ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 21:17:31    
ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ກວງ​ຕຸ້ງ​ກັບ​ຮົງ​ກົງ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ໜັງສືພິມ​ສຳຄັນ​ຕ່າງໆ​ຂອງ​ຮົງ​ກົງ​ສະບັບ​ວັນ​ທີ​29​ກັນ​ຍາ​ໄດ້​ລາຍ​ງານ​ຂ່າວ​ກອງ​ປະຊຸມ​ປະສົມ​ຄັ້ງ​ທີ8​ຂອງ​ການ​ຮ່ວມ​ມື​ກວງ​ຕຸ້ງຮົງ​ກົງ​​ແລະ​ໝາກ​ຜົນ​ຂອງ​ກອງ​ປະ​ຊຸມ​ຢ່າງ​ພົ້ນ​ເດັ່ນ,​ພ້ອມ​ກັນ​ນັ້ນ,​ຍັງ​ໄດ້​ທະ​ຍອຍ​ກັນ​ພິມ​ບົດ​ວິ​ຈານ,​ຕີ​ລາ​ຄາ​ສູງ​ຕໍ່​ກອງ​ປະ​ຊຸມ​ເທື່ອ​ນີ້,​​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ກວງ​ຕຸ້ງ​ກັບ​ຮົງ​ກົງ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ແລ້ວ.

ໜັງສືພິມ​ຕ້າ​ກົ່ງ​ປ້າວ​ໄດ້​ພິມ​ບົດ​ວິຈານ​​ໂດຍ​ຂຽນ​ວ່າ,ກອງ​ປະຊຸມ​ເທື່ອ​ນີ້​ສາ​ມາດ​ເຮັດ​ໃຫ້​ການ​ຮ່ວມ​ມື​ກວງ​ຕຸ້ງຮົງ​ກົງ​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ,​ທັງ​ສາ​ມາດ​ວາງ​ໂຄງ​ຄວາມ​ຄິດ​ແຫ່ງ​ການ​ພັດ​ທະ​ນາ​ຍາວ​ໄກ​ຢ່າງ​ເຫັນ​ກວ້າງ​ມອງ​ໄກ​ນຳ​ອີກ.

ໜັງສືພິມ​ເວິນ​ຮຸຍ​ປາວ​ຂອງ​ຮົງ​ກົງ​ໄດ້​ພິມ​ບົດ​ວິຈານ,ຊີ້​ອອກ​ວ່າ,​ກອງ​ປະ​ຊຸມ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮັບ​ໝາກຜົນ​ທີ່ ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດນຳ​ກັນຫຼາຍ​ກວ່າ​ເກົ່າ.ຂົງ​ເຂດ​ແລະ​ຊ່ອງ​ຫວ່າງ​ການ​ຮ່ວມ​ມື​ສອງ​ຝ່າຍ​,ໄດ້ຈາກ​ຄວາມ​ຄັບ​ແຄບ​ໃນ​​ເມື່ອ​ກ່ອນ​ກ້າວ​ໄປ​ສູ່​ລະ​ດັບ​ກວ້າງ​ຂວາງ​ກວ່າ​ເກົ່າ.