ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-26 15:41:22    
ທ່ານ​ເຮີ​ໂຮ້ຮວາ​ປະກາດ​ສານກ່ຽວກັບ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ຊຸດ​ທີ 3 ຂອງ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ກັນຍາ,ທ່ານ​ເຮີ​ໂຮ້ຮວາ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາ​ວ​ໄດ້ປະກາດສານກ່ຽວ​ກັບ​ການ​ເລືອກຕັ້ງ​ສະພາ​ນິຕິບັນຍັດ​ຊຸດ​ທີ 3 ຂອງ​ເຂດ​ມາ​ກາວ,ສະ​ແດງ​ຄວາມ​ເຄົາລົບຕໍ່​ທຸກໆ​ຄົນທີ່​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​,​ແລະສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ທ່ານທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ນິຕິບັນຍັດ.

ທ່ານ​ເຮີ​ໂຮ້ຮວາ​​ເວົ້າ​ວ່າ,ການ​ຈັດການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ຊຸດ​ທີ 3 ຂອງ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ,​ໄດ້​ສະ​ແດງ​ໃຫ້​ເຫັນອີກ​ເທື່ອ​ໜຶ່ງ​ວ່າ,ທິດ​ທາງ​ພື້ນຖານ"ປະ​ເທດ​ດຽວ​ສອງ​ລະບອບ""ຊາວ​ມາ​ກາວ​ປົກຄອງ​ມາ​ກາວ" ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ພວມ​ຜັນ​ຂະຫຍາຍ​ຕື່ມ​ອີກ​ຢູ່​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ.

ໜັງສືພິມສະບັບ​ພາສາ​ຈີນ​ທີ່​ມີ​ຊື່​ສຽງ​ຕ່າງໆ​ສະບັບ​ວັນ​ທີ 26 ກັນຍາລ້ວນ​​ແຕ່​ໄດ້​ລາຍ​ງານຂ່າວກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ເທື່ອ​ນີ້​ຢ່າງ​ເຕັມ​ສ່ວນ​ຢູ່​ບ່ອນ​ພົ້ນ​ເດັ່ນ.​