ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 21:44:23    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ກັບ​ຈີນ ຍີ່ປຸ່ນ​ແລະ​ສ.ເກົາ​ຫຼີ​ຕົກ​ລົງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື້​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ

cri
ຕາມ​ຂ່າວcri, ຕອນ​ເຊົ້າ​ວັນ​ທີ29​ກັນ​ຍາ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດຖະ​ກິດ​ຄັ້ງ​ທີ​8​ຂອງ​ອາ​ຊຽນ​ກັບ​ຈີນ ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຄື10+3​ໄດ້​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ. ກອງ​ປະ​ຊຸມ​ໄດ້​ຕົກ​ລົງ​ກັນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຝ່າຍ​ຕ່າງໆ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ.

ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ປະຊຸມ​ເປັນ​ເອ​ກະ​ສັນ​ກັນ​ກ່າວ​ວ່າ, ​ໂດຍ​ປະ​ເຊີນ​ກັບ​ສະ​ພາບ​ທີ່​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ໂລກ​ຖີບ​ສູງ​ຂຶ້ນ​ແລະ​ການ​ຂາດ​ເຂີນ​ນ້ຳ​ມັນ​ດິບ​ພາ​ໃຫ້​ເກີດ​ຜົນ​ສະ​ທ້ອນ​ທາງ​ລົບ​ຕໍ່​ເສດ​ຖະ​ກິດ​ພາກ​ພື້ນ​ນັ້ນ, ບັນ​ດາ​ປະ​ເທດ​ຈຳ​ເປັນ​ຕ້ອງ​ຍົກ​ຄວາມ​ສາ​ມາດ​ຮັບ​ມື​ຂອງ​ພາກ​ພື້ນ​ຕົນ​ໃຫ້​ສູງ​ຂຶ້ນ, ​ເພີ່ມ​ທະ​ວີ​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ບັນ​ດາ​ຝ່າຍ​ໃນ​ດ້ານ​ຕ່າງໆ ຄື ຍົກ​ສູງ​ປະ​ສິດ​ທິ​ພາບ​ນຳ​ໃຊ້​ພະ​ລັງ​ງານ, ພັດ​ທະ​ນາ​ແລະ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ເກີດ​ໃໝ່​ໄດ້, ​ແລະ​ບູ​ລະ​ນະ​ການ​ສະ​ສົມ​ພະ​ລັງ​ງານ​ເປັນ​ຕົ້ນ.