ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-30 21:14:54    
ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ແຫ່​ຂະ​ບວນ​ສະ​ແດງ​ກຳ​ລັງ​ຢ່າງ​ຂະ​ໜາດ​ໃຫຍ່ ຄັດ​ຄ້ານ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ

cri

​ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ກັນຍາ,​ເດັກ​ຊາຍ​ຜູ້​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນສະ​ແດງ​ກຳລັງ​ເພື່ອ​ຄັດຄ້ານ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຢາ​ກາກ​ຕາ ນະ​ຄອນ​ຫຼວງ​ອິນ​ໂດ​ເນ​ເຊຍ.​ໃນ​ມື້​ດຽວ​ກັນ,ມວນ​ຊົນ​ແຫ່ງ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດການ​ເຄື່ອນ​ໄຫວ​ສະ​ແດງ​ກຳລັງ​ທີ່​ມີ​ຂະໜາດ​ຕ່າງ​ກັນ,​ຄັດ​ຄ້ານ​ລັດ​ຖະ​ບານ​ຂຶ້ນ​ລາ​ຄາ​ນ້ຳມັນ​ເຊື້ອ​ໄຟ.ມື້​ດຽວ​ກັນ,​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍກ່າວ​ວ່າ,ນະ​ຄອນ​ຫຼວງ​ຢາ​ກາກ​ຕາ​ໄດ້​ເຂົ້າ​ສູ່​ສະພາວະ​ລະວັງ​ຕົວຊັ້ນ​ເອກ​ແລ້ວ,​ທາງ​ລັດ​ຖະ​ບານ​ໄດ້​ແຕ່ງ​ຕຳ​ຫຼວດ​5​ພັນ​ກວ່າ​ຄົນ​​ໄປ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການຈະລາຈົນ.

ຕາມ​​ໄດ້​ຊາບ,​ເລີ່​ມ​ແຕ່​ວັນ​ທີ1​ຕຸລາ​ເປັນ​ຕົ້ນ​ໄປ,ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ພາຍ​ໃນ​ປະ​ເທດ​ຢ່າງ​ຫຼວງ​ຫຼາຍ,​ເພື່ອ​ຫຼຸດຜ່ອນການຫາບ​ແບກ​ຄ່າ​ເກື້ອ​ກູນ​ອັນ​ໜັກ​ໜ່ວງ​ຂອງ​ລັດ​ໃນ​ດ້ານ​​ນ້ຳມັນ​ເຊື້ອ​ໄຟ.

ວັນທີ29ກັນຍາ,ມວນ​ຊົນ​ແຫ່ງ​ຕ່າງໆ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ສະ​ແດງ​ກຳ​ລັງ​ທີ່​ມີ​ຂະ​ໜາດ​ຕ່າງ​ກັນ,​ຄັດ​ຄ້ານ​ລັດ​ຖະ​ບານ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ.


1  2  3  4  5  6  7  8