ຕາມຂ່າວcri, ວັນທີ26ກັນຍາຢູ່ປັກກິ່ງ,ໃນເວລາພົບປະກັບທ່ານພໍຄິນ ປາລະກຸນ ປະທານລັດຖະສະພາໄທ, ທ່ານອູປາງກົວ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວວ່າ, ຝ່າຍຈີນຍິນດີພ້ອມກັບຝ່າຍໄທຊຸກຍູ້ການຮ່ວມມືຍຸດທະສາດຈີນໄທໃຫ້ຂະຫຍາຍ ຕົວຢ່າງຮອບດ້ານ.
ທ່ານອູປາງກົວກ່າວວ່າ, ສະພາປະຊາຊົນແຫ່ງຊາດຈີນເອົາໃຈໃສ່ນຳການຂະຫຍາຍການພົວພັນກັບລັດຖະສະພາໄທ, ຍິນດີຮັກສາແລະເພີ່ມທະວີການແລກປ່ຽນແລະຮ່ວມມືກັບໄທໃນທຸກຂົງເຂດ,ເພີ່ມເນື້ອໃນໃໝ່ເຂົ້າໃນການຂະຫຍາຍການພົວພັນລະຫວ່າງສອງປະເທດ.
ທ່ານພໍຄິນກ່າວວ່າ,.ລັດຖະສະພາໄທຍິນດີດຳເນີນການແລກປ່ຽນແລະຮ່ວມມືກັບສະພາປະຊາຊົນແຫ່ງຊາດຈີນໃຫ້ສະໜິດແໜ້ນແຟ້ນກວ່າເກົ່າ,ເພີ່ມທະວີການປຶກສາຫາລືແລະປະສານສົມທົບກັນໃນສະຖານທີ່ຫຼາຍຝ່າຍ, ພ້ອມກັນຊຸກຍູ້ການພົວພັນໄທຈີນໃຫ້ຂະຫຍາຍຕົວລົງສູ່ລວງເລິກ, ຮັກສາແລະຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງໂລກ.
|