ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-25 21:18:28    
ອາ​ຊຽນ​ຈີນ​ຫາ​ລື​ບັນ​ຫາ​ສ້າງ​ເຂດ​ການ​ຄ້າ​ເສ​ລີ

cri
ຕາມ​ຂ່າວCRI,ການ​ປຶກສາ​ຫາລືຮອບທີ​ສີ່​ຂອງ​ເຈົ້າ​ໜ້າ​ທີ່​ເສດຖະກິດ​ອາ​ຊຽນຈີນ​ຄື10+1​ໄດ້​ຈັດ​ຂຶ້ນ​ຢູ່​ທີ່ນະຄອນຫຼວງ​ວຽງ​ຈັນ​ໃນ​ຕອນ​​ເຊົ້າ​ຂອງວັນ​ທີ25​ກັນຍາ.ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ບັນຫາ​ກ່ຽວ​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.

ທ່ານ​ຈ່າງ​ຊາວ​ກ່າງ ​ເຈົ້າໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ຄັ້ງ​ນີ້​ສະ​ເໜີ​ໃຫ້​ຮູ້​ວ່າ,ການ​ປຶກສາ​ຫາລື​​ເທື່ອ​ນີ້​ແມ່ນ​ເພື່ອທຳ​ການ​ກະກຽມ​ໃຫ້​​ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ37​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ28​ກັນຍາ.

ທ່ານບຸນ​ສົມ ພົມມະ​ວິຫານ ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງ​ນີ້,ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ຂອງ​ລາວ​ກ່າວ​ວ່າ,ການ​ປຶກສາ​ຫາລືຮອບ​ນີ້​ໄດ້​ປຶກ​ສາ​ຫາລື​ສະ​ພາບ​ປະ​ຕິ​ບັດ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນ,ການ​ເຈລະຈາ​ກ່ຽວ​ກັບ​ການ​ຄ້າ​ສິນຄ້າ​ແລະ​ການ​ບໍ​ລິ​ການ​ພ້ອມ​ດ້ວຍ​ການ​ສົນທະນາ​ກ່ຽວ​ກັບ​ຂົງ​ເຂດ​ການ​ລົງທຶນ,ການ​ປຶກສາ​ຫາລື​ໄດ້​ບັນລຸ​ເປົ້າ​ໝາຍ​ວາງ​ໄວ້​ລ່ວງ​ໜ້າ.

ສັນຍາ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ບັງເກີດຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ​1​ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ມາ.