະ​ພັນ​ວິກ​ໂຕເລຍ ​ແອວ​ເບີດ​ແຫ່ງ​ຊາດ​ທີ່​ຕັ້ງ​ຢູ່​ລອນ​ດອນ​ກໍ​ຈະ​ດຳ​​ເນີນ​ໂຄງ​ການ​ຮ່ວມ​ມືອັນ​ສຳຄັນ​ຢ່າງ​ເປັນ​ລະບົບກັບ​ວົງ​ການ​ຫໍພິ​ພິທະ​ພັນ​ຂອງ​ຈີນ​ແຕ່​ປີ​ນີ້​​ໄປຮອດ​ປີ 2010.