ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-26 21:25:26    
ຈີນ​ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ເຄື່ອງ​ຢາມ​ສິ່ງ​ລະ​ເບີດ​ແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ​ພະລັງງານ​ປະ​ລະ​ມາ​ນູ​ຂອງ​ຈີນ​ໄດ້​ຄົ້ນຄວ້າ​ຜະລິດ​ເຄື່ອງກວດ​ສິ່ງ​ລະ​ເບີດ​ໃນ​ເຄື່ອງ​ເດີນທາງ​ແລະ​ກະ​ເປົາ​ຫິ້ວ​ຢ່າງ​ສຳ​ເລັດ​ຜົນ,​ແລະ​ໄດ້​ຜ່ານ​ການກວດສອບ​ຂອງຜູ້​ຊ່ຽວຊານ​ພາກສ່ວນ​ປ້ອງ​ກັນ​ຄວາມ​ສະຫງົບ.

ເຄື່ອງ​ຢາມ​ສິ່ງ​ລະ​ເບີດນີ້ບໍ່​ພຽງ​ແຕ່​ສາມາດກວດກາ​ເຄື່ອງ​ລະ​ເບີດ​ໄດ້​ເທົ່າ​ນັ້ນ,ພ້ອມ​ກັນ​ນັ້ນ,​ຍັງ​ສາ​ມາດ​ກວດກາ​ວັດຖຸ​ແຜ່​ລັງສີນຳ​ອີກ​,​ໃຊ້​ກວດ​ສິ່ງລະ​ເບີດ​ໃນ​​ເຄື່ອງ​ເດີນ​ທາງ​ທີ່​ເປັນ​ກະ​ເປົາ​ຫິ້ວ​ຢູ່​ເດີ່ນຍົນ,ສະຖານີ​ລົດ​ໄຟ,ທ່າ​ກ່ຳ​ປັ່ນ,ດ່ານ​ພາສີ​ແລະ​ສະ​ຖານ​ທີ່​ສຳ​ຄັນ​ຕ່າງໆ.​ຕາມ​ໄດ້​ຊາບ,​ເຄື່ອງ​ກວດ​ຊະ​ນິດ​ນີ້​ມີ​ເຕັກ​ນິກ​ກ້າວ​ໜ້າ,​ປັດ​ຈຸ​ບັນ,​ຢູ່​ໃນ​ໂລກ​ມີ​ແຕ່​ປະ​ເທດ​ຈຳ​ນວນ​ໜ້ອຍ​ເທົ່າ​ນັ້ນ​ສາ​ມາດ​ຜະ​ລິດ​ໄດ້.