ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 21:31:56    
ຈີນ​ແມ່ນ​ກຳ​ລັງ​ແງ່​ໜຶ່ງ​ທີ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພ້ອມ​ກັນ​ພັດ​ທະ​ນາ​ຂອງ​ໂລກ​ຈົນ​ເທົ່າ​ໃດໆ

cri
ຕາມ​ຂ່າວCRI,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ29​ກັນຍາ,​ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ນັ້ນ,​ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຈີນ​ປະຕິບັດ​ນະ​ໂຍບາຍ​ການທູດ​ສັນ​ຕິ​ພາບ​ທີ່​ຕັ້ງ​ຕົວ​ເປັນ​ເອ​ກະ​ລາດ​,ເປັນ​ເຈົ້າ​ຕົນ​ເອງ,ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນ​ຕິ.​ຍຶດ​ໝັ້ນ​ມີ​​ໄມຕີ​ຈິດ​ຕໍ່ປະ​ເທດ​ໃກ້​ຄຽງ ,ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ​. ຈີນ​​ແມ່ນກຳລັງ​ແງ່​ໜຶ່ງ​ທີ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພ້ອມ​ກັນ ພັດທະນາ​ ​ຂອງ​ມະນຸດ​ຈົນ​ເທົ່າ​ໃດໆ.

ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບບັນຫາສ.ປ.ປ.​ເກົາຫຼີ​ມີ​ເຄື່ອງ​ປະຕິ​ກອນ​ນ້ຳ​ທາດ​ເບົາ,​ທ່ານ​ຊິນ​ກ່າງ​ກ່າວ​ວ່າ,​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ປະກາດ​ໃນ​ການ​ເຈລະຈາ​ຫົກ​ຝ່າຍ​ຮອບ​ສີ່,​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ໃຫ້​ຄຳໝັ້ນ​ສັນຍາ​,​ທັງ​ໄດ້​ກຳ​ນົດ​ເປົ້າ​ໝາຍ​ລວມທີ່​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນີວ​ເຄຼຍ​ດ້ວຍ​ສັນຕິ​ວິທີ​ແລະ​ກວດກາ​ໄດ້.ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຄ່ອງ​ແຄ້ວ​ແລະ​ຕິດ​ແທດ​ຕົວ​ຈິງ,ບັນລຸ​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໂດຍ​ສັນ​ຕິ​ໃນ​ທີ່​ສຸດ.

ເມື່ອ​ກ່າວ​ເຖິງ​ບັນຫາ​ບໍ່​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ​ຢູ່​ທຽນ​ວາຍ​ທຽນ​ທະ​ເລ​ຕົ່ງ​ຫາຍ​ຂອງຈີນ,ທ່ານ​ຊິນ​ກ່າງ​ໄດ້​ກ່າວ​ລື້ມ​ອີກ​ເທື່ອ​ໜຶ່ງ​ວ່າ,​ຈີນ​ພັດ​ທະ​ນາ​ບໍ່​ອາຍ​ແກັສ​ທຳ​ມະ​ຊາດ​ແມ່ນ​ດຳ​ເນີນ​ຢູ່​ທະ​ເລ​ມໍ່​ຂອງ​ຈີນ​ທີ່​ບໍ່​ມີ​ການ​ວິ​ວາດ​ກັນ​ດ້ານ​ອະ​ທິ​ປະ​ໄຕ,​ຝ່າຍ​ຈີນ​ກໍ​ຍິນ​ດີ​ຜ່ານ​ຈາກ​ການ​ສົນ​ທະ​ນາ​ກັບ​ຝ່າຍ​ຍີ່​ປຸ່ນ,​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ.

ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບາງ​ປະ​ເທດສ​ະ​ເໜີ​ໃຫ້​ເພີ່ມ​ຄ່າ​ບຳ​ລຸງ​ສະ​ຫະ​ປະ​ຊາ​ຊາດ​ຂອງ​ຈີນ​ແລະ​ຣັດ​ເຊຍ​ນັ້ນ,​ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຈີນ​ຈະ​ເຮັດ​ຄື​ແຕ່​​ກ່ອນ, ​ປະ​ຕິ​ບັດ​ພັນ​ທະ​ເສຍ​ຄ່າ​ບຳ​ລຸງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.