ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-28 16:13:04    
ທ່ານ​ຈີດີ​ມາ​ຈາ ນັກ​ຂຽນ​ທີ່​ມີ​ຊື່​ສຽງ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​​ໂຄລົບ,ຊົມ​ເຊີຍທ່ານ​ຮັບ​ຟັງ ລາຍການວັດທະນະ​ທຳ​ຈີນ.ທ່ານ​ຈີ​ດີ​ມາ​ຈາ​ເປັນ​ນັກ​ກະວີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເຊິ່ງ​ມີ​ລັກສະນະ​ຕົວ​ແທນ​​ຊົນ​​ເຜົ່າ​ສ່ວນ​ຫນ້ອຍໃນ​ຍຸກ​ປະຈຸ​ບັນ,ບົດກະວີຂອງ​ທ່ານ​ເຕັມ​ໄປ​ດ້ວຍນ້ຳ​ໃຈວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ເອງ​ແລະ​ສີສັນ​ຂອງ​ລັດທິ​ມະນຸດສະທຳ,ມີ​ຜົນ​ສະທ້ອນ​ອັນໃຫຍ່ຫລວງ​ໃນວົງ​ການ​ກະວີ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ.ຕໍ່​​ໄປ​ເຊີນ​ຟັງ​ບົດ​ສະ​​ເຫນີອັນລະອຽດ.

ເຜົ່າ​ອີ​ແມ່ນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຫນຶ່ງ​​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ແມ່ນ​ຊົນ​ເຜົ່າທີ່​ມີ​ປະຫວັດ​ເກົ່າ​ແກ່​ທີ່​ສຸດ​.​ເຜົ່າ​ອີ​ມີ​ພາສາ​ແລ​ະຕົວ​ຫນັງສືຂອງ​ຕົນ,ປະ​ດິທິນຂອງ​ຕົນ;ດົນ​ຕີ​ແລະ​ການ​ຟ້ອນຂອງ​ເຜົ່າ​ອີ​ມີລັກສະນະ​ພິ​ເສດ.ຫນັງສື​ບູຮາ​ນຂອງ​ເຜົ່າ​ອີ​​ແມ່ນ​ອຸດົມສົມບູນ​ທີ່​ສຸດ,ມີ​ບົດ​ກະວີ​ປະຫວັດ10ບົດເລົ່າ​ລື​ກັນຈົນ​ຮອດ​ປັດຈຸບັນ.ວັນນະຄະດີພື້ນ​ເມືອງ​ໄດ້​ເລົ່າ​ຕໍ່​ປາກ​ກັນ​ມາຢ່າງ​ກວ້າງຂວາງ​ເນື້ອ​ໃນ,​​ເນື້ອ​ໃນເຕັມ​ໄປ​ດ້ວຍ​ສະຕິປັນຍາ.ທ່ານ​ຈີ​ດີ​ມາ​ຈາ​ຜູ້​​ມີ​ອາຍຸ44ປີກໍ່​ແມ່ນ​ນັກ​ກະວີ​​ເຜົ່າ​ອີ​ຜູ້​ຫນຶ່ງເຕີບ​ໃຫຍ່​ຂຶ້ນ​ໃນສະພາບ​ແວດ​ລ້ອມ​ນີ້.

ປີ1982,ພາຍ​ຫລັງທ່ານ​ຈີ​ດີ​ມາ​ຈາ​ສຳ​ເລັດ​ການ​ຮຽນ​ຈາກ​ສະ​ຖາ​ບັນ​ຊົນ​ເຜົ່າ​ຕາ​ເວັນ​ຕົກ​ສຽງ​ໃຕ້,ທ່ານ​ໄດ້​​ໄປ​ເຮັດ​ວຽກ​ຢູ່ສະຫະພັນ​ວັນ​ນະ​ຄະດີ​ເຂດລຽງ​ຊານ​​ແຂ​ວງ​ເຊສວນທີ່​​ເຕັມ​​ໄປ​ດ້ວຍ​ຄວາມ​ກະ​ຕືລື​ລົ້ນ​ຕໍ່​ການ​ປະພັນ,​ແຕ່​ນັ້ນມາ​ທ່ານ​ໄດ້​ແຕ່ງ​ບົດ​ກະວີ​ທີ​ດີ​ເລີດ​ຫລາຍ​ບົດ. ຊຸມນຸມ​ກາບກອນ​ເຫ​ລັ້ມ​ທີ່​ຫນຶ່ງ​ຂອງ​ທ່ານຊື່ວ່າ​ເພງ​​ແຫ່ງ​ຄວາມ​ຮັກ​​ເຄີຍ​ໄດ້​ຮັບລາງ​ວັນກະວີ​ຄັ້ງ​ທີສາມ.

ບົດກະວີ​ທີ່ທ່ານ​ຈີ​ດີ​ມາ​ຈາ​​ແຕ່ງ​ນັ້ນມີ​ລັກສະນະ​ພິ​ເສດ​​ໃນ​ດ້ານເນື້ອ​ໃນ​​ແລະ​ລົດ​ນິຍົມວັດທະນະ​ທຳ​ຊົນ​ເຜົ່າ​,ພ້ອມ​ກັນ​ນັ້ນຍັງ​ມີ​ຄວາ​ມ​ຄິດ​ເລິກ​ເຊິ່ງ​ແລະ​ການສັງ​ເກດ​ທີ່​ຫລັກ​ແຫລມ,ດັ່ງ​ນັ້ນ​ຈິ່ງໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກຜູ້​ອ່ານ​ແລະ​ວົງ​ການ​ວິຈານ​.ທ່ານ​ຈີ​ດີ​ມາ​ຈາ​ແລະ​ບົດກະວີ​ຂອງ​ທ່ານ​ມີ​ຖານະ​ສຳຄັນ​ທີ່​ເຂົ້າ​ແທນ​ບໍ່​ໄດ້ໃນ​ວົງ​ການ​ກະ​ວີ​ຈີນ​ຍຸກ​ປະຈຸ​ບັນ.ກ່ຽວ​ກັບ​ບັນຫາ​ນີ້,ທ່ານ​ຈີ​ດີ​ມາ​ຈາ​ເຫັນ​ວ່າ​ວັດທະນະ​ທຳ​ຂອງ​ເຜົ່າ​ອີ​ເປັນ​ທາດບຳລຸງ​ຂອງທ່ານ.ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ​ປະຫວັດສາດ​ແລະ​ວັດທະນະທຳ​ຂອງ​ຊົນ​ເຜົ່າຂ້າພະ​ເຈົ້າ​ໄດ້​ຫລໍ່ລ້ຽງ​ຂ້າພະ​ເຈົ້າ,ພ້ອມ​ກັນ​ນັ້ນ,ຂ້າພະ​ເຈົ້າ​ກໍ​ແມ່ນ​​ເຄື່ອງຫມາຍ​ຫນຶ່ງ​ຂອງ​ຊົນ​ເຜົ່າ​ແລະ​ວັດທະນະທຳ​ຂອງ​ຂ້າພະ​ເຈົ້າ​.ນັກ​ກະວີ​ຜູ້​ຫນຶ່ງຈະ​ຫ່າງ​ເຫີ​ນອອກ​ຈາກ​ດິນ​ແດນ​ແລະ​ວັດທະນະທຳ​ທີ່​ຫລໍ່​ລຽງ​ເພິ່ນ​ບໍ່​ໄດ້,ຖ້າ​ຫ່າງ​ເຫີ​ນອອກ​ຈາກ​ນີ້​ແລ້ວ,ກໍຈະ​ຕາຍ​ຫລື​ຈະ​ເປັນ​ຜູ້​ຂາດທາດ​ບຳລຸງ​,​ເປັນ​ຜູ້​ປອດ​ໃສ​ແຂງ​​ແຮງ​ບໍ່​ໄດ້."

ທ່ານ​ຈີ​ດີ​ມາ​ກ່າວ​ວ່າ,​​ໃນ​ຖານະ​ເປັນ​ຜູ່​ສືບ​ທອດ​ຂອງ​ວັດທະນະທຳ​ເກົ່າ​ແກ່​ຂອງ​​ເຜົ່າ​ອີ,ການປະດິດ​ຄິດ​ແຕ່ງ​ຂອງ​ທ່ານ​ລ້ວນ​ແຕ່​ມາ​ຈາກ​ຊີວິດ​ການ​ເປັນຢູ່ທຳ​ມະ​ດາ​ສາມັນ​ທີ່​ທ່ານ​ເລີ່ມຮູ້​ແຕ່​ໄວ​ເດັກ.ບົດ​ປະພັນ​ທີ່​ມີ​ລັກສະນະ​ຕົວ​ແທນ​ຄື​ຈອກ​ຂອງ​ແຮ້ງ,ງົວ​ຕີ​ຕາຍ​ເປັນ​ຕົ້ນ,​ເຕັມ​​​ໄປ​ດ້ວຍ​ນ້ຳ​ໃຈເຜົ່າອີ​ທີ່​ອົງອາດກ້າຫານ​ບໍ່​ອ່ອນ​ຍອມ​ແລະ​ຮັກ​​ຕົນ​ເອງ​ໂຄລົບ​ຕົນ​ເອງ.

ດຽວ​ນີ້,ຊຸມ​ນຸມກາບກອນ​ຂອງທ່ານ​ຈີ​ດີ​ມາ​ຈາ​ໄດ້​ພິມ​ຈຳຫນ່າຍ​10ກວ່າ​​ເຫລັ້ມ​ແລ້ວ​.ທ່ານ​ໄດ້​ຮັບ​ລາງວັນ​ລະດັບຊາດ​ຈີນ​ຫລາຍ​ເທື່ອ.ບົດກະວີ​ຂອງ​ທ່ານ​​ໄດ້​ແປ​​ເປັນ​ພາສາ​ອັງກິດ,​ຝະລັ່ງ, ອີ​ຕາ​ລີ, ​ຍີ່ປຸ່ນ, ​ແອດ​ສະ​ປາຍ, ຣູມາ​ນີ​ເປັນ​ຕົ້ນ,​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ຈາກວົງ​ການ​ກະວີ​ສາກົນ.ທ່ານ​ຈີ​ດີ​ມາ​ຈາ​ເຫັນ​ວ່າ,​ໃນ​ນາມ​ເປັນນັກ​ກະວີ​ຜູ້​ຫນຶ່ງ,ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງມີ​ນ້ຳ​ໃຈ​ວັດທະນະທຳມະນຸດ.ທ່ານ​ກ່າວ​ວ່າ:

"ຮັກ​ໂລກ​ຫນວ່ຍນີ້​ແລະຮັກມະນຸດ​​ດ້ວຍ​ກັນແມ່ນ​ຄຸນສົມບັດ​ທີ່​ສູງ​ສົ່ງ​ທີ່​ສຸດ​ຂອງ​ນັກ​ກະວີ​ຜູ້​ຫນຶ່ງ,ນັກ​ກະວີ​ຍິ່ງ​ໃຫຍ່​ຜູ້ໃດກໍ​ຕາມ​ຕ້ອງມີ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ,ຕ້ອງຮັກຜູ້​ຄົນ​ທີ່​ເປັນ​ຊົນ​ເຜົ່າ​ຕ່າງກັນ,​ເຊື້ອ​ຊາດ​ຕ່າງກັນ​ແລະ​ເບື້ອງ​ຫລັງ​ວັດທະນະທຳ​ຕ່າງກັນ​ຢູ​ໃນ​​ໂລກ​ພວກ​​ເຮົານີ້,ພ້ອມ​ກັນ​ນັ້ນ​ຍັງ​ຕ້ອງຮັກ​ແລະ​ໂຄລົບ​ຊີວິດ​ໃນ​ໂລກ,ນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບນັກ​ກະວີ​ຜູ້​ຫນຶ່ງ."

ທ່ານ​ຈີ​ດີ​ມາ​ຈາ​ແມ່ນນັກ​ກະວີ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຜູ້​ຫນຶ່ງ,​ແຕ່​ພັດແຕ່ງ​ດ້ວຍ​ພາສາ​ຮັ້ນ.ທ່ານ​ໃຊ້​ກຳລັງວັງຊາ​ແລະ​ກາລະເວລາ​ທີ່​ລື່ນ​ນັກ​ກະວີ​ເຜົ່າ​ຮັ້ນ​ຫລາຍ​ເທື່ອ,ຮ່ຳຮຽນຄົ້ນ​ຄວ້າ​ວັນນະຄະດີບູຮາ​ນ​ແລະ​ວັນນະຄະດີ​ຍຸ​ກປະຈຸ​ບັນ​ຂອງ​ພາສາ​ຮັ້ນ,​ແລະ​ເຮັດ​ໃຫ້​ວັດທະນະ​ທຳ​ເຜົ່າ​ຮັ້ນ​ກັບ​ວັດທະນະທຳ​​ເຜົ່າ​ອີ​ປະສານ​ກັນ​ຢ່າງ​ອິນ​ຊີ.

ປະຈຸ​ບັນ,ທ່ານ​ຈີ​ດີ​ມາ​ຈາ​ໄດ້ດຳ​ລົງ​ຕຳ​ແຫນ່​ງ​ໃນສະມາຄົມ​ນັກ​ຂຽນ​ຈີນ,​ຍັງເປັນ​ບັນ​ນາທິການ​​ໃຫຍ່​ຂອງ​ວາລະສານ ວັນນະຄະດີ​ຊົນ​ເຜົ່າ.​ເຖິງ​ວ່າ​ທ່ານ​ຂຸ້ນ​ວຽກຫລາຍ,​ແຕ່ທ່ານ​ຍັງ​ແຕ່ງບົດ​ກະວີ​ໂດຍ​ຕະຫລອດ,ທັງ​ໄດ້​ຮັບ​ຜົນ​​ງາມເດັ່ນ.ທ່ານ​ເຫັນ​ວ່າ,​ໄລຍະ​​ປະຈຸ​ບັນ​​ແມ່ນ​ໄລຍະພັດທະນາ​ດີ​ທີ່​ສຸດ​ຂອງ​ວັນນະຄະດີ​ສິລະ​ປະ​ຈີນລວມທັງ​ກະວີ​ຈີນ.ທ່ານ​ຈີ​ດີ​ມາ​ຈາ​ກ່າວ​ວ່າ:

"ຄວນ​​ເວົ້າ​ວ່າ,ວົງ​ການ​ກະວີ​ຈີນ​ໃນ​ປະຈຸ​ບັນ​ແມ່ນ​​ຮຸ່ງ​ເຮືອງ​ທີ່​ສຸດ,ນີ້​ແມ່ນ​ຄວາມ​ຈິງທາງ​ພາ​ວະ​ວິ​ໄສ.ຂ້າພະ​ເຈົ້າ​ເຫັນ​ວ່າສະພາບ​​ແວດ​ລ້ອມການ​ແຕ່ງ​ໃນ​ປະຈຸ​ບັນ​ນີ້​​ແມ່ນ​ດີກ​ວ່າ​ຍາມ​ໃດ​ຫມົດ,ຄວາມ​ຄິດ​ຂອງ​ນັກ​ປະພັນ​ແມ່ນ​​ຫັນ​ມັງ​ທີ່​ສຸດ,ບໍ່​ວ່າ​ຍາມ​ໃດກໍ່ຂຽນກໍ​ແຕ່ງ.​ໃນ​ປະຈຸ​ບັນບົດ​ປະພັນກໍ​ຫລາຍ​ທີ່​ສຸດ, ​ສຳນັກ​​ກໍ​ມີຫລາຍ, ​ນັກ​ກະວີ​ທີ່​ສະ​ເຫ​ນີ​ເຈດ​ຈຳນົງ​ສິລະ​ປະ​ຕ່າງ​ກັນ​ກໍຫລາຍ​ທີ່​ສຸດ."

ທ່ານ​ຈີ​ດີ​ມາ​ຈາ​ກ່າວ​ວ່າ,​ໃນ​ຂວັນ​ຕົນ​ເອງ,ທ່ານ​ແມ່ນ​ນັກ​ກະວີ​ຕະຫລອດ​ຊີວິດ.ການ​​ຂຽນ​ການ​ແຕ່ງ​ບົດ​ກະວີ​ເປັນ​ການເຄື່ອນ​​ໄຫວຈິດ​ໃຈ​ສຳ​ຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ທ່ານ.​​ເວົ້າອີກ​ໃນ​ຫນຶ່ງແມ່ນ​ໃນ​ຊີວິດ​ຂອງ​ທ່ານ​ບໍ່ມີ​ກະວີ​ບໍ່​ໄດ້.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມາ​ນັ້ນ​ເປັນ​ບົດ​ສະ​ເຫ​ນີທ່ານ​ຈີ​ດີ​ມາ​ຈາ  ນັກ​ກະວີ​ຊົນເຜົ່າສ່ວນ​ຫນ້ອຍ​ຈີນ​.ສະບາຍດີ.