ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 21:00:27    
ຈີນ​ກ່າວ​ວ່າ​ຍິນ​ດີ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ

cri
ຕາມ​ຂ່າວCRI,ວັນ​ທີ29​ກັນຍາ,ຢູ່​ນະຄອນຫຼວງ​ວຽງ​ຈັນ,ທ່ານ​ອີກວາງໂຈ່​ວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ຍິນ​ດີ​ປະກອບສ່ວນ​​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ຂອງ​ບັນດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ.

ໃນ​ມື້​ດຽວ​ກັນ,ທ່ານ​ອີກວາງ​ໂຈ່​ວ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດຖະກິດ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ​ຄື10+3.​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່ຮ່ວມ​ກັນ​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ,ທ່ານ​ກ່າວ​ວ່າ,ອາ​ຊຽນ,ຍີ່ປຸ່ນ,ສ.​ເກົາ​ຫຼີ​ລ້ວນ​ແຕ່​ແມ່ນ​ຄູ​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ຈີນ,ຈີນ​ຍິນ​ດີ​ຕັ້ງໜ້າ​ຊຸກ​ຍູ້​ການ​ຮ່ວມມື​ດ້ານ​ເສດ​ຖະ​ກິດ​ກັບ​ອາ​ຊຽນ​ບົນ​ພື້ນ​ຖານ​ຫຼັກ​ການ​ທີ່​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​,ຄ່ອຍ​ເປັນ​ຄ່ອຍ​ໄປ,​ໄຂ​ປະ​ຕູ​ແລະ​​ໂຮມ​ເອົາ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ​, ປະ​ກອບ​ສ່ວນ​​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດຖະກິດ​ພາກ​ພື້ນ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ