ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-28 21:53:06    
ຫົວ​ໜ້າ​ຜູ້​ແທນ​ເຈ​ລະ​ຈາ​ຂອງ​ປາ​ເລັສ​ຕິນ​ຮຽກ​ຮ້ອງ​ໃຫ້​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​
ອີສຣາ​ແອນ

cri
ຕາມ​ຂ່າວcri, ວັນ​ທີ28​ກັນ​ຍາ, ທ່ານ​ເອ​ເລ​ຄັດ​ຫົວ​ໜ້າ​ຜູ້​ແທນ​ເຈ​ລະ​ຈາ​ຂອງ​ປາ​ເລັສຕິນ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ​ຊາ​ລອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີສຣາ​ແອນ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ.

ມື້​ດຽວ​ກັນ, ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ວິ​ທະ​ຍຸ​ຝ່າຍ​ທະ​ຫານ​ອິສຣາ​ແອນ, ທ່ານ​ເອ​ເລ​ຄັດ​ກ່າວ​ວ່າ, ຫວັງ​ໃຫ້​ທ່ານ​ຊາ​ລອນ​ກັບ​ຄືນ​ສູ່​ໂຕະ​ເຈລະ​ຈາ. ທ່ານ​ຍັງ​ກ່າວ​ປະນາມ​ອົງ​ການ​ຮາມາສ​ລັກ​ພາ​ຕົວ​ແລະ​ຂ້າ​ຄົນ​ອິສຣາ​ແອນ​ຜູ້​ໜຶ່ງ​ໃນ​ຫວ່າງ​ມໍ່ໆ​ນີ້.

ມື້​ດຽວ​ກັນ, ຝ່າຍ​ທະ​ຫານ​ອີສຣາ​ແອນ​ຢືນ​ຢັນ​ວ່າ,​ຕອນ​ຂ້ອນ​ແຈ້ງ​ວັນ​ທີ28​ກັນ​ຍາ, ຍົນ​ລົບ​ຂອງ​ອີສຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ເປົ້າ​ໝາຍ​ສາມ​ບ່ອນຢູ່​​ແຖບ​ກາຊາ, ພາ​ໃຫ້​ພາກ​ສ່ວນ​ໃຫຍ່​ໃນ​ເມືອງ​ກາຊາ​ໄຟ​ຟ້າ​ຂາດ.