ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-28 21:36:13    
ຝ່າຍ​ແຜ່ນ​ດິນ​ໃຫຍ່​ຈະ​ເຮັດ​ໃຫ້​ນະ​ໂຍ​ບາຍ​ຍົກ​ເວັ້ນ​ພາ​ສີ​ຊື້​ໝາກ​ໄມ້​ຈາກ​ໄຕ້ ຫວັນ​ເປັນ​​ແບບ​ສະ​ບັບ​ແລະ​ເປັນ​ລະ​ບອບ​ຕື່ມ​ອິກ

cri
ຕາມ​ຂ່າວcri, ວັນ​ທີ່28​ກັນຍາ​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ເປັນ​ປະ​ຈຳ, ທ່ານ​ຫຼີ​ເວີຍ​ອີ, ໂຄ​ສົກ​ຫ້ອງ​ການ​ວຽກ​ງານໄຕ້​ຫວັນ​ຂອງ​ຄະນະ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ, ຝ່າຍ​ແຜ່ນ​ດິນ​ໃຫຍ່​ຈະ​ເຮັດ​ໃຫ້​ນະ​ໂຍບາຍ​ຍົກ​ເວັ້ນ ພາສີ​ຊື້ໝາກ​ໄມ້ຈາກໄຕ້ຫວັນ​ເປັນ​ແບບ​ສະບັບ​ແລະ​ເປັນ​ລະ​ບອບ​ຕື່ມ​ອີກ.

ທ່ານຫຼີ​ເວີຍອີກ່າວ​ວ່າ, ​ເພື່ອ​ແກ້​ໄຂ​ບັນ​ຫາ​ໝາກ​ໄມ້​ໄຕ້​ຫວັນ​ຂາຍ​ບໍ່​ຂາດ, ຝ່າຍ​ແຜ່ນ​ດິນ​ໃຫຍ່​ໄດ້​ເພີ່ມ​ຊະ​ນິດ​ໝາກ​ໄມ້​ໄຕ້​ຫວັນ​ຈາກ​12​ຊະນິດ​ຂຶ້ນ​ເປັນ 18​ຊະ​ນິດ,​ແລະ​ນັບ​ແຕ່​ວັນ​ທີ1​ສິງຫາ​ປີ​2005​ເປັນ​ຕົ້ນ​ມາ,​ ໄດ້​ຍົກ​ເວັ້ນ​ພາ​ສີ​ໝາກ​ໄມ້15​ຊະ​ນິດ​ຢ່າງ​ເປັນ​ທາງ​ການ.

ທ່ານ​ຫຼີ​ເວີຍ​ອີ​ກ່າວ​ວ່າ,ຕໍ່​ໄປ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ແຜ່ນ​ດິນ​ໃຫຍ່​ຈະ​ປັບ​ປຸງ​ແລະ​ເປີດ​ກວ້າງ​ຕະ​ຫຼາດ​ຈຳ​ໜ່າຍ​ໝາກ​ໄມ້​ໄຕ້​ຫວັນ​ຢູ່​ແຜ່ນ​ດິນ​ໃຫຍ່​ຕື່ມ​ອີກ,​ພ້ອມ​ກັນ​ນັ້ນ​ກໍ​ປາບ​ການ​ກະ​ທຳ​ອັນ​ຜິດ​ກົດ​ໝາຍ​ທີ່​ຄ້າ​ເຖື່ອນ​ແລະ​ປອມ​ເປັນ​ໝາກ​ໄມ້​ໄຕ້​ຫວັນ​ທີ່​ມີ​ຢູ່ໃນ​ສະ​ເພາະ​ໜ້າ​ນີ້​ຢ່າງ​ແຂງ​ແຮງ.