ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 21:22:24    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ-ຈີນ ຍີ່​ປຸ່ນ
ສ.ເກົາ​ຫຼີ​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ

cri
ຕາມ​ຂ່າວcri, ຕອນ​ເຊົ້າ​ວັນ​ທີ29​ກັນ​ຍາ,​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ຄັ້ງ​ທີ​8​ຂອງ​ອາ​ຊຽນ-ຈີນ ຍີ່​ປຸ່ນ ສ.ເກົາຫຼີ​ໄດ້​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ. ກອງ​ປະ​ຊຸມ​ໄດ້​ຕົກ​ລົງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ຝ່າຍ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ.

ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ຂອງ​ບັນດາ​ປະ​ເທດ​ທີ່​ຮ່ວມ​ປະຊຸມ​ເປັນ​ເອກະ ສັນ​ກັນ​ກ່າວ​ວ່າ,​ບັນ​ດາ​ປະ​ເທດ​ມີ​ຄວາມຈຳ​ເປັນ​ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ,​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໃນ​ດ້ານ​ຕ່າງໆ ຄື ຍົກ​ສູງ​ປະ​ສິດ​ທິພາບ​ນຳ​ໃຊ້​ພະ​ລັງ​ງານ, ພັດ​ທະ​ນາ​ແລະ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້, ແລະ​ປັບ​ປຸງ​ການ​ສະ​ສົມ​ພະ​ລັງ​ງານ​ໃຫ້​​ເໝາະ​ສົມ​ເປັນ​ຕົ້ນ.

ທ່ານ​ຢູກ​ວາງ​ໂຈວ ຮອງ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້. ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຮ່ວມ​ກັນ​ຈັດ​ຂຶ້ນ​ພາຍ​ຫຼັງ​ກອງ​ປະ​ຊຸມ, ທ່ານ​ກ່າວ​ວ່າ, ອາ​ຊຽນ​ກັບ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ລ້ວນ​ແຕ່​ແມ່ນ​ຄູ່​ຂາ​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ຈີນ, ຈີນ​ຍິນ​ດີ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະກິດ​ກັບ​ອາ​ຊຽນ​ບົນ​ພື້ນ​ຖານ​ຫຼັກ​ການ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄືບ​ໜ້າ​ເທື່ອ​ລະ​ກ້າວ​ຢ່າງ​ເປັນ​ລະ​ບຽບ,​ໄຂ​ປະຕູ,​ແລະ​ເຊື່ອມ​ໂຍງ​ເຂົ້າກັນ, ​ເພື່ອ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ​ແລະ​ໃຫ້​ບັນດາ​ປະ​ເທດ​ອາ​ຊີຕາ​ເວັນ​ອອກ​ພ້ອມ​ກັນ​ຈະ​ເລີນ​ຮຸ່ງ​ເຮືອງ.