ຄວາມເຖົ້າແກ່ຊະລາແມ່ນຫົວຂໍ້ທີ່ທຸກຄົນສົນໃຈ,ຫວ່າງມໍ່ໆນີ້ ນັກຂ່າວໄດ້ສຳພາດທ່ານຫຼີ ຕ້ຽນຕົງ ນັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າເຕັກນິກຊີວະຊາດຢາຂອງສະພາບັນດິດແພດສາດ ປະທານຄະນະກຳມະການຄົ້ນຄວ້າການເຖົ້າແກຊະຊາກັບການຕ້ານການເຖົ້າແກ່ຊະລາແຫ່ງສະມາຄົມໄວຊະລາຈີນ,ສາດສະດາຈານມະຫາວິທະຍາໄລແພດສາດເຊຍເຮີຈີນ ອາຈານຊີ້ນຳນັກສຶກສາປະລິນຍາເອກ,ທ່ານຫຼີຕ້ຽນຕົງ ຜູ້ຊ່ຽວຊານດ້ານບັນຫາຜູ້ເຖົ້າອາຍຸເກືອບ 70 ແລ້ວ,ທ່ານກ່າວວ່າ,ເຖິງວ່າການເຖົ້າແມ່ນສະກັດກັ້ນໄວ້ບໍ່ໄດ້,ແຕ່ການເລື່ອນເວລາເຖົ້າແກ່ຊະລາແມ່ນເປັນໄປໄດ້.
ສາຍຕາມົວ,ແຂ້ວຄອນ,ຜົມຫງອກ,ຍ່າງໂກ່ງໂກະໂກ່ງໂກ້ຍ…ແມ່ນຈຸດພິເສດຂອງຜູ້ເຖົ້າ,ຄົນເຮົາມັກສັງເກດເຫັນຕົນເອງເຖົ້າແລ້ວຈາກຮູບໂສມພາຍນອກຂອງຕົນ.
ສາຍຕາເຖົ້າແມ່ນສັນຍະລັກທີ່ສະແດງໃຫ້ເຫັນຄວາມເຖົ້າກ່ອນໝູ່. ການຄົ້ນຄວ້າສະແດງໃຫ້ເຫັນວ່າ,ໜ້າຕາເຖົ້າຈະເລີ່ມໃນເວລາທີ່ປາກົດມີສາຍຕາເຖົ້າເຊັ່ນຕາຟາງ,ແລະຕາຟາງຍິ່ງໄວກໍຍິ່ງເຖົ້າໄວ. ທ່ານສາດສະດາຈານຫຼີຕ້ຽນຕົ່ງຊີ້ອອກວ່າ,ບໍ່ຢາກໃຫ້ສາຍຕາເຖົ້າໄວຕ້ອງເລີ່ມຮັກສາມາແຕ່ໄວກາງຄົນ,ຕ້ອງປ້ອງກັນຢ່າໃຫ້ຕາເໝື່ອຍຫຼາຍ,ໃຫ້ຫຼັບຕາຜັກຜ່ອນເລື້ອຍໆ,ຢ່າໃຊ້ຕາຕົນຫຼາຍ,ຖ້າຮູ້ສຶກປວດຕາຫຼາຍ,ຄວນໄປຫາໝໍ.
ອາການປາກຄໍແຫ້ງແລະແຂ້ວຄອນແມ່ນສັນຍະລັກທີສອງທີ່ບົ່ງບອກຄວາມເຖົ້າແກ່ຊະລາ. ທ່ານສາດສະດາຈານຫຼຕ້ຽນຕົ່ງີເວົ້າວ່າ,ຜູ້ທີ່ອາຍຸ 50 ກວ່າປີມັກຈະຮູ້ສຶກຄໍແຫ້ງແລະຫວ່າງແຂ້ວຍະອອກ,ແຂ້ວມັກຄອນ,ນີ້ກໍເຮັດໃຫ້ຄົນເຮົາຮູ້ສຶກວ່າເລີ່ມເຖົ້າແລ້ວ. ຖ້າຢາກແກ້ໄຂບັນຫານີ້,ຕ້ອງເໜັງສົບເໜັງປາກເລື້ອຍໆ,ແຕ່ລະມື້ໃຫ້ຂົບແຂ້ວເບົາໆ 10 ກວ່າເທື່ອ,ປາກເວົ້າໃຫ້ຫຼາຍແລະຮັກສາອະນາໄມປາກ.
ໜັງຍານແລະຜົມຫງອກແມ່ນສັນຍະລັກທີສາມທີ່ບອກຄວາມເຖົ້າແກ່ຊະລາ. ໜັງຍານແລະຜົມຫງອກແມ່ນຈຸດພິເສດໜຶ່ງຂອງຜູ້ເຖົ້າ,ແຕ່ສາຍເຫດທີ່ພາໃຫ້ມີການປ່ຽນແປງເຫຼົ່ານີ້ມີຫຼາຍດ້ານ. ທ່ານສາດສະດາຈານຫຼີສະເໜີໃຫ້ນວດໜ້າເລື້ອຍໆ,ຕົວຢ່າງຄືແຕ່ລະມື້ໃຊ້ນິ້ວມືເກົາຫົວຫຼາຍເທື່ອ,ນວດໜັງຫົວ,ນວດໜ້າຜາກແລະຂະໝັບ,ນວດເບົ້າຕາເບົາໆເພື່ອໃຫ້ເລືອດຕາມໜ້າໝູນວຽນ,ແລະຫັດກ້າມເນື້ອຕາມໃບໜ້າໃຫ້ແຂງແຮງ.
ສຽງແຫບແມ່ນສັນຍະລັກທີສີ່ຂອງການເຖົ້າແກ່ຊະລາ. ຄຽງຄູ່ກັບອາຍຸແກ່ເຂົ້າ,ສຽງຂອງຄົນຈະຄ່ອຍໆແຫບເຂົ້າ. ທ່ານສາດສະດາຈານຫຼີຕ້ຽນຕົ່ງສະເໜີວ່າ,ຖ້າບໍ່ຢາກສຽງແຫບໄວ,ກ່ອນອື່ນຕ້ອງປ້ອງກັນພະຍາດຫຼອດລົມຫາຍໃຈ. ນອກນີ້ ຍັງຕ້ອງຫຼີກເວັ້ນການປາກເວົ້າດ້ວຍສຽງດັງໆດົນນານໃນສະພາບແວດລ້ອມທີ່ນັນແຊວ,ຢ່າໝາດຄໍຫຼາຍ. ຍາມປົກກະຕິຢ່າກິນອາຫານທີ່ມີລົດຈັດຫຼາຍ. ການຍ່າງໂກ່ງໂກະໂກ່ງໂກ້ຍແມ່ນວາດຍ່າງຂອງຜູ້ເຖົ້າອາຍຸສູງ. ການຄົ້ນຄວ້າສະແດງໃຫ້ເຫັນວ່າ,ກ້າມເນື້ອຮ່າງກາຍຂອງຄົນຜ່ານ 10 ປີໃດກໍຫຼຸດໜ້ອຍລົງ 5%-10%,ເມື່ອຮອດອາຍຸ 75 ປີ,ແຮງກຳຂອງມືສອງເບື້ອງມີແຕ່ທໍ່ກັບ 75% ໃນອາຍຸ 35 ປີ,ເອັນຈະຫົດເຂົ້າແລະແຂງ. ທ່ານສາດສະດາຈານຫຼີຕ້ຽນຕົ່ງຊີ້ອອກວ່າ,ເຖິງວ່າກ້າມເນື້ອແລະກະດູກຂອງຄົນຍຸກປັດຈຸບັນແມ່ນເລີ່ມມາແຕ່ອາຍຸ 30-40 ປີ,ແຕ່ການຍ່າງບໍ່ສະດວກແທ້ນັ້ນ ສ່ວນຫຼາຍແມ່ນຈຸດພິເສດຂອງຜູ້ເຖົ້າອາຍຸສູງ. ວິທີທີ່ໄດ້ຜົນກວ່າໝູ່ໃນການເຮັດໃຫ້ແຂ່ງຂາແຂງແຮງແມ່ນຍ່າງໃຫ້ຫຼາຍ. ນອກນີ້ ໃຫ້ຫັດກາຍແບບຊ້າແລະເບົາໃຫ້ຫຼາຍ,ເຮັດເໜັງຕີງກະດູກກະດ້ຽວແລະເສັ້ນສາຍໝົດຄີງ,ກໍສາມາດເຮັດໃຫ້ແຂ່ງຂາແຂງແຮງຄືກັນ.
ທ່ານສາດສະດາຈານຫຼີຕ້ຽນຕົງຊີ້ອອກວ່າ,ຮ່າງກາຍພາຍນອກເສື່ອມເຖົ້າໄດ້ສ່ອງແສງການປ່ຽນແປງຢູ່ພາຍໃນຂອງຮ່າງກາຍ. ສ່ວນການຂັບຖ່າຍໃນຮ່າງກາຍຜິດປົກກະຕິນັ້ນກໍແມ່ນທາດແທ້ຂອງການເຖົ້າແກ່ຊະລາ. ສະນັ້ນ,ຖ້າບໍ່ຢາກເຖົ້າໄວກໍຕ້ອງຊຳລະປັດໄຈທີ່ກີດຂວາງການປ່ຽນຖ່າຍຂອງຈຸລັງຈຶ່ງແມ່ນວິທີແກ້ໄຂກົກຮາກ.
ທ່ານສາດສະດາຈານຫຼຕ້ຽນຕົ່ງີຊີ້ສະເໜີວ່າ,ເມື່ອເຖົ້າແລ້ວ,ສັບພະຄຸນຄັ້ນຮູດຂອງກະເພາະລຳໄສ້ກໍຈະເສື່ອມລົງ,ພາໃຫ້ທ້ອງຜູກແລະອາຫານບໍ່ຍ່ອຍ. ຄວາມຊີມລົດຂອງຜູ້ເຖົ້າອາຍຸ 75 ປີຈະຊ້າກວ່າເດັກນ້ອຍ 80%,ສະນັ້ນ ສະພາບກິນດື່ມແມ່ນຄາດໝາຍສຳຄັນທີ່ກວດເບິ່ງລະດັບຄວາມເຖົ້າພາຍໃນຮ່າງກາຍຂອງຄົນ. ທ່ານສາດສະດາຈານຫຼີຕ້ຽນຕົ່ງສະເໜີວ່າ,ຜູ້ເຖົ້າຕ້ອງລະວັງເປັນພິເສດໃຫ້ກິນອາຫານທີ່ມີໄຂມັນສັດໜ້ອຍ,ໂກເລສເຕລອນຕ່ຳ,ບໍ່ເຄັມຫຼາຍ,ອາຫານເຍື້ອໃຍຫຼາຍ,ມີໂປຼຕິນຄຸນນະພາບດີອຸດົມສົມບູນແລະມີກາໂລຣີສຳໝ່ຳສະເໝີແລະ ຕ້ອງລະວັງຢ່າກິນຫຼາຍ.
ທ່ານສາດສະດາຈານຫຼີຕ້ຽນຕົ່ງບອກນັກຂ່າວວ່າ,ປອດຂອງຜູ້ເຖົ້າຄວາມຫົດຍືດເລີ່ມຕ່ຳລົງ,ມັກຈະເປັນປອດບວມ. ເພື່ອບໍ່ໃຫ້ລະບົບຫາຍໃຈເສື່ອມສັບພະຄຸນ,ຄວນຫັດກາຍເລື້ອຍໆ,ຫາຍໃຈໃຫຍ່ເລື້ອຍໆ,ເພື່ອໃຫ້ປອດບັນຈຸລົມຫາຍໃຈໄດ້ຫຼາຍ. ຜູ້ເຖົ້າທີ່ສູບຢາດີທີ່ສຸດໃຫ້ອອກຢາ.
ຈຸລັງສະໝອງຕາຍໄວເຂົ້າ,ແລະນອນໜ້ອຍລົງກໍແມ່ນອາການໜຶ່ງຂອງຜູ້ເຖົ້າ. ທ່ານສາດສະດາຈານຫຼີຕ້ຽນຕົ່ງບອກນັກຂ່າວວ່າ,ໃນໄລຍະອາຍຸ 30 ຮອດ 50 ປີ,ຄວາມເຂົ້າໃຈ,ວິນິດໄສແລະຫົວຄິດປະດິດສ້າງຂອງສະໝອງແມ່ນແຂງແຮງທີ່ສຸດ. ແຕ່ເລີ່ມແຕ່ອາຍຸ 50 ປີເປັນຕົ້ນໄປ,ການກະທົບຂອງເສັ້ນປະສາດກໍເລີ່ມຊ້າລົງ, ຄວາມຊົງຈຳກໍອ່ອນລົງ,ນອນໜ້ອຍກວ່າແຕ່ເກ່ອນແລະຄວາມສາມາດຈຳແນກວິນິໄສຕ່ຳລົງເປັນຕົ້ນ. ທ່ານສາດສະດາຈານສະເໜີວ່າ,ການຕັ້ງໃຈຝຶກແອບບາງຢ່າງສາມາດເຮັດໃຫ້ສະໝອງເຖົ້າຊ້າລົງ. ວິທີທີ່ໄດ້ຜົນດີກວ່າໝູ່ແມ່ນໃຫ້ໃຊ້ສະໝອງຫຼາຍໆ,ເຂົ້າຮ່ວມການຫຼິ້ນລື້ນເລີງບາງຢ່າງທີ່ຕ້ອງໃຊ້ສະໝອງໃຫ້ຫຼາຍ. ການປາກເວົ້າຢູ່ຕໍ່ໜ້າຄົນທີ່ບໍ່ຮູ້ຈັກກັນຈະກະຕຸກພາກສ່ວນທີ່ກ່ຽວຂ້ອງຂອງສະໝອງເປັນຢ່າງດີ. ນອກນີ້ ການຄົບກັບຊາວໜຸ່ມຫຼິ້ນກັບເດັກນ້ອຍ,ສາມາດເຮັດໃຫ້ຜູ້ເຖົ້າໄດ້ຮັບຄວາມຮູ້ໃໝ່,ຮູ້ເລື່ອງໃໝ່,ຮັກສາການສະແຫວງຫາຕໍ່ອະນາຄົດແລະພະລັງຊີວິດໄວໜຸ່ມ,ສາມາດເຮັດໃຫ້ສະໝອງເສື່ອມສັບພະຄຸນຊ້າລົງ.
ເມື່ອເວົ້າມາຫຼາຍສິ່ງຫຼາຍຢ່າງກ່ຽວກັບເລື່ອງຜູ້ເຖົ້າແລ້ວ ຍັງຕ້ອງເຕືອນໃຫ້ຜູ້ອາຍຸແກ່ເອົາໃຈໃສ່ນຳການເຖົ້າແກ່ທາງດ້ານຈິດໃຈ. ແຂວງຫູໄປຈີນເຄີຍສຳຫຼວດຜູ້ເຖົ້າອາຍຸ 100 ປີ 88 ຄົນ,ໃນນັ້ນ ຜູ້ທີ່ນິໄສເບີກບານ,ທຸ່ນທ່ຽງໃຈກວ້າງໃຈດີກວມ 95,5%,ຜູ້ທີ່ບໍ່ມັກໝູ່ຢູ່ດຽວປ່ຽວພອຍແລະຫງ່ວມເຫງົາມີແຕ່ 4,5%. ສາມາດເຫັນໄດ້ວ່າ,ມີແຕ່ຮັກສາສະພາບຈິດໃຈອັນດີງາມ,ການປ່ຽນຖ່າຍຂອງຮ່າງກາຍດຸນດ່ຽງສະໝ່ຳສະເໝີ,ຈະຊ່ອຍຫຼຸດຄວາມເຈັບໄຂ້ໄດ້ພະຍາດ,ຊຸກຍູ້ໃຫ້ສຸຂະພາບແຂງແຮງແລະອາຍຸຍືນ.
ທ່ານສາດສະດາຈານຫຼຕ້ຽນຕົ່ງີຊີ້ອອກວ່າ,ໃນຂະນະທີ່ຮ່າງກາຍເຖົ້າລົງນັ້ນ ຖ້າຈິດໃຈເຖົ້າກໍຍິ່ງຈະເຮັດໃຫ້ເບິ່ງຄືເຖົ້າກວ່າອາຍຸຕົວຈິງ. ຜູ້ຈິດໃຈເຖົ້າ: ມັກໃຈຮ້ອນ,ຮັບເອົາເລື່ອງໃໝ່ເຫດການໃໝ່ຍາກ,ຖືວ່າຕົນເອງຖືກຕ້ອງສະເໝີເປັນຕົ້ນ. ທ່ານສາດສະດາຈານເຕືອນເພື່ອນຜູ້ເຖົ້າທີ່ຫາກໍ່ອອກບຳນານວ່າ,ຢ່າສູ່ຈົ່ມວ່າຕົນເອງເຖົ້າແລ້ວ,ຕ້ອງຕັ້ງໃຈຈັດວາງການເຄື່ອນໄຫວຫຼາຍຢ່າງຫຼາຍແນວໃຫ້ຕົນເອງ,ປັບຈິດໃຈຂອງຕົນເອງໃຫ້ດີ.
|