ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-01 18:10:46    
ກອງ​ປະ​ຊຸມ​AEM​ຄັ້ງ​ທີ37​ໄດ້​ອັດ​ລົງ

cri
ຕາມ​ຂ່າວCRI, ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ37ທີ່ຈັດ​​ເປັນ​ເວລາ3​ມື້​ ​ໄດ້​ອັດ​ລົງ​ແລ້ວ ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໃນ​ວັນ​ທີ30​ກັນຍາ.

ກອງ​ປະຊຸມ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ບັນຫາຕ່າງໆ​ເຊັ່ນ​ຊຸກ​ຍູ້​ການ​ສ້າງສາ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ແລະ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ,​​ເພີ່ມ​ທະວີ​ການ​ດຶງ​ດູດ​ການ​ລົງທຶນຢູ່​ພາຍ​ໃນ​ແລະ​ນອກ​ພາກ​ພື້ນ​ເປັນ​ຕົ້ນ.​ໂດຍ​ສະ​ເພາະ​ແມ່ນ,ກອງ​ປະຊຸມ​ໄດ້​ວາງ​ຕາລາງ​ເວລາ​ລະອຽດ​ກ່ຽວ​ກັບ​ການ​ຄ້າການ​ບໍລິການມີ​ຄວາມ​ເສລີ​ແລະ​ປະຕິບັດ​ລະບົບ​ປະຕູດຽວ.ນີ້​ແມ່ນ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳຄັນ​ອີກ​ອັນ​ໜຶ່ງ​ໃນ​ຂະ​ບວນວິວັດ​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ​ພາຍຫຼັງ​ກອງ​ປະຊຸມ​​ຄັ້ງແລ້ວ​ໄດ້​ເຊັນ​ສັນຍາ​​ໄຂ​ປະຕູ​ແລະ​ຍົກ​ເລີກ​ພາສີ​ໃນ11​ຂົງ​ເຂດກ່ອນ.