ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-30 18:31:43    
ຮົງ​ກົງ​ຍັງ​ເປັນ​ຈຸດ​ຮັບ​ເອົາ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ແຫ່ງ​ໜຶ່ງ​ຂອງ​ໂລກ

cri
ຕາມ​ຂ່າວສານ​ຊີນຮວາ,​ໃນບົດ​ລາຍ​ງານ​ການ​ລົງ​ທຶນ​ຂອງ​ໂລກ​ປີ​2005 ​ທີ່​ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ສະຫະ​ປະ​ຊາ​ຊາດ​ປະ​ກາດ​ໃນ​ວັນ​ທີ​30​ກັນ​ຍາ ຊີ້​ອອກ​ວ່າ, ປີ​2004 ຮົງ​ກົງ​ຍັງ​ເປັນ​ເຂດ​ແຄວ້ນ​​ໃຫຍ່​ທີ2​ໃນພາກພື້ນ​ອາຊີ​ທີ່ຮັບ​​ເອົາການ​ລົງທຶນ​ຂອງ​ຕ່າງ​ປະ​ເທດ​​ໂດຍ​ກົງ,ຄື ພຽງ​ແຕ່​ຖັດຈາກ​ເຂດ​ໃນ​ຂອງ​ຈີນ.

ບົດ​ລາຍ​ງານ​ດັ່ງກ່າວ​ຊີ້​ອອກ​ວ່າ,ຍອດ​ມູນ​ຄ່າ​ການ​ລົງທຶນ​​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ທີ່​ຮົງ​ກົງ​ກັບ​ເຂດ​ໃນ​ຂອງ​ຈີນ​ໄດ້​ຮັບ​ໃນ​ປີ2004​ກວມ​ຍອດ​ມູນ​ຄ່າ​ຂອງ​ພາກ​ພື້ນ​ອາຊີ​ສອງ​ສ່ວນ​ສາມ​ຂຶ້ນ​ໄປ. ຮົງ​ກົງ​ໄດ້​ສືບຕໍ່​ຮັບປະ​ກວດ​ເປັນ​ລະບົບ​ເສດ​ຖະກິດທີ່​ດີ​​ເດັ່ນ​ກວ່າ​ໝູ່ໃນ​ທົ່ວ​ໂລກຕໍ່​ມາ.

ຕົວ​ເລກ​ຫຼ້າ​ສຸດ​ທີ່​ຜະ​ແນ​ກສະ​ຖິຕິ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ປະ​ກາດ​ຫວ່າງ​ກ່ອນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫົກ​ເດືອນ​ຕົ້ນ​ປີ​2005​ຮົງ​ກົງ​ໄດ້​ຮັບ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ປະ​ມານ​20​ຕື້​ໂດ​ລາ.