ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-26 17:31:55    
ຝ່າຍ​ຈີນ​ຍິນ​ດີ​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຂາ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ຈີນ​ຣັດ​ເຊຍ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ກວ່າ​ເກົ່າ

cri Author: q
ຕາມ​ຂ່າວCRI,ວັນ​ທີ26​ກັນຍາ​,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ມີ​ໂລ​ນົຟ ປະທານ​ຄະນະ​ກຳມະການ​ສະຫະພັນ​ຣັດ​ເຊຍ,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍຣັດ​ເຊຍ​​ເພີ່ມ​ທະວີ​ການ​ປະ​ສານ​ງານ​ກັນ​ຕື່ມ​ອີກ,​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ,​ຜັນ​ຂະ​ຫຍາຍ​ໂຄງການ​ຮ່ວມ​ມື​ທີ່​ສຳ​ຄັນ,​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຂາ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ຈີນ​ຣັດ​ເຊຍ​ໄດ້​ຮັບ​ໝາກຜົນ​ຫຼາຍ​ກວ່າ​ເກົ່າ.

ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ສູງ​,ສະພາ​ຕ່ຳ​ຂອງຣັດ​ເຊຍ​ຄື​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພັນ​ແລະ​ສະພາ​​ດູ​ມາ ແຫ່ງ​ຊາດ ​ໄດ້​ເລີ່​ມປະຕິບັດ​ກົນ​ໄກ​ແລກປ່ຽນ​ເປັນ​ປະຈຳ​ຢ່າງ​ຮອບ​ດ້ານ​ໃນ​ວັນ​ທີ25​ກັນຍາ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ຫວັງ​ໃຫ້​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພັນ​ຣັດ​ເຊຍ​ນຳ​ໃຊ້​ກົນ​ໄກ​ແລກ​ປ່ຽນ​ທີ່​ສ້າງ​ຂຶ້ນ​ໃໝ່​ຢ່າງ​ເຕັມ​ສ່ວນ,ປະກອບສ່ວນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຂາ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ພັດທະນາ​ລົງ​ສູ່​ລວງ​ເລິກ.

ທ່ານ​ມີ​ໂລ​​ນົຟກ່າວ​ວ່າ,ຄະນະ​ກຳມະການ​ສະຫະພັນຣັດ​ເຊຍ​ຍິນ​ດີ​ພ້ອມ​ກັນ​ກັບ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຕັ້ງ​ໜ້າ ພະຍາຍາມ​ຊຸກ​ຍູ້ການ​ພົວພັນ​ຄູ່​ຂາ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ຣັດ​ເຊຍ​ຈີນ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ.