ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-28 12:12:35    
ຍົນ​ລົບ​ອິດສະ​ລາ​​ແອນ​ຫລອນ​ໂຈມ​ຕີ​ແຖບ​ກາຊາ

cri

ຕາມ​ຂ່າວcri:ວັນ​ທີ28 ກັນ​ຍາ,ຝ່າຍ​ທະຫານ​ອິດສະ​ລາ​ແອນ​ຢືນຢັງ​ວ່າ, ຕອນ​ຮຸ່ງ​​ເຊົ້າ​ມື້ດຽວກັນ,ຍົນ​ລົບ​ອິດ​ສະ​ລາ​​ແອນ​ໄດ້​ຫລອນ​ໂຈມ​ຕີ​ເປົ້າ​ຫມາຍ​3​​ແຫ່ງຢູ່ແຖບ​ກາຊາຢ່າງ​ກະທັນຫັນ,​ເຮັດ​ໃຫ້​​ເຂດ​ສ່ວນ​ຫລາຍ​ຂອງເມືອງ​ກາຊາບໍ່​ມີ​ໄຟຟ້າ,ປະຈຸ​ບັນ​ນີ້,ຍັງບໍ່​ທັນ​ມີ​ຂ່າວ​ກ່ຽວ​ກັບ​ຄົນ​ຕາຍ​ແລະ​ບາດ​ເຈັບ.

ບຸກຄົນ​ຝ່າຍ​ທະຫານ​ອິດສະ​ລາ​​ແອ​ນກ່າວ​ວ່າ,ການຫລອນ​ໂຈມ​ຕີເທື່ອ​ນີ້​ແມ່ນ​ການ​ແກ້​ແຄ້ນຕໍ່ການ​ເຄື່ອນ​ໄຫວ​ທີ່​ກອງປະກອບ​ອາວຸດ​ປາ​ເລັດ​ສະຕິ​ນຍິງ​ລູກສອນ​ໄພ​ໃສ່ອິດສະ​ລາ​ແອນກ່ອນ​ຫນ້າ​ນີ້.

ວັນ​ທີ27 ກັນຍາ,ຜູ້ນຳ​ຊັ້ນ​ສູງ​ຜູ້​ຫນຶ່ງ​ຂອງ​ອົງ​ການຈີ​ຮັດປາ​ແລັດ​ສະຕິ​ນ​ເວົ້າ​ວ່າ,ບັນດາຝ່າຍປະກອບ​ອາວຸດ​ປາ​ແລັດ​ສະຕິ​ນຕົກລົງ​​​ຟື້ນ​ຟູການ​ຢຸດ​ຍິງ​ຫລັງ​ຈາກ​ຈັດ​ກອງ​ປະຊຸມ​ເປິກສາຫາລືກັນ.​ແຕ່​ວາ​ຖ້າ​ອິດສະ​ລາ​ແອນ​ສືບ​ຕໍ່​ຫລອນ​ໂຈມ​ຕີ,ພວກ​​ເຂົາ​​ເຈົ້​ນຈະ​ມີ​ສິດ​ຕ່າວ​ຕີ​ຄືນ.

ໃນສອງ​ມື້ມາ​ນີ້,ການ​ປະ​ທະ​ກັນ​ຢ່າງນອງ​ເລືອດ​ລະຫວ່າງ​ປາ​​ແລັດ​ສະຕິ​ນກັບ​ອິດສະ​ລາ​ແອນ​ໄດ້​ດຸ​ເດືອດຂຶ້ນ​ຢ່າງ​ໄວ​ພະລັນ,ຢ່າງ​ຫນ້ອຍ​ເຮັດ​​ໃຫ້​ຄົນ​ປາ​ແລັດ​ສະຕິ​ນ20ຄົນ​ຕາຍ,ຊາຍ​ອິດສະ​ລາ​​ແອນ​ຫລາຍ​ຄົນ​ບາດ​ເຈັບ.