ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-28 10:03:29    
ປ່ອຍ​ເສືອ​ຄືນ​​ເຂົ້າປ່າ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາ​ສິດ, ​ໃນ​ລາຍ​ການ​ພາກ​ນີ້ ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ປ່ອຍ​ເສືອຄືນ​ເຂົ້າປ່າ" ສູ່​ຟັງ.

ຄ.ສ.ປີ 211, ລິວ​ຈ່າງ ຜູ່​ປົກຄອງ​ເມືອງ​ອີ້​ໂຈ່​ວໄດ້ຍິນວ່າ​ໂຈ​ໂສ​ແຕ່ງ​ຈົ່ງ​ຢາ​ວນຳພາ​ກອງ​ທັບ​ບຸກ​ເຂົ້າ​ສູ່​ຮັ້ນຈົ່ງ, ​ເພື່ອ​ໂຈມ​ຕີ​ຈ່າງຫຼູ, ລິວ​ຈ່າງ​ເປັນ​ຫ່ວງ​ວ່າ ​ເມື່ອ​ໂຈ​ໂສ​​ເອົາ​ຊະນະ​ຈ່າງ​ຫຼູ​ແລ້ວ​ຈະ​ມາ​ໂຈມ​ຕີ​ເມືອງ​ອີ້​ໂຈ່​ວ, ຈຶ່ງ​ຮຽກ​​ເສນາ​ບໍດີ​ທັງຫຼາຍມາ​ປຶກສາ​ຫາລື​ກັນ.

​ເສນາ​ບໍດີ​ຈ່າງ​ຊົ່ງສະ​ເໜີ​ວ່າ:"​ໂຈ​ໂສ​ມີກຳລັງ​ທະຫານ​ເຂັ້ມ​ແຂງ​ກວ່າ​ໝູ່, ບໍ່​ມີ​ໃຜ​ສູ້​ໄດ້, ຖ້າ​ໂຈ​ໂສ​ເອົາ​ຊະນະ​ຈ່າງຫຼູ​ແລ້ວ​ມາ​ໂຈມ​ຕີ​ເມືອງ​ອີ້​ໂຈ່​ວ, ​ໃຜ​ຈະ​ຕໍ່ຕ້ານ​ໄດ້? ​ເຫຼົາປີ່​ກັບ​ພະ​ບາດ​ສົມ​ເດັດແມ່ນວົງ​ຕະກູນ​ດຽວ​ກັນ, ມີ​ຄວາມອາ​ຄາດ​ບາດ​ໝາງ​ກັບ​ໂຈ​ໂສ, ທັງ​ຊ່າງ​ການ​ທະ​ຫານ, ຖ້າ​ໃຫ້​ເຫຼົາປີ່​ໄປ​ໂຈມ​ຕີ​ຈ່າງຫຼູ, ຈ່າງຫຼູຈະ​ປະລາ​ໄຊ​ຢ່າງ​ແນ່ນອນ, ​ເມື່ອ​ຈ່າງຫຼູຖືກ​ຕີ​ແພ້, ອິດທິກຳລັງ​ຂອງເມືອງ​ອີ້​ໂຈ່​ວຈະ​ເຂັ້ມ​ແຂງ​ຂຶ້ນ, ​ເມື່ອ​ໂຈ​ໂສ​ມາ​ໂຈມ​ຕີ​ເມືອງ​ອີ້​ໂຈ່​ວກໍ​ໄຮ້​ຄວາມ​ສາມາດ​ແລ້ວ. ລິວ​ຈ່າງຮັບ​ເຫັນ​ດີ​ນຳ​ຈ່າງ​ຊົ່ງ, ​​ແລະ​ແຕ່ງ​ຝາ​ເຈິ້ງ​ໄປ​ຕ້ອນຮັບ​ເຫຼົາປີ່, ທັງ​ແຕ່ງ​ເມິ້ງ​ຕາ​ນຳພາ​ກອງ​ທະຫານຫຼາຍພັນ​ຄົນ​ໄປ​ຊ່ອຍ​ເຫຼົາປີ່.

​ເມື່ອ​ລິວ​ປ່າ ທີ່​ປຶກສາ​ຂອງ​ລິວ​ຈ່າງ​ໄດ້​ຮູ້​ເລື່ອງ​ນີ້​ແລ້ວ ກໍ່​ພະຍາຍາມ​ເຕືອນ​ລິວ​ຈ່າງ​ວ່າ:"​ເຫຼົາປີ່​​ເປັນ​ຄົນມີ​ໃຈ​ທະ​ເຍີ​ທະຍານ​​ຕະຫຼອດມາ, ​ເຊີນ​ເຂົາ​ເຂົ້າມາ​ໃນ​​ເຂດ​ເຊ​ສວນ, ຄົງ​ຈະ​ມີ​ໄພ​ອັນຕະລາຍ​ບໍ່​ສຸດ​ບໍ່​ສ້ຽງໃນ​ພາຍ​ໜ້າ." ​ທີ່​ປຶກສາ​ຜູ່​ອື່ນ ​ເຊັ່ນ​ຫວງ​ສວນ​ແລະ​ຫວັງ​ຈິງ​ເປັນຕົ້ນ ກໍ​ເຕືອນ​ວ່າ:"​ເຊີນ​ເຫຼົາປີ່​ເຂົ້າມາ​ເຂດ​ເຊ​ສວນ, ຍ່ອມ​ຈະ​ເປັນ​ການ​ຊັກ​ນ້ຳ​ເຂົ້າ​ເຮືອ​ຊັກ​ເສືອເຂົ້າ​ບ້ານ, ​ເຫຼົາປີ່​ຈະ​ກືນກິນ​ເຂດ​ເຊ​ສວນ​ພາກ​ຕາ​ເວັນ​ຕົກ​ບໍ່​ໄວ​ກໍ່​ຊ້າ." ລິວ​ຈ່າງ​ກ່າວ​ວ່າ:"​ຖ້າໂຈ​ໂສ​ແລະ​ຈ່າງຫຼູມາ​ໂຈມ​ຕີ, ພະ​ອົງ​​ເຮົາບໍ່​ມີ​ກຳລັງ​ທະຫານ​ຕ້ານ​ຢັນ​ໄດ້, ​ເຊີນ​ເຫຼົາປີ່​ມາ​ພຽງ​ແຕ່​ແມ່ນ​ເພື່ອ​ຕໍ່ຕ້ານ​ກັບ​ໂຈ​ໂສ​ແລະ​ຈ່າງຫຼູ​ເທົ່ານັ້ນ."

ຝາ​ເຈິ້ງ​ເດີນທາງ​ໄປ​ຮອດ​ເມືອງ​ຈິ່ງ​ໂຈ່​ວພົບ​ກັບ​ເຫຼົາປີ່, ​ແລະ​ແຈ້ງ​ເຈດ​ຕະນາ​ຂອງ​ລິວ​ຈ່າງ​ທີ່​ເຊີນ​ເພິ່ນ​ເຂົ້າ​ໄປ​ເຂດ​ເຊ​ສວນ, ທັງ​ສະ​ເໜີ​ຕໍ່​​ເຫຼົາປີ່​ວ່າ:"​ເມືອງ​ອີ້​ໂຈ່​ວ​ແມ່ນ​ເຂດ​ແຄວ້ນ​ທີ່ຮັ່ງມີ​ແລະ​ອຸດົມສົມບູນທີ່​ສຸດ, ຜູ່​ຄົນ​ທີ່​ອົງອາດ​ກ້າຫານ​ແລະ​ສະຫຼາດສະຫຼຽວຄື​ທ່ານ​ນີ້, ຍັງ​ມີ​ຈ່າງ​ຊົ່ງຊ່ອຍ​ເຫຼືອ, ການ​ຍາດ​ເອົາ​ເມືອງ​ອີ້​ໂຈ່​ວຈະ​ບໍ່​ແມ່ນ​ເລື່ອງ​ຍາກ."

​ເຫຼົາປີ່​ເລີຍ​ໃຫ້​ຂົງ​ເບັ້ງ​ແລະ​ກວນອູ​ເຝົ້າຮັກສາ​ເມືອງ​ຈິ່ງ​ໂຈ່​ວ, ​ແລະ​ນຳພາກອງ​ທະ​ຫານ​ເດີນ​ທັບ​ໄປ​ສູ່​ເມືອງ​ອີ້​ໂຈ່​ວ.

ລິວ​ຈ່າງ​ໄດ້​ຮັບ​ຂ່າວ​ວ່າ​ເຫຼົາປີ່​ພວມ​ເດີນ​ທັບ​ມາສູ່​ເມືອງ​ອີ້​ໂຈ່​ວ, ​ເລີຍ​ນຳພາ​ກອງ​ທະ​ຫານ 3 ໝື່ນ​ຄົນ​ໄປ​ຕ້ອນຮັບ. ລິວ​ຈ່າງ​ກັບ​ເຫຼົາປີ່​ພົບ​ປ​ະກັນ​ຢູ່​​ເມືອງຜູ​ຊ້ຽນ, ລິວ​ຈ່າງ​​ໄດ້​ສົ່ງ​ກອງ​ທະຫານ​ແລະ​ສະບຽງ​ອາຫານ​ໃຫ້​ເຫຼົາປີ່​ອີກ, ​​ເພື່ອໃຫ້​ເຫຼົາປີ່​ໄປ​ໂຈມ​ຕີ​ຈ່າງຫຼູ.

ລິວ​ປ່າ​ໄດ້​ຮູ້​ແລ້ວ ກໍ່​ພະຍາຍາມ​ເຕືອນ​ລິວ​ຈ່າງ​ອີກ​ວ່າ:"​ໃຫ້​ເຫຼົາປີ່​ໄປ​ໂຈມ​ຕີ​ຈ່າງ​ຫຼູ, ກໍ​​ເໝືອນ​ກັບ​ການ​ປ່ອຍ​ໃຫ້​ເສືອ​ຄືນ​ເຂົ້າປ່າ, ຢາກຄວບ​ຄຸມ​ມັນ​ອີກ​ກໍ່​ຍາກ​ທີ່​ສຸດ​ແລ້ວ. ​ແຕ່​ລິວ​ຈ່າງ​ບໍ່​ຮັບ​ເຫັນ​ດີນຳ.

ພາຍຫຼັງມາ ລິວ​ຈ່າງ​ໄດ້​ຮູ້​ວ່າ​ຈ່າງ​ຊົ່ງສົມຮູ້​ຮ່ວມ​ຄິດ​ກັບ​ເຫຼົາປີ່, ​ເລີຍ​ຂ້າ​ຈ່າງ​ຊົ່ງຖິ້ມ. ​ເຫຼົາ​ປີ່​ໂມ​ໂຫຫຼາຍ, ​ເລີຍ​ນຳພາ​ກອງ​ທະຫານ​ບຸກ​​ໄປ​ສູ່​ເມືອງ​ເສິງ​ຕູ, ​ຍັງ​ສັ່ງ​ໃຫ້​ຂົງ​ເບັ້ງ​ນຳ​ພາ​ເຕ່ຍ​ຫຸຍ​ແລະ​ຈ້າວ​ຢຸນ​ເປັນຕົ້ນ​ເດີນ​ທັບຕາມ​ແມ່​ນ້ຳ​ຢາງ​ເຊ​ ບຸກ​ໄປສູ່​ເມືອງ​ອີ້​ໂຈ່​ວ, ​ເພື່ອ​ຊ່ອຍ​ບຸກ​ໂຈມ​ຕີ​ເມືອງ​ເສິງ​ຕູ, ລິວ​ຈ່າງ​ຕ້ານ​ຢັນ​ບໍ່​ໄດ້, ຈຶ່ງ​ຈຳ​ເປັນ​ຕ້ອງ​ຍອມ​ຈຳນົນ.

ພາຍຫຼັງ​ເຫຼົາປີ່​ຍາດ​ໄດ້​ເມືອງ​ເສິງ​ຕູ​ແລ້ວ ກໍ່​​ແຕ່ງ​ຕັ້ງຕົນ​ເອງ​ເປັນ​ຜູ່​ປົກຄອງ​ເມືອງ​ອີ້​ໂຈ່ວ. ພາຍ​ຫຼັງມາ​ໄດ້​ສ້າງຕັ້ງອຳນາດ​ການ​ປົກຄອງ​ສູຮັ້ນຂຶ້ນ. ​ແຕ່​ນັ້ນມາ, ຈີນ​ກໍ່​ໄດ້​ເຂົ້າສູ່​ສະ​ໄໝ​ສາມ​ລັດ​ຄື ລັດ​ເວິ້ຍ ລັດ​ສູ​ແລະ​ລັດ​ອູ​ຊົງ​ຕົວ​ຢູ່​ນຳກັນ​.