ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-30 22:35:07    
ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັນ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ-ຈີນ​ມີ​ຜົນ​ປະ​ໂຫຍດ​ຫຼາຍ​ສຳ​ລັບ​ສອງ​ຝ່າຍ​(ສຽງ)

cri


ຕອນ​ບ່າຍ​ມື້​ນີ້,ກອງ​ປະຊຸມ​ປຶກສາ​ຫາລື​ກັນ​ລະຫວ່າງ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ-ຈີນ​ຄື​10+1ຄັ້ງ​ທີ​ສີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ.ຫຼັງ​ກອງປະຊຸມ,ທ່ານ​ສູ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ເຫັນ​ວ່າ,ກອງ​ປະຊຸມ​ຫາລື​ກັນ​ແບບ​ນີ້​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ສຳລັບ​ສອງ​ຝ່າຍ.

ກ່ອນ​ອື່ນ,ທ່ານ​ສູ​ລິ​ວົງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ກອງ​ປະຊຸມ​ຫາລື​ກັນ​ທີ່ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ມື້​ນີ້.ທ່ານ​ກ່າວ​ວ່າ:

ກອງ​ປະຊຸມ​ຫາລື​ກັນ​ໃນ​ຕອນ​ບ່າຍ​ມື້​ນີ້​ມີ​ຜົນ​ດີ​ຫຼາຍ​ຕໍ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ-ຈີນ.
ທ່ານ​ກ່າວ​ວ່າ,ຜ່ານ​ຈາກ​ກອງ​ປະຊຸມ​ຫາລື​ກັນ​ໃນ​ຕອນ​ບ່າຍ​ມື້​ນີ້,ກໍ​ມີ​ຜົນ​ດີ​ຫຼາຍ​ຕໍ່​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ລາວ​ຈີນ.

ນອກ​ນີ້,ທ່ານ​ຍັງ​ໄດ້​ແນະນຳ​ຫຼາຍ​ຂົງ​ເຂດ​ທີ່​ນັກທຸລະ​ກິດ​ລາວ​ຈີນ​ຮ່ວມ​ມື​ກັນ​ໄດ້​ໃນ​ພາຍ​ໜ້າ.
ທ່ານ​ສູ​ລິ​ວົງ​ກ່າວ​ວ່າ,​ໃນ​ຖານະ​ເປັນ​ປະ​ເທ​ດປະທານ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ນີ້,ລາວ​ຈະ​ສືບ​ຕໍ່​ພະຍາຍ​າມສຸດ​ຂີດ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ຕົກລົງ​ກັນ​ລະຫວ່າງ​ອາ​ຊຽນຈີນ.

ສຸດ​ທ້າຍ,ທ່ານ​ຍັງ​ກ່າວ​ວ່າ​ທ່ານ​ມີ​ຄວາມໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ຄ້າ​ລະຫວ່າງ​ລາວ​ຈີນ​ໃນ​ພາຍ​ໜ້າ.