ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-02 17:53:08    
ເກາະ​ບາ​ຫຼີ​ອິນ​ໂດ​ເນ​ເຊຍ​ເກີດ​ເຫດການ​ລະ​ເບີດ

cri

ຕາມ​ຂ່າວCRI,ວັນ​ທີ1​ຕຸລາ,​ຢູ່ເກາະ​ບາ​ຫຼີ ສະຖານ​ທີ່ທ່ອງທ່ຽວ​ທີ່​ຊື່​ດັງ​ຂອງ​ອິນ​ໂດ​ເນ​​ເຊຍ​ໄດ້​ເກີດ​ເຫດການ​ລະ​ເບີດຫຼາຍ​ລາຍ.ວັນ​ທີ2​ຕຸລາ,​ຝ່າຍ​ທາງ​ການ​ອິນ​ໂດ​ເນ​ເຊຍ​ຢືນຢັນ​ວ່າ,​ເຫດການ​ລະ​ເບີດ​ຢ່າງ​ໜ້ອຍໄດ້​ພາ​ໃຫ້25​ຄົນ​​ເສຍ​ຊີວິດ,127​ຄົນ​ບາດ​ເຈັບ.

ວັນທີ1ຕຸລາ,ຢູ່ນະຄອນຫຼວງຢາກາກຕາ ທ່ານຊູຊີໂລ (ກາງ)ປະທານາທິບໍດີອິນໂດເນເຊຍໄດ້ກ່າວປະນາມເຫດການລະເບີດ.

ພາຍຫຼັງ​ເຫດການລະ​ເບີດ​ເກີດ​ຂຶ້ນ​ແລ້ວ,ທ່ານ​ຊູຊີ​ໂລ ປະທານາທິບໍດີອິນ​ໂດ​ເນ​ເຊຍ​​ເວົ້າ​ເຫດການ​ນີ້​ເປັນ​ການ​ເຄື່ອນ​ໄຫວ​ລັດທິ​ກໍ່​ການ​ຮ້າຍ.ວັນ​ທີ2​ຕຸລາ,ຜູ້​ຮັບຜິດຊອບ​ຂອງ​ອົງ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ກະ​ຊວງ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ໂດ​ເນ​​ເຊຍ​ກ່າວ​ວ່າ,​ເ​ຫດການ​ແມ່ນ​ຜູ້​ຫຼອນ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ3​ຄົນ​ເປັນ​ຜູ້​ກໍ່​ຂຶ້ນ.​ແຕ່​ປັດຈຸບັນ,ຍັງ​ບໍ່​ທັນ​ມີ​ອົງການ​ຫຼື​ບຸກຄົນ​ໃດໆ​ປະ​ກາດ​ວ່າ​ຮັບ​ຜິດ​ຊອບ​ຕໍ່​ເຫດການ​ເທື່ອ​ນີ້.

ຊາວອິນໂດເນເຊຍສອງຄົນໄຕ້ທຽນ​ເພື່ອ​ໄວ້​ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ການ​ລະ​ເບີດ

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ຕໍ່​ເກາະ​ບາຫຼີກາຍ​ເປັນ​ເປົ້າ​ໝາຍ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ອີກ​ເທື່ອ​ໜຶ່ງ,​ແລະ​​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຈັບ​ຜູ້​ກໍ່​ເຫດ​​ໃຫ້​ໄດ້​ໂດຍ​ໄວ.​ ທ່ານ​ນາງ​ໄລ​ສ ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ,ທ່ານ​ຊີຣັກ ປະ​ທາ​ນາ​ທິ​ບໍ​ດີ​ຝະຣັ່ງ​ແລະ ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ​ເຢຍລະ​ມັນ​ແລະ​ກາ​ນາ​ດາ​ເປັນ​ຕົ້ນ​ກໍ​ຕ່າງ​ໄດ້​ອອກ​ຖະ​ແຫຼງ​ການ,​ກ່າວ​ປະ​ນາມ​ຢ່າງ​ຮຸນ​​ແຮງ​ຕໍ່​ເຫດ​ການ​ລະ​ເບີດ.

ວັນທີ1ຕຸລາ,ຕຳຫຼວດອິນໂດເນເຊຍສຳຫຼວດຢູ່ທີ່ເກີດເຫດການລະເບີດ

ວັນ​ທີ2​ຕຸລາ​,ທ່ານ​ຂົງສວນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ກໍ່​ການ​ຮ້າຍ​ເທື່ອ​ນີ້,​ແລະ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ທຳ​ຄວາມ​ພະ​ຍາ​ຍາມ​ໂຈມ​ຕີ​ອິດ​ທິ​ກຳ​ລັງ​ລັດ​ທິ​ກໍ່​ການ​ຮ້າຍ,​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາ​ບພາຍ​ໃນ​ປະ​ເທດ.

1  2  3  4  5