ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-25 20:28:41    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ເລັສ​ຕິນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ສະ​ກັດ​ກັ້ນ​ອິສ​ຣາ​ແອນ​ທີ່​ເລື່ອນ​ຂັ້ນ​ນະ​ໂຍ​ບາຍ​ໂຈມ​ຕີ​ທາງ​ການ​ທະ​ຫານ

cri
ຕາມ​ຂ່າວCRI,ວັນ​ທີ24​ກັນຍາ,ຢູ່​ລາມາ​ລາ,ທ່ານ​ຄູ​ໄລ ນາຍົກລັດຖະມົນຕີລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ໄດ້​​ໃຫ້​ສຳພາດ​,ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ,4ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ໂດ​ຍສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ​ໃຊ້​ກຳລັງ​ກົດ​ໜີບ​ຕໍ່ອິສຣາ​ແອນ,ຫ້າມບໍ່​ໃຫ້​ເຂົາ​ເພີ່ມ​ທະວີ​ນະ​ໂຍບາຍ​ໂຈມ​ຕີ​ທາງ​ການ​ທະ​ຫານ​ທີ່​ແນ​ໃສ່​ປະຊາຊົນ​ປາ​ເລັສຕິນ.

ທ່ານ​ຄູ​ໄລ​ກ່າວ​ວ່າ,ອິສຣາ​ແອນ​ ​ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຢູ່​ແຖບ​ກາຊາຈະ​ກະທົບກະ​ເທືອ​ນ​ສະ​ຖາ​ນະ​ການ​ໃນ​ປັດຈຸບັນ​ຢ່າງ​ໜັກໜ່ວງ,ທຳລາຍ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກທີ່​ຊ່ອຍ​ເຫຼືອ​ຝ່າຍ​ປາ​ເລັສຕິນສ້າງສາ​ກາ​ຊາ​ຄືນ​ໃໝ່​ແລະ​ຈັດການ​ເຈລະຈາ​ສັນຕິພາບ​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ຄືນ​ໃໝ່.

ທ່ຽງ​ຄືນ​ວັນ​ທີ24​ກັນຍາ,ຄະນະ​ລັດຖະບານ​ອິສຣາ​ແອນ​ໄດ້​ຜ່ານ​ມະຕິ,ຕົກລົງ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ສະ​ສາງ​ພວກ​ປະກອບ​ອາວຸດ​ຂອງ​ປາ​ເລັສຕິນຢ່າງ​ມີ​ເປົ້າ​ໝາຍ,​ແລະ​ອັດ​ຕັນ​ແຖບ​ກາຊາ​ແລະ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຢ່າງ​ບໍ່​ເວລາ​ຈຳກັດ.

ວັນ​ທີ24​ກັນ​ຍາ,ທ່ານ​ອາ​ບູນ ​​ເກດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເອຢິບ​ແລະ​ທ່ານ​ມຸດ​ຊາ ​ເລ​ຂາ​ທິ​ການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ຕ່າງ​ໄດ້​ອອກ​ຖະ​ແຫຼ​ງການ,ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​​ຫຼາຍ​ຕໍ່​ເລື່ອງປາ​ເລັສ​ຕິ​ນ​ອິສ​ຣ​າ​ແອນ​ເກີດ​ເຫດການ​ນອງ​ເລືອດ​ຢ່າງ​ລຽນຕິດ​ໃນ​ຫວ່າງ​ມໍ່ໆ​ນີ້,​ພາ​ໃຫ້​ສະຖານະ​ການ​ປາ​ເລັສຕິ​ນອິສຣາ​ແອນ​ເຄັ່ງ​ຕຶງ​ອີກ.